ຫວ່າງແລ້ວນິ້, ເມື່ອເຮັດວຽກກັບສະຫະພັນສາທາລະນະສຸກຝຣັ່ງ-ຫວຽດນາມ ຢູ່ນະຄອນຫຼວງ ປາຣີ, ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ຕີລາຄາສູງຕໍ່ການປະກອບສ່ວນຢ່າງແທດຈິງຂອງອົງການຈັດຕັ້ງນີ້ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຂົງເຂດສາທາລະນະສຸກ.

leftcenterrightdel
ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ເຮັດວຽກກັບຜູ້ຕາງໜ້າ ສະຫະພັນສາທາລະນະສຸກຝຣັ່ງ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ດິງຕວ່ານຖັ໊ງ ສະແດງຄວາມປາດຖະໜາວ່າສະຫະພັນຈະສືບຕໍ່ຮ່ວມມື, ແລກປ່ຽນ ແລະຊ່ວຍເຫຼືອໃຫ້ຝ່າຍຫວຽດນາມ, ໂດຍສະເພາະແມ່ນໃນສະພາບການທີ່ສອງປະເທດກໍ່ຄືທົ່ວໂລກກໍາລັງສຸມໃສ່ແຫຼ່ງກໍາລັງເພື່ອຕ້ານພະຍາດໂຄວິດ-19 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະອາດຈະແກ່ຍາວ.

ທ່ານນາງ ດ່າວທູຮ່າ, ປະທານສະຫະພັນສາທາລະນະສຸກຝຣັ່ງ-ຫວຽດນາມ ຢັ້ງຢືນວ່າ ຈະຊອກຫາວິທີ ແລະຂົນຂວາຍເພື່ອສາມາດຊ່ວຍເຫຼືອເຄື່ອງຈັກ ແລະວັດຖຸອຸປະກອນການແພດໃຫ້ຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ເພື່ອນຮ່ວມງານຢູ່ຝຣັ່ງ ແບ່ງປັນບົດຮຽນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ຫວຽດນາມ.

ໂດຍ: ກວຽດເຕີມ