ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ເນັ້ນໜັກວ່າ ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເລືອກເອົາຫວຽດນາມ ແມ່ນປະເທດທຳອິດເພື່ອໄປຢ້ຽມຢາມໃນຖານະຕຳແໜ່ງເລຂາທິການໃຫຍ່, ປະທານປະເທດລາວ, ອີກຄັ້ງໜຶ່ງໄດ້ເປັນການຢັ້ງຢືນນ້ຳໃຈສັດຊື່ບໍລິສຸດຜຸດຜ່ອງ, ອົບອຸ່ນ ແລະສະໜິດແໜ້ນລະຫວ່າງ 2 ຊາດ. ອະດີດການນຳ 2 ທ່ານເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ນຳໜ້າແມ່ນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ປະເທດ ລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງກວ່າອີກ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະຍົກສູງທີ່ຕັ້ງບົດບາດຂອງ 2 ປະເທດ ລາວ - ຫວຽດນາມ ບົນເວທີສາກົນ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງ 2 ປະເທດຈະນັບມື້ນັບພັດທະນາໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ; ທ່ານຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ແຫຼ່ງຄັດຈາກ: vovworld.vn