ດັ່ງທີ່ພວກເຮົາຮູ້ແລ້ວ, ລັດທິສັງຄົມນິຍົມເຄີຍໄດ້ເຂົ້າໃຈໃນສາມຄຸນລັກສະນະ: ລັດທິສັງຄົມນິຍົມແມ່ນທິດສະດີ; ລັດທິສັງຄົມນິຍົມແມ່ນຂະບວນການ; ລັດທິສັງຄົມນິຍົມແມ່ນລະບອບການ. ຄຸນລັກສະນະແຕ່ລະຢ່າງມີການສະແດງອອກທີ່ແຕກຕ່າງກັນ, ຂຶ້ນກັບໂລກະທັດ ແລະລະດັບການພັດທະນາໃນແຕ່ລະໄລຍະປະຫວັດສາດຢ່າງລະອຽດ. ລັດທິສັງຄົມນິຍົມທີ່ກ່າວມາຂ້າງເທິງນີ້ແມ່ນລັດທິສັງຄົມນິຍົມວິທະຍາສາດໂດຍອີງໃສ່ທິດສະດີຂອງລັດທິມາກ-ເລນິນ ໃນຍຸກປັດຈຸບັນ. ສະນັ້ນພວກເຮົາຕ້ອງກໍານົດສັງຄົມນິຍົມຄືແນວໃດ, ແລະກໍານົດທິດກ້າວຂຶ້ນສັງຄົມນິຍົມຄືແນວໃດເພື່ອໃຫ້ເໝາະສົມກັບສະພາບການ ແລະຄຸນລັກສະນະສະເພາະຢູ່ຫວຽດນາມ?

ກ່ອນໜ້ານີ້, ເມື່ອຍັງມີສະຫະພາບໂຊວຽດ ແລະລະບົບບັນດາປະເທດສັງຄົມນິຍົມຢູ່ໃນໂລກນັ້ນ ບັນຫາກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ເບິ່ງຄືວ່າບໍ່ໄດ້ຮັບການປຶກສາຫາລື, ມັນລ້ວນແຕ່ຖືວ່າໄດ້ຮັບການຢັ້ງຢືນແລ້ວ. ແຕ່ວ່າພາຍຫຼັງຮູບແບບລັດທິສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະຫຼາຍປະເທດເອີຣົບ ຕາເວັນອອກລົ້ມລະລາຍ, ການປະຕິວັດໂລກຖືກຕົກຕໍ່າລົງນັ້ນ, ບັນຫາກ້າວຂຶ້ນສັງຄົມນິຍົມກໍຖືກຍົກຂຶ້ນມາ ແລະກາຍເປັນຈຸດດຶງດູດທຸກການປຶກສາຫາລື, ຊ້ຳບໍ່ໜຳແມ່ນການໂຕ້ຖຽງກັນຢ່າງເຄັ່ງຮ້ອນ. ບັນດາກຳລັງຕໍ່ຕ້ານລັດທິກອມມູນິດ, ສວຍໂອກາດທາງດ້ານການເມືອງມີຄວາມດີໃຈ, ສວຍໂອກາດນີ້ກ້າວໄປຂ້າງໜ້າ ເພື່ອເສກສັນປັ້ນແຕ່ງ ແລະມ້າງເພທໍາລາຍ. ໃນຖັນແຖວການປະຕິວັດ ກໍມີຜູ້ມີຈິດໃຈຫຍໍ້ທໍ້, ຄອນແຄນ, ສົງໄສຄວາມຖືກຕ້ອງ ແລະວິທະຍາສາດຂອງລັດທິສັງຄົມນິຍົມ, ສະຫຼຸບສາຍເຫດທີ່ເຮັດໃຫ້ໂຊວຽດ ແລະຫຼາຍປະເທດສັງຄົມນິຍົມຢູ່ເອີຣົບຕາເວັນອອກຖືກລົ້ມລະລາຍແມ່ນຄວາມຜິດພາດຂອງລັດທິມາກ-ເລນິນ ແລະການຄັດເລືອກເສັ້ນທາງສ້າງສັງຄົມນິຍົມ. ຈາກນັ້ນເຂົາເຈົ້າຈຶ່ງຖືວ່າພວກເຮົາໄດ້ເລືອກເສັ້ນທາງທີ່ບໍ່ຖືກຕ້ອງ, ຕ້ອງເດີນຕາມເສັ້ນທາງອື່ນ. ບາງຄົນກໍຍັງແຕ່ງເຕີມຖ້ອຍທໍານອງ, ເສກສັນປັ້ນແຕ່ງ, ປໍລະປັກ, ໂຈມຕີ, ທັບຖົມລັດທິສັງຄົມນິຍົມ, ຍ້ອງຍໍລັດທິທຶນນິຍົມຝ່າຍດຽວ. ຊໍ້າບໍ່ໜໍາມີຄົນໄດ້ສາລະພາບໂທດກ່ຽວກັບຕອນທີ່ເຊື່ອໝັ້ນຕໍ່ລັດທິມາກ-ເລນິນ ແລະເສັ້ນທາງສ້າງສັງຄົມນິຍົມ ແລະຄວາມຈິງເປັນແບບນັ້ນບໍ? ໃນຄວາມຈິງແລ້ວ, ປັດຈຸບັນລັດທິທຶນນິຍົມ, ນັບທັງບັນດາປະເທດທຶນນິຍົມເກົ່າ ກໍຍັງພັດທະນາໄດ້ດີບໍ? ປະເທດຫວຽດນາມ ເຮົາເລືອກເສັ້ນທາງທີ່ບໍ່ຖືກຕ້ອງບໍ?

ພວກເຮົາຍອມຮັບວ່າ ລັດທິທຶນນິຍົມບໍ່ເຄີຍມີລັກສະນະທົ່ວໂລກຄືໃນປັດຈຸບັນ ແລະກໍໄດ້ຮັບຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດການປົດປ່ອຍ ແລະພັດທະນາກຳລັງການຜະລິດ, ການພັດທະນາວິທະຍາສາດ - ເຕັກໂນໂລຢີ. ຫຼາຍປະເທດທຶນນິຍົມທີ່ພັດທະນາ, ບົນພື້ນຖານເງື່ອນໄຂເສດຖະກິດສູງ ແລະຍ້ອນຜົນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະປະຊາຊົນຜູ້ອອກແຮງງານ, ໄດ້ມີມາດຕະການປັບປຸງ, ສ້າງຫຼາຍລະບອບສະຫວັດດີການສັງຄົມທີ່ກ້າວໜ້າກວ່າເກົ່າ. ນັບແຕ່ກາງທົດສະວັດ 70 ແລະເປັນຕົ້ນແມ່ນນັບຕັ້ງແຕ່ໂຊວຽດ ຖືກລົ້ມລະລາຍ, ເພື່ອປັບຕົວໃຫ້ເຂົ້າກັບສະພາບການໃໝ່, ລັດທິທຶນນິຍົມໂລກໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປັບປຸງ ແລະຊຸກຍູ້ນະໂຍບາຍ "ເສລີໃໝ່" ໃນຂອບເຂດທົ່ວໂລກ; ຍ້ອນເຫດນັ້ນໃນປັດຈຸບັນຍັງມີທ່າແຮງບົ່ມຊ້ອນພັດທະນາ. ເຖິງຢ່າງໃດກໍ່ຕາມ, ລັດທິທຶນນິຍົມຍັງບໍ່ສາມາດແກ້ໄຂການຂັດແຍ້ງທີ່ມີຢູ່ແລ້ວໄດ້ໂດຍພື້ນຖານ. ວິກິດການຍັງສືບຕໍ່ເກີດຂຶ້ນ. ພິເສດ, ໃນປີ 2008-2009 ພວກເຮົາໄດ້ເຫັນປະຈັກຕາວິກິດການດ້ານການເງິນ, ເສດຖະກິດຊຸດໂຊມເລີ່ມຈາກອາເມລິກາ, ແຜ່ຂະຫຍາຍໄປສູ່ໃຈກາງລັດທິທຶນນິຍົມອື່ນໆ ແລະສົ່ງຜົນກະທົບເຖິງບັນດາປະເທດໃນໂລກເກືອບທັງໝົດ. ລັດ, ລັດຖະບານທຶນນິຍົມຢູ່ພາກຕາເວັນຕົກໄດ້ສະໜອງເງິນຈຳນວນຫຼວງຫຼາຍເພື່ອກູ້ຊ່ວຍກຸ່ມບໍລິສັດເສດຖະກິດຂ້າມຊາດ, ກຸ່ມອຸດສາຫະກຳ, ການເງິນ, ທະນາຄານ, ຕະຫຼາດຫຼັກຊັບ, ແຕ່ບໍ່ປະສົບຜົນສຳເລັດປານໃດ. ແລະໃນມື້ນີ້, ພວກເຮົາໄດ້ເຫັນປະຈັກຕາວິກິດການຫຼາຍດ້ານອີກເທື່ອໜຶ່ງ, ທັງດ້ານການແພດ, ສັງຄົມ, ການເມືອງ ແລະເສດຖະກິດທີ່ກຳລັງເກີດຂຶ້ນພາຍໃຕ້ຜົນກະທົບຂອງພະຍາດໂຄວິດ-19 ແລະການປະຕິວັດອຸດສາຫະກຳຄັ້ງທີ 4.

ເສດຖະກິດຊຸດໂຊມໄດ້ເປີດເຜີຍຄວາມຈິງໃນການຂາດຄວາມຍຸດຕິທຳທາງສັງຄົມໃນສັງຄົມຂອງລັດທິທຶນນິຍົມ: ຊີວິດການເປັນຢູ່ຂອງປະຊາຊົນຜູ້ອອກແຮງງານສ່ວນໃຫຍ່ໄດ້ຫຼຸດລົງຢ່າງແຮງ, ການວ່າງງານໄດ້ເພີ່ມຂຶ້ນ; ຄວາມແຕກໂຕນລະຫວ່າງຄົນຮັ່ງມີ ແລະຄົນທຸກຍາກນັບມື້ນັບຫຼາຍຂຶ້ນ, ຍິ່ງເຮັດໃຫ້ມີການຂັດແຍ້ງ, ການປະທະກັນຮ້າຍແຮງຂຶ້ນຕື່ມລະຫວ່າງຊົນຊາດຊົນເຜົ່າ. ສະຖານະການ "ການພັດທະນາທີ່ບໍ່ດີ", "ຝືນການພັດທະນາ", ຈາກພື້ນຖານເສດຖະກິດ-ການເງິນ ໄດ້ແຜ່ລາມໄປສູ່ຂົງເຂດສັງຄົມ, ເຊິ່ງກໍໃຫ້ເກີດການຂັດແຍ້ງທາງສັງຄົມ, ແລະໃນຫຼາຍບ່ອນນັບແຕ່ສະຖານະການເສດຖະກິດໄດ້ກາຍເປັນສະຖານະການທາງການເມືອງດ້ວຍຂະບວນການປະທ້ວງ ແລະຢຸດງານ, ເຮັດໃຫ້ທັງລະບອບຖືກສັ່ນຄອນ. ຄວາມຈິງໄດ້ຊີ້ໃຫ້ເຫັນວ່າ ຕະຫຼາດເສລີຂອງລັດທິທຶນນິຍົມເອງກໍບໍ່ຊ່ວຍແກ້ໄຂຄວາມຫຍຸ້ງຍາກໄດ້, ແລະໃນຫຼາຍກໍລະນີຍັງກໍ່ໃຫ້ເກີດຜົນຮ້າຍຢ່າງຮ້າຍແຮງຕໍ່ປະເທດທຸກຍາກ; ເຮັດໃຫ້ການຂັດແຍ້ງລະຫວ່າງຜູ້ອອກແຮງງານ ແລະລັດທິທຶນນິຍົມເລິກເຊິ່ງຂຶ້ນຕື່ມ. ຄວາມຈິງດັ່ງກ່າວຍັງເຮັດໃຫ້ທິດສະດີດ້ານເສດຖະກິດ ຫຼືຮູບແບບພັດທະນາໃນຕອນນັ້ນໂດຍຖືວ່າ ເປັນສະໄໝທີ່ຮຸ່ງເຮືອງ, ໄດ້ຮັບການຍ້ອງຍໍຈາກນັກການເມືອງທຶນນິຍົມຫຼາຍຄົນ, ແລະໄດ້ຮັບຖືວ່າແມ່ນດີທີ່ສຸດ ແລະສົມເຫດສົມຜົນທີ່ສຸດຈາກຊ່ຽວຊານຂອງເຂົາເຈົ້າຖືກລົ້ມລະລາຍ.

leftcenterrightdel
ທ່ານ  ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: nhandan.org.vn.

ຄຽງຄູ່ກັບວິກິດການເສດຖະກິດ-ການເງິນ, ວິກິດການດ້ານພະລັງງານ ແລະສະບຽງອາຫານ, ການເສື່ອມໂຊມຂອງຊັບພະຍາກອນທຳມະຊາດ, ການເສື່ອມໂຊມຂອງສິ່ງແວດລ້ອມຊີວະພາບ... ພວມສ້າງສິ່ງທ້າທາຍອັນໃຫຍ່ຫຼວງສຳລັບການຢູ່ລອດ ແລະການພັດທະນາຂອງມວນມະນຸດ. ມັນແມ່ນຜົນຮ້າຍຢ້ອນຫຼັງຈາກຂະບວນການພັດທະນາເສດຖະກິດ-ສັງຄົມທີ່ຖືກຳໄລເປັນເປົ້າໝາຍຢ່າງສູງສຸດ, ຖືການຄອບຄອງຊັບສິນ ແລະນໍາໃຊ້ວັດຖຸນັບມື້ນັບເພີ່ມຂຶ້ນ ເປັນໄມ້ວັດແທກຄວາມສີວິໄລ, ຖືຜົນປະໂຫຍດສ່ວນຕົວເປັນເສົາຄ້ຳຂອງສັງຄົມ. ນັ້ນກໍແມ່ນລັກສະນະທີ່ຈຳເປັນຂອງວິທີການຜະລິດ ແລະຊົມໃຊ້ທຶນນິຍົມ. ວິກິດການທີ່ພວມເກີດຂຶ້ນໄດ້ພິສູດໃຫ້ເຫັນຄວາມບໍ່ຍືນຍົງທາງດ້ານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຊີວະພາບອີກເທື່ອໜຶ່ງ. ຕາມນັກວິທະຍາສາດ, ນັກວິເຄາະຫຼາຍທ່ານແລ້ວ, ວິກິດການໃນປັດຈຸບັນບໍ່ສາມາດແກ້ໄຂໄດ້ຢ່າງເຖິງຖອງໃນຂອບຂອງລະບອບລັດທິທຶນນິຍົມ.

ບັນດາຂະບວນການຕໍ່ຕ້ານສັງຄົມທີ່ເກີດຂຶ້ນຢ່າງແຮງຢູ່ໃນຫຼາຍປະເທດທຶນນິຍົມພັດທະນາໃນໄລຍະຜ່ານມາໄດ້ເປີດເຜີຍຄວາມຈິງກ່ຽວກັບເນື້ອແທ້ຂອງລະບອບການເມືອງທຶນນິຍົມ. ຄວາມຈິງແມ່ນບັນດາລະບອບປະຊາທິປະໄຕຕາມສູດ "ປະຊາທິປະໄຕອິດສະຫຼະພາບ" ເຊິ່ງຝ່າຍຕາເວັນຕົກພະຍາຍາມໂຄສະນາເຜີຍແຜ່ ແລະນຳໃຊ້ທົ່ວໂລກບໍ່ຮັບປະກັນວ່າ ອຳນາດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ-ແມ່ນປັດໄຈທີ່ເປັນເນື້ອແທ້ຂອງປະຊາທິປະໄຕ. ລະບົບອຳນາດນັ້ນສ່ວນຫຼາຍແມ່ນຂຶ້ນກັບພວກທີ່ຮັ່ງມີຈຳນວນໜຶ່ງ ແລະຮັບໃຊ້ຜົນປະໂຫຍດຂອງກຸ່ມທຶນນິຍົມຂະໜາດໃຫຍ່.  ມີຈຳນວນໜ້ອຍ, ຊໍ້າບໍ່ໜໍາມີພຽງແຕ່ 1% ຂອງປະຊາກອນ, ແຕ່ກວມເອົາຊັບສິນ, ພາຫະນະການຜະລິດເປັນສ່ວນຫຼາຍ, ກວມເອົາເຖິງ ¾ ແຫຼ່ງການເງິນ, ພູມປັນຍາ ແລະພາຫະນະສື່ມວນຊົນທີ່ເປັນຕົ້ນຕໍ ແລະຍ້ອນເຫດນັ້ນຈຶ່ງມີການຄອບງຳທົ່ວສັງຄົມ. ນີ້ແມ່ນສາຍເຫດທີ່ພາໄປເຖິງຂະບວນການ "99 ຕ້ານ 1" ທີ່ເກີດຂຶ້ນຢູ່ອາເມລິກາ ໃນຕົ້ນປີ 2011 ແລະໄດ້ແຜ່ຂະຫຍາຍຢ່າງວ່ອງໄວຢູ່ໃນຫຼາຍປະເທດທຶນນິຍົມ. ການຮຽກຮ້ອງຄວາມສະເໝີພາບກ່ຽວກັບສິດແມ່ນຈະບໍ່ມີເງື່ອນໄຂໃດ ເພື່ອປະຕິບັດສິດນັ້ນໃຫ້ໄດ້ມາ ເຊິ່ງປະຊາທິປະໄຕທີ່ເປັນພຽງແຕ່ຮູບການ, ບໍ່ແທດຈິງ. ໃນຊີວິດການເມືອງ, ເມື່ອອຳນາດຂອງເງິນຄອບງຳນັ້ນອຳນາດຂອງປະຊາຊົນຈະຖືກກົດຂີ່ຂົ່ມເຫັງ. ສະນັ້ນ, ຢູ່ບັນດາປະເທດທຶນນິຍົມທີ່ພັດທະນາ, ການເລືອກຕັ້ງທີ່ເອີ້ນວ່າ "ອິດສະຫຼະພາບ" ແລະ "ປະຊາທິປະໄຕ", ເຖິງວ່າສາມາດປ່ຽນລັດຖະບານໄດ້ກໍ່ຕາມ, ແຕ່ບໍ່ສາມາດປ່ຽນກຳລັງປົກຄອງໄດ້; ເບື້ອງຫຼັງລະບົບຫຼາຍພັກໃນຕົວຈິງແລ້ວຍັງແມ່ນລະບອບລາຊາທິປະໄຕຂອງບັນດາກຸ່ມທຶນນິຍົມ.

ພວກເຮົາຕ້ອງການສັງຄົມ ເຊິ່ງໃນນັ້ນການພັດທະນາແມ່ນເພື່ອມະນຸດຢ່າງແທ້ຈິງ, ບໍ່ແມ່ນເພື່ອຜົນກຳໄລທີ່ຂູດຮີດ ແລະຢຽບຍ່ຳກຽດສັກສີຂອງມະນຸດ. ພວກເຮົາຕ້ອງການພັດທະນາເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າ ແລະຄວາມຍຸດຕິທຳທາງສັງຄົມ, ແຕ່ບໍ່ແມ່ນການເພີ່ມໄລຍະຫ່າງລະຫວ່າງຄວາມຮັ່ງມີ ແລະຄວາມທຸກຍາກ ແລະຂາດຄວາມສະເໝີພາບໃນສັງຄົມ. ພວກເຮົາຕ້ອງການສັງຄົມທີ່ມີຄວາມເມດຕາ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ມຸ່ງໄປເຖິງຄຸນຄ່າທີ່ກ້າວໜ້າ ແລະມະນຸດສະທຳ, ແຕ່ບໍ່ແມ່ນການແກ່ງແຍ້ງທີ່ຂາດຄວາມຍຸດຕິທຳ, "ປາໃຫຍ່ກິນປານ້ອຍ" ເພື່ອຜົນປະໂຫຍດທີ່ເຫັນແກ່ຕົວຂອງບຸກຄົນສ່ວນໜ້ອຍ ແລະກຸ່ມກ້ອນຈຳນວນໜຶ່ງ. ພວກເຮົາຕ້ອງການພັດທະນາແບບຍືນຍົງ, ມີຄວາມກົມກຽວກັບທຳມະຊາດ ເພື່ອຮັບປະກັນສິ່ງແວດລ້ອມໃນການດຳລົງຊີວິດທີ່ບໍລິສຸດໃຫ້ຄົນລຸ້ນປັດຈຸບັນ ແລະລຸ້ນຫຼັງ, ແຕ່ບໍ່ແມ່ນເພື່ອການຂຸດຄົ້ນ, ຢຶດເອົາຊັບພະຍາກອນ, ໃຊ້ວັດຖຸແບບບໍ່ມີຂີດຈຳກັດ ແລະທໍາລາຍສິ່ງແວດລ້ອມ ແລະພວກເຮົາຕ້ອງການລະບົບການເມືອງທີ່ມີອຳນາດເປັນຂອງປະຊາຊົນ, ໂດຍປະຊາຊົນ, ແລະຮັບໃຊ້ຜົນປະໂຫຍດຂອງປະຊາຊົນ, ບໍ່ແມ່ນໃຫ້ພຽງແຕ່ພວກຮັ່ງມີສ່ວນໜ້ອຍ.

ແມ່ນບໍ່ວ່າຄວາມຫວັງທີ່ດີງາມນັ້ນແມ່ນຄຸນຄ່າທີ່ແທ້ຈິງຂອງລັດທິສັງຄົມນິຍົມ ແລະກໍແມ່ນເປົ້າໝາຍ, ເສັ້ນທາງ ເຊິ່ງປະທານໂຮ່ຈີມິນ, ພັກເຮົາ ແລະປະຊາຊົນເຮົາໄດ້ເລືອກ ແລະກຳລັງຢຶດໝັ້ນປະຕິບັດຕາມ.

ດັ່ງທີ່ພວກເຮົາຮູ້, ປະຊາຊົນຫວຽດນາມ ໄດ້ຜ່ານຜ່າຂະບວນການຕໍ່ສູ້ປະຕິວັດທີ່ຍືດເຍື້ອຍາວນານ, ຫຍຸ້ງຍາກ, ເຕັມໄປດ້ວຍຄວາມລຳບາກກາກກໍາ, ເສຍສະຫຼະ ເພື່ອຕໍ່ສູ້ຕ້ານແອກປົກຄອງ ແລະການຮຸກຮານຂອງລ່າເມືອງຂຶ້ນ, ຈັກກະພັດເພື່ອປົກປັກຮັກສາພື້ນຖານເອກະລາດແຫ່ງຊາດ ແລະອະທິປະໄຕອັນສັກກະລະບູຊາຂອງປະເທດ, ເພື່ອອິດສະຫຼະພາບ ແລະຄວາມຜາສຸກຂອງປະຊາຊົນດ້ວຍຈິດໃຈ "ບໍ່ມີສິ່ງໃດປະເສີດເລີດລໍ້າກວ່າເອກະລາດ ແລະອິດສະຫຼະພາບ".

ເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມແມ່ນແນວທາງພື້ນຖານ ແລະລຸລ່ວງຂອງການປະຕິວັດຫວຽດນາມ ແລະກໍແມ່ນຈຸດສຳຄັນໃນມໍລະດົກທາງດ້ານແນວຄິດຂອງປະທານໂຮ່ຈີມິນ. ດ້ວຍປະສົບການຕົວຈິງທີ່ອຸດົມສົມບູນຂອງຕົນສົມທົບໃສ່ກັບທິດສະດີການປະຕິວັດ, ວິທະຍາສາດຂອງລັດທິມາກ-ເລນິນ, ໂຮ່ຈີມິນ ໄດ້ສະຫຼຸບຢ່າງເລິກເຊິ່ງວ່າ ມີພຽງແຕ່ລັດທິສັງຄົມນິຍົມ ແລະລັດທິກອມມູນິດ ຈຶ່ງສາມາດແກ້ໄຂບັນຫາເອກະລາດແຫ່ງຊາດໄດ້ຢ່າງເຖິງຖອງ, ຈຶ່ງສາມາດນຳເອົາອິດສະຫຼະພາບ, ຄວາມອີ່ມໜຳສຳລານ  ແລະຄວາມຜາສຸກທີ່ແທ້ຈິງມາໃຫ້ທຸກຄົນ ແລະທຸກຊົນຊາດຊົນເຜົ່າ.

ເມື່ອຫາກໍ່ໄດ້ຮັບການສ້າງຕັ້ງ ແລະໃນຕະຫຼອດວິວັດການຕໍ່ສູ້ປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍຢັ້ງຢືນວ່າ: ລັດທິສັງຄົມນິຍົມແມ່ນເປົ້າໝາຍ ແລະອຸດົມການຂອງພັກກອມມູນິດ ແລະປະຊາຊົນຫວຽດນາມ; ກ້າວຂຶ້ນສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ແມ່ນເສັ້ນທາງທີ່ຈໍາເປັນຂອງການປະຕິວັດຫວຽດນາມ. ປີ 1930, ໃນໂຄງການການເມືອງຂອງຕົນ, ພັກກອມມູນິດຫວຽດນາມ ໄດ້: “ດໍາເນີນການປະຕິວັດຊາດປະຊາທິປະໄຕປະຊາຊົນທີ່ນຳພາ ໂດຍຊົນຊັ້ນກຳມະກອນ, ກ້າວຂຶ້ນສັງຄົມນິຍົມ, ປະຖິ້ມໄລຍະລັດທິທຶນນິຍົມ”. ໃນຊຸມປີທ້າຍສະຕະວັດທີ XX, ເຖິງວ່າລັດທິສັງຄົມນິຍົມທີ່ແທ້ຈິງໃນໂລກຖືກແຕກຫັກເປັນສ່ວນໃຫຍ່, ລະບົບຂອງບັນດາປະເທດສັງຄົມນິຍົມບໍ່ຄົງຕົວ, ຂະບວນການສັງຄົມນິຍົມຕົກເຂົ້າສູ່ໄລຍະວິກິດການ, ຊຸດໂຊມ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ພັກກອມມູນິດຫວຽດນາມ ຍັງສືບຕໍ່ຢັ້ງຢືນວ່າ: “ພັກ ແລະປະຊາຊົນເຮົາຕັດສິນໃຈສ້າງສາປະເທດຫວຽດນາມ ໄປຕາມເສັ້ນທາງສັງຄົມນິຍົມບົນພື້ນຖານລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ”.

ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ (ເດືອນມັງກອນ 2011) ໃນໂຄງການການເມືອງ ໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ ແລະພັດທະນາໃນປີ 2011), ພວກເຮົາໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ: “ກ້າວຂຶ້ນສັງຄົມນິຍົມແມ່ນຄວາມມຸ່ງຫວັງຂອງປະຊາຊົນຫວຽດນາມ, ແມ່ນການເລືອກເຟັ້ນທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ, ເໝາະສົມກັບທ່າອ່ຽງການພັດທະນາຂອງປະຫວັດສາດ”.

ເຖິງຢ່າງໃດກໍ່ຕາມ, ລັດທິສັງຄົມນິຍົມແມ່ນຫຍັງ ແລະກ້າວຂຶ້ນສັງຄົມນິຍົມຄືແນວໃດ? ນັ້ນແມ່ນສິ່ງທີ່ພວກເຮົາຍາມໃດກໍ່ນຶກຄິດ, ຊອກຫາ, ເລືອກເຟັ້ນ ເພື່ອປັບປຸງແນວທາງ, ທັດສະນະ ແລະຈັດຕັ້ງປະຕິບັດໃຫ້ສຳເລັດເທື່ອລະກ້າວ, ເຮັດແນວໃດເພື່ອທັງຖືກຕ້ອງຕາມກົດເກນລວມ, ທັງເໝາະສົມກັບເງື່ອນໄຂລະອຽດຂອງຫວຽດນາມ.

ໃນຊຸມປີດໍາເນີນກິດຈະການປ່ຽນແປງໃໝ່, ຈາກການສະຫຼຸບໃນພຶດຕິກໍາຕົວຈິງ ແລະການຄົ້ນຄວ້າທິດສະດີ, ພັກກອມມູນິດຫວຽດນາມ ໄດ້ນັບມື້ນັບມີຄວາມຮັບຮູ້ຢ່າງຖືກຕ້ອງກວ່າ, ເລິກເຊິ່ງກວ້າງຂວາງກວ່າເທື່ອລະກ້າວກ່ຽວກັບລັດທິສັງຄົມນິຍົມ ແລະສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ; ແກ້ໄຂບາງທັດສະນະຄະຕິທີ່ງ່າຍດາຍກ່ອນໜ້ານີ້ເທື່ອລະກ້າວ, ຄື: ຖືເປົ້າໝາຍສຸດທ້າຍຂອງລັດທິສັງຄົມນິຍົມກັບໜ້າທີ່ຂອງໄລຍະຕໍ່ໜ້າເປັນອັນໜຶ່ງອັນດຽວ; ເນັ້ນໜັກເຖິງການພົວພັນໃນການຜະລິດແຕ່ດ້ານດຽວ, ລະບອບແຈກຈ່າຍສະເລ່ຍ, ບໍ່ເຫັນຄວາມຕ້ອງການພັດທະນາຢ່າງຄົບຖ້ວນກ່ຽວກັບກໍາລັງຜະລິດໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ; ບໍ່ຍອມຮັບການຄົງຕົວຂອງພາກສ່ວນເສດຖະກິດ; ຖືເສດຖະກິດການຕະຫຼາດກັບລັດທິທຶນນິຍົມເປັນອັນໜຶ່ງອັນດຽວ; ຖືລັດແຫ່ງອຳນາດນິຕິບັນຍັດກັບປະເທດນາຍທຶນເປັນອັນໜຶ່ງອັນດຽວ...

ມາຮອດປະຈຸບັນ, ເຖິງວ່າຍັງມີບາງບັນຫາຕ້ອງສືບຕໍ່ລົງເລິກຄົ້ນຄວ້າກໍ່ຕາມ, ແຕ່ພວກເຮົາຍັງໄດ້ສ້າງຄວາມຮັບຮູ້ລວມທີ່ວ່າ: ສັງຄົມສັງຄົມນິຍົມ ເຊິ່ງປະຊາຊົນຫວຽດນາມ ກໍາລັງສູ້ຊົນກໍ່ສ້າງແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ໂດຍປະຊາຊົນເປັນເຈົ້າຂອງ, ມີພື້ນຖານເສດຖະກິດພັດທະນາສູງ, ອີງໃສ່ກໍາລັງຜະລິດທັນສະໄໝ ແລະການພົວພັນໃນການຜະລິດທີ່ມີຄວາມກ້າວໜ້າເໝາະສົມ; ມີພື້ນຖານວັດທະນະທໍາກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ອິດສະຫຼະພາບ, ຄວາມຜາສຸກ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ; ບັນດາເຜົ່າຢູ່ພາຍໃນປະເທດຫວຽດນາມ ມີຄວາມສະເໝີພາບ, ສາມັກຄີ, ເຄົາລົບນັບຖື ແລະຊ່ວຍເຫຼືອພ້ອມກັນພັດທະນາ; ມີລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ໂດຍພັກກອມມູນິດນໍາພາ; ມີສາຍພົວພັນມິດຕະພາບ ແລະການຮ່ວມມືກັບບັນດາປະເທດຢູ່ໃນໂລກ.

ເພື່ອປະຕິບັດເປົ້າໝາຍດັ່ງກ່າວໃຫ້ໄດ້, ພວກເຮົາຕ້ອງ: ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝຕິດພັນກັບການພັດທະນາເສດຖະກິດພູມປັນຍາ; ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ; ສ້າງພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ; ກໍ່ສ້າງມະນຸດ,  ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະຄວາມຍຸດຕິທໍາທາງສັງຄົມ; ຮັບປະກັນການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໝັ້ນແກ່ນ; ປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເປັນຫຼາຍຮູບຫຼາບແບບ ແລະຫຼາຍຝ່າຍ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍເຈດຈໍານົງ ແລະກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກັບກໍາລັງແຮງຂອງຍຸກສະໄໝ; ກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ກໍ່ສ້າງພັກ ແລະລະບົບການເມືອງໃຫ້ປອດໃສເຂັ້ມແຂງຮອບດ້ານ.

ຍິ່ງເຂົ້າສູ່ການຊີ້ນໍາຕົວຈິງ, ພັກເຮົາຍິ່ງຮັບຮູ້ໄດ້ວ່າ:  ການຂ້າມຜ່ານກ້າວຂຶ້ນສັງຄົມນິຍົມແມ່ນພາລະກິດທີ່ຍາວນານ, ຫຍຸ້ງຍາກ ແລະສັບສົນ, ເພາະວ່າມັນຕ້ອງສ້າງການຫັນປ່ຽນຢ່າງເລິກເຊິ່ງກ່ຽວກັບທາດແທ້ໃນທຸກຂົງເຂດຂອງຊີວິດສັງຄົມ. ຫວຽດນາມ ຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຈາກປະເທດກະສິກໍາທີ່ຫຼ້າຫຼັງ, ຜ່ານລະບອບທຶນນິຍົມ, ກໍາລັງການຜະລິດຕໍ່າ, ຜ່ານສົງຄາມຫຼາຍສິບປີຜົນຕາມມາໜັກໜ່ວງທີ່ສຸດ, ບັນດາອິດທິກໍາລັງທີ່ເປັນປໍລະປັກຊອກວິທີມ້າງເພທໍາລາຍເປັນປະຈໍາ, ສະນັ້ນຍິ່ງປະສົບກັບຄວາມຫຍຸ້ງຍາກ, ສັບສົນ, ຈໍາເປັນຕ້ອງຜ່ານຜ່າໄລຍະຂ້າມຜ່ານທີ່ຍາວນານດ້ວຍຫຼາຍບາດກ້າວ, ຫຼາຍຮູບການຈັດຕັ້ງເສດຖະກິດ, ສັງຄົມສະຫຼັບກັນ, ມີການຕໍ່ສູ້ລະຫວ່າງອັນເກົ່າ ແລະອັນໃໝ່. ເວົ້າເຖິງການຜ່ານລະບອບທຶນນິຍົມແມ່ນການຜ່ານລະບອບກົດຂີ່ຂູດຮີດ, ໄຮ້ຍຸຕິທຳຂອງລັດທິທຶນນິຍົມ; ປະຖິ້ມຄວາມຊິນເຄີຍທີ່ບໍ່ດີ, ລະບອບການເມືອງທີ່ບໍ່ສອດຄ່ອງກັບລະບອບສັງຄົມນິຍົມ, ຫາກບໍ່ແມ່ນການປະຖິ້ມໝາກຜົນ, ຄຸນຄ່າແຫ່ງຄວາມສີວິໄລ ເຊິ່ງມວນມະນຸດບັນລຸໄດ້ໃນສະໄໝພັດທະນາລັດທິທຶນນິຍົມ. ເຖິງຢ່າງໃດກໍ່ຕາມ, ການສືບທອດໝາກຜົນດັ່ງກ່າວຕ້ອງມີການຄັດເລືຶອກໂດຍອີງໃສ່ທັດສະນະວິທະຍາສາດ ແລະການພັດທະນາ.

ຍົກອອກທັດສະນະພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນການບຸກທະລຸທິດສະດີທີ່ເປັນພື້ນຖານທີ່ສຸດ ແລະປະດິດສ້າງຂອງພັກກອມມູນິດ ຫວຽດນາມ, ແມ່ນຜົນງານດ້ານທິດສະດີສໍາຄັນຜ່ານ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, ເລີ່ມຕົ້ນຈາກພຶດຕິກຳຕົວຈິງຂອງຫວຽດນາມ ແລະແມ່ນການຮັບເອົາບົດຮຽນຂອງໂລກຢ່າງມີການເລືອກເຟັ້ນ. ຕາມຄວາມຮັບຮູ້ຂອງພວກເຮົາ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນພື້ນຖານເສດຖະກິດຕະຫຼາດທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ເຄື່ອນໄຫວຢ່າງຄົບຖ້ວນ, ໂດຍອີງຕາມກົດເກນຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ໂດຍພັກກອມມູນິດຫວຽດນາມ ນຳພາ; ຮັບປະກັນການກຳນົດທິດສັງຄົມນິຍົມ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ນັ້ນແມ່ນເສດຖະກິດຕະຫຼາດແບບໃໝ່ໃນປະຫວັດສາດແຫ່ງການພັດທະນາຂອງເສດຖະກິດຕະຫຼາດ. ແມ່ນຮູບແບບການຈັດຕັ້ງເສດຖະກິດທັງປະຕິບັດຕາມກົດເກນຂອງເສດຖະກິດຕະຫຼາດ, ທັງອີງໃສ່ພື້ນຖານ ແລະໄດ້ນໍາພາ, ຄອບງຳດ້ວຍບັນດາຫຼັກການ ແລະເນື້ອແທ້ຂອງລັດທິສັງຄົມນິຍົມ, ເຊິ່ງສະແດງໃຫ້ເຫັນໃນທັງ 3 ດ້ານ: ກຳມະສິດ, ການຈັດຕັ້ງຄຸ້ມຄອງ ແລະແຈກຢາຍ. ນີ້ບໍ່ແມ່ນພື້ນຖານເສດຖະກິດຕະຫຼາດທຶນນິຍົມ ແລະກໍຍັງບໍ່ທັນແມ່ນພື້ນຖານເສດຖະກິດຕະຫຼາດສັງຄົມນິຍົມຢ່າງຄົບຊຸດເທື່ອ.

ໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມມີຫຼາຍຮູບແບບກຳມະສິດ, ຫຼາຍພາກສ່ວນເສດຖະກິດ. ບັນດາພາກສ່ວນເສດຖະກິດທີ່ເຄື່ອນໄຫວຕາມກົດໝາຍລ້ວນແຕ່ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ມີຄວາມສະເໝີພາບຕໍ່ໜ້າກົດໝາຍພ້ອມກັນພັດທະນາຍາວນານ, ມີການຮ່ວມມື, ແກ່ງແຍ້ງທີ່ປອດໃສ. ໃນນັ້ນ, ເສດຖະກິດພາກລັດມີບົດບາດເປັນເຈົ້າພາທາງ; ເສດຖະກິດລວມໝູ່, ເສດຖະກິດຮ່ວມມືໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ; ເສດຖະກິດພາກເອກະຊົນແມ່ນກໍາລັງໜູນສໍາຄັນຂອງພື້ນຖານເສດຖະກິດ; ເສດຖະກິດມີເງິນລົງທຶນຈາກຕ່າງປະເທດໄດ້ຮັບການສົ່ງເສີມພັດທະນາທີ່ເໝາະສົມກັບຍຸດທະສາດ, ແຜນຜັງພັດທະນາເສດຖະກິດ-ສັງຄົມ. ການພົວພັນແຈກຢາຍໄດ້ຮັບປະກັນຄວາມຍຸຕິທຳ ແລະສ້າງກໍາລັງໜູນໃຫ້ແກ່ການພັດທະນາ; ປະຕິບັດລະບອບແຈກຢາຍສ່ວນຫຼາຍແມ່ນຕາມໝາກຜົນຂອງການອອກແຮງງານ, ປະສິດທິຜົນດ້ານເສດຖະກິດ, ພ້ອມທັງຕາມການປະກອບທຶນພ້ອມກັບແຫຼ່ງກໍາລັງອື່ນ ແລະແຈກຢາຍຜ່ານລະບົບການຮັບປະກັນສະຫວັດດີການສັງຄົມ. ລັດຄຸ້ມຄອງພື້ນຖານເສດຖະກິດດ້ວຍກົດໝາຍ, ຍຸດທະສາດ, ແຜນຜັງ, ແຜນການ, ນະໂຍບາຍ ແລະກໍາລັງວັດຖຸ ເພື່ອກໍານົດທິດ, ດັດສົມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ລັກສະນະພື້ນຖານແມ່ນລັກສະນະສໍາຄັນຂອງການກຳນົດທິດສັງຄົມນິຍົມໃນເສດຖະກິດຕະຫຼາດຢູ່ຫວຽດນາມ ແມ່ນຕ້ອງຕິດພັນເສດຖະກິດກັບສັງຄົມ, ເປັນເອກະພາບຕໍ່ນະໂຍບາຍເສດຖະກິດກັບນະໂຍບາຍສັງຄົມ, ການເຕີບໂຕດ້ານເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະຄວາມຍຸດຕິທຳທາງສັງຄົມເທື່ອລະກ້າວ, ແຕ່ລະນະໂຍບາຍ ແລະໃນວິວັດການພັດທະນາ.

ພວກເຮົາຖືວັດທະນະທໍາແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ກໍາລັງແຮງພາຍໃນ, ກໍາລັງໜູນພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ; ກໍານົດທິດພັດທະນາວັດທະນະທໍາໃຫ້ຄົບຊຸດ, ກົມກຽວກັບການເຕີບໂຕເສດຖະກິດ ແລະຄວາມກ້າວໜ້າ, ຍຸຕິທໍາທາງສັງຄົມແມ່ນການນໍານົດທິດອັນພື້ນຖານຂອງວິວັດການກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ. ພື້ນຖານວັດທະນະທໍາ ເຊິ່ງພວກເຮົາກໍ່ສ້າງແມ່ນພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາຂອງຊາດ, ພື້ນຖານວັດທະນະທໍາທີ່ເປັນເອກະພາບໃນຫຼາຍຮູບແບບ, ໂດຍອີງໃສ່ບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດຊາດ; ລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ຮັກສາບົດບາດຫຼັກແຫຼ່ງໃນຊີວິດຈິດໃຈຂອງສັງຄົມ, ສືບທອດ ແລະເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆພາຍໃນປະເທດ, ຮັບເອົາຜົນງານ, ວັດທະນະທໍາທີ່ຍອດຢ້ຽມຂອງມວນມະນຸດ, ສູ້ຊົນກໍ່ສ້າງສັງຄົມສີວິໄລ, ປອດໃສເພື່ອຜົນປະໂຫຍດອັນຊອບທໍາ ແລະກຽດສັກສີຂອງມະນຸດ, ດ້ວຍລະດັບຄວາມຮູ້, ຄຸນສົມບັດ, ກໍາລັງກາຍ, ແບບແຜນການດໍາລົງຊີວິດ ແລະຄວາມງາມນັບມື້ນັບສູງ. ພວກເຮົາກໍານົດວ່າ: ມະນຸດຮັກສາບົດບາດໃຈກາງໃນຍຸດທະສາດພັດທະນາ; ການພັດທະນາວັດທະນະທໍາ, ກໍ່ສ້າງມະນຸດທັງແມ່ນເປົ້າໝາຍທັງເປັນກໍາລັງໜູນຂອງກິດຈະການປ່ຽນແປງໃໝ່; ການພັດທະນາການສຶກສາ-ກໍ່ສ້າງ ແລະວິທະຍາສາດ-ເຕັກໂນໂລຢີແມ່ນລັດຖະນະໂຍບາຍແຖວໜ້າ; ປົກປັກຮັກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາບັນຫາເປັນຕາຍ, ແມ່ນມາດຖານຂອງຄວາມກ້າວໜ້າ, ສີວິໄລ.

ລັດທິສັງຄົມສັງຄົມນິຍົມແມ່ນສັງຄົມທີ່ມຸ່ງໄປເຖິງບັນດາຄຸນຄ່າກ້າວໜ້າ, ມະນຸດຊາດ, ໂດຍອີງໃສ່ພື້ນຖານຜົນປະໂຫຍດລວມຂອງທົ່ວສັງຄົມທີ່ກົມກຽວກັບຜົນປະໂຫຍດອັນຊອບທໍາຂອງມະນຸດ, ຕ່າງຫາກດ້ານທາດແທ້ເມື່ອທຽບໃສ່ບັນດາສັງຄົມທີ່ແກ່ງແຍ້ງ ເພື່ອຍາດຊີງຜົນປະໂຫຍດສ່ວນຕົວລະຫວ່າງບຸກຄົນ ແລະກຸ່ມກ້ອນ, ສະນັ້ນຕ້ອງການ ແລະມີເງື່ອນໄຂເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມແທນທີ່ຄັດຄ້ານ, ປໍລະປັກໃນສັງຄົມ. ໃນລະບອບການເມືອງສັງຄົມນິຍົມ, ການພົວພັນລະຫວ່າງພັກ, ລັດ ແລະປະຊາຊົນ ແມ່ນການພົວພັນລະຫວ່າງພາກສ່ວນຕົ້ນຕໍມີບົດບາດສຳຄັນທີ່ເປັນເອກະພາບກ່ຽວກັບເປົ້າໝາຍ ແລະຜົນປະໂຫຍດ; ແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ແລະການເຄື່ອນໄຫວຂອງລັດລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ, ຖືຄວາມຜາສຸກຂອງປະຊາຊົນເປັນເປົ້າໝາຍສູ້ຊົນ. ຮູບແບບການເມືອງ ແລະກົນໄກບໍລິຫານສັງລວມແມ່ນພັກນໍາພາ, ລັດຄຸ້ມຄອງ ແລະປະຊາຊົນເປັນເຈົ້າ. ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ, ທັງແມ່ນເປົ້າໝາຍ, ທັງແມ່ນກໍາລັງໜູນຂອງກິດຈະການກໍ່ສ້າງລັດທິສັງຄົມນິຍົມ; ກໍ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ຮັບປະກັນອໍານາດແມ່ນຂອງປະຊາຊົນຢ່າງແທ້ຈິງແມ່ນໜ້າທີ່ສໍາຄັນຍິ່ງ, ຍາວນານຂອງການປະຕິວັດຫວຽດນາມ. ພວກເຮົາມີແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕ, ກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນຢ່າງແທ້ຈິງ, ບົນພື້ນຖານການຮ່ວມສໍາພັນລະຫວ່າງກໍາມະກອນ, ຊາວນາ ແລະປັນຍາຊົນ ໂດຍພັກກອມມູນິດຫວຽດນາມ ນໍາພາ. ລັດເປັນຕົວແທນໃຫ້ສິດເປັນເຈົ້າຂອງປະຊາຊົນ, ພ້ອມທັງເປັນຜູ້ຈັດຕັ້ງປະຕິບັດແນວທາງຂອງພັກ; ມີກົນໄກ ເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າໂດຍກົງ ແລະປະຊາທິປະໄຕເປັນຕົວແທນໃນບັນດາຂົງເຂດຂອງຊີວິດສັງຄົມ, ເຂົ້າຮ່ວມການຄຸ້ມຄອງສັງຄົມ. ພວກເຮົາຮັບຮູ້ວ່າ ລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມກ່ຽວກັບທາດແທ້ແມ່ນຕ່າງກັບລັດແຫ່ງອໍານາດນິຕິບັນຍັດນາຍທຶນຢູ່ບ່ອນວ່າ: ອໍານາດນິຕິບັນຍັດພາຍໃຕ້ລະບອບທຶນນິຍົມ ແມ່ນເຄື່ອງມືປົກປ້ອງ ແລະຮັບໃຊ້ຜົນປະໂຫຍດຂອງຊົນຊັ້ນນາຍທຶນ, ສ່ວນອໍານາດນິຕິບັນຍັດພາຍໃຕ້ລະບອບສັງຄົມ ນິຍົມແມ່ນເຄື່ອງມືສະແດງອອກ ແລະປະຕິບັດສິດເປັນເຈົ້າຂອງປະຊາຊົນ, ຮັບປະກັນ ແລະປົກປ້ອງຜົນປະໂຫຍດຂອງປະຊາຊົນສ່ວນຫຼາຍ. ຜ່ານການປະຕິບັດກົດໝາຍ, ລັດຮັບປະກັນບັນດາເງື່ອນໄຂ ເພື່ອໃຫ້ປະຊາຊົນເປັນເຈົ້າຂອງອໍານາດການເມືອງ, ປະຕິບັດຜະເດັດການຕໍ່ທຸກການກະທໍາລະເມີດຜົນປະໂຫຍດຂອງປະເທດຊາດ ແລະປະຊາຊົນ. ພ້ອມກັນນັ້ນ, ພວກເຮົາກໍານົດວ່າ: ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແຫຼ່ງກໍາລັງ ແລະແມ່ນປັດໄຈທີ່ມີຄວາມໝາຍຕັດສິນຮັບປະກັນໄຊຊະນະຍາວນານຂອງພາລະກິດປະຕິວັດຢູ່ຫວຽດນາມ; ຊຸກຍູ້ຄວາມສະເໝີພາບ ແລະຄວາມສາມັກຄີລະຫວ່າງບັນດາຊົນເຜົ່າ, ສາສະໜາຢ່າງບໍ່ຢຸດຢັ້ງ.

ໂດຍຮັບຮູ້ຢ່າງເລິກເຊິ່ງວ່າການນໍາພາຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນໄຊຊະນະຂອງພາລະກິດປ່ຽນແປງໃໝ່ ແລະຮັບປະກັນເພື່ອໃຫ້ ປະເທດພັດທະນາຕາມທິດສັງຄົມນິຍົມ, ພວກເຮົາ ເອົາໃຈໃສ່ເປັນພິເສດເຖິງ ວຽກງານກໍ່ສ້າງ, ປັບປຸງພັກ, ຖືນີ້ແມ່ນໜ້າທີ່ຫຼັກແຫຼ່ງ, ມີຄວາມໝາຍເປັນຕາຍ ຕໍ່ກັບພັກ ແລະລະບອບສັງຄົມນິຍົມ. ພັກກອມມູນິດຫວຽດນາມ ແມ່ນກອງປະຈັນບານຂອງຊົນຊັ້ນກໍາມະກອນຫວຽດນາມ; ພັກກໍາເນີດ, ຄົງຕົວ ແລະເຕີບໃຫຍ່ຂະຫຍາຍຕົວແມ່ນເພື່ອຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ປະຊາຊົນຜູ້ອອກແຮງງານ ແລະຂອງທົ່ວປວງຊົນທັງຊາດ.  ເມື່ອພັກກໍາອໍານາດ, ນໍາພາທົ່ວປວງຊົນທັງຊາດ, ໄດ້ຍອມຮັບວ່າເປັນກອງປະຈັນບານນໍາພາຂອງຕົນ ແລະສະນັ້ນ ພັກແມ່ນກອງປະຈັນບານຂອງຊົນຊັ້ນກໍາມະກອນ, ທັງແມ່ນກອງປະຈັນບານຂອງປະຊາຊົນຜູ້ອອກແຮງງານ ແລະທົ່ວປວງຊົນທັງຊາດຫວຽດນາມ. ເວົ້າຄືແນວນັ້ນບໍ່ໝາຍຄວາມວ່າເຮັດໃຫ້ທາດແທ້ຊົນຊັ້ນຂອງພັກຕໍ່າລົງ, ຫາກແມ່ນການສະແດງໃຫ້ເຫັນຄວາມຮັບຮູ້ທາດແທ້ຊົນຊັ້ນຂອງພັກຢ່າງເລິກເຊິ່ງກວ່າ, ຄົບຖ້ວນກວ່າ, ເພາະວ່າ ຊົນຊັ້ນກໍາມະກອນແມ່ນຊົນຊັ້ນມີຜົນປະໂຫຍດທີ່ເປັນເອກະພາບກັບຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງງານ ແລະທົ່ວປວງຊົນທັງຊາດ. ພັກເຮົາຢຶດໝັ້ນຖືລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ເປັນພື້ນຖານທາງດ້ານແນວຄິດ ແລະເປັນເຂັມທິດໃຫ້ແກ່ ການກະທໍາປະຕິວັດ, ຖືລວມສູນປະຊາທິປະໄຕເປັນຫຼັກການຈັດຕັ້ງພື້ນຖານ. ພັກນໍາພາ ດ້ວຍໂຄງການດໍາເນີນງານ, ຍຸດທະສາດ, ການກໍານົດທິດກ່ຽວກັບນະໂຍບາຍ ແລະແຜນນະໂຍບາຍໃຫຍ່; ດ້ວຍວຽກງານໂຄສະນາ,ໄກ່ເກ່ຍ, ລະດົມຂົນຂວາຍ, ຈັດຕັ້ງ, ຕິດຕາມກວດກາ ແລະດ້ວຍການກະທໍາທີ່ເປັນແບບຢ່າງຂອງສະມາຊິກພັກ; ເຫັນດີເປັນເອກະພາບນໍາພາວຽກງານພະນັກງານ. ໂດຍຮັບຮູ້ໄດ້ໄພອັນຕະລາຍຕໍ່ກັບພັກກໍາອໍານາດແມ່ນສໍ້ລາດບັງຫຼວງ, ອາດຍາສິດ, ເຊື່ອມທາດເສຍຄຸນ... ເປັນຕົ້ນແມ່ນໃນເງື່ອນໄຂເສດຖະກິດຕະຫຼາດ, ພັກກອມມູນິດຫວຽດນາມ ວາງອອກຄວາມຮຽກຮ້ອງຕ້ອງການ ນັ້ນແມ່ນຕ້ອງປ່ຽນແປງໃໝ່ເອງ, ປັບປຸງເອງ, ຕໍ່ສູ້ຕ້ານລັດທິສວຍໂອກາດ, ລັດທິສ່ວນຕົວ, ຕ້ານການສໍ້ລາດບັງຫຼວງ, ອາດຍາສິດ, ຟຸມເຟືອຍ, ເຊື່ອມທາດເສຍຄຸນ... ພາຍໃນພັກ ແລະໃນທົ່ວລະບົບການເມືອງ.

ກິດຈະການປ່ຽນແປງໃໝ່, ໃນນັ້ນມີການພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໄດ້ນໍາມາເຊິ່ງບັນດາການປ່ຽນແປງອັນໃຫຍ່ຫຼວງ, ດີງາມມາໃຫ້ປະເທດຊາດໃນຕະຫຼອດ 35 ປີຜ່ານມາຢ່າງແທ້ຈິງ.

ກ່ອນການປ່ຽນແປງໃໝ່ (ປີ 1986), ຫວຽດນາມ ເຄີຍເປັນປະເທດທຸກຍາກ ແລະຖືກສົງຄາມທໍາລາຍຢ່າງໜັກໜ່ວງ, ກໍ່ຜົນຮ້າຍຢ້ອນຫຼັງໃຫຍ່ຫຼວງທີ່ສຸດທາງດ້ານຊີວິດ, ຊັບສິນ ແລະສິ່ງແວດລ້ອມຊີວະພາບ. ຂ້າພະເຈົ້າຂໍຍົກຕົວຢ່າງ, ມາຮອດປັດຈຸບັນຍັງມີຜູ້ຕິດພະຍາດອັນຕະລາຍນັບຫຼາຍລ້ານຄົນ ແລະເດັກນ້ອຍຖືກພິການມາແຕ່ເກີດນັບແສນຄົນຍ້ອນຜົນກະທົບຈາກທາດພິດສີສົ້ມ/ດີໂອຊິນ ໂດຍກອງທັບອາເມລິກາ ນໍາໃຊ້ໃນປາງສົງຄາມຢູູ່ຫວຽດນາມ. ຕາມບັນດານັກຊ່ຽວຊານ, ຫວຽດນາມ ຕ້ອງໃຊ້ເວລາກວ່າ 100 ປີ ຈຶ່ງສາມາດເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໄດ້. ພາຍຫຼັງສົງຄາມ, ອາເມລິກາ ແລະຝ່າຍພາກຕາເວັນຕົກໄດ້ຈັດວາງການຂວໍ້າບາດດ້ານເສດຖະກິດຕໍ່ຫວຽດນາມ ໃນຕະຫຼອດໄລຍະເກືອບ 20 ປີ. ສະພາບການຢູ່ພາກພື້ນ ແລະສາກົນກໍຜັນແປຢ່າງສັບສົນ, ສ້າງຄວາມເສຍຫາຍຫຼາຍຢ່າງໃຫ້ແກ່ຫວຽດນາມ. ສະບຽງອາຫານ, ສິນຄ້າທີ່ຈໍາເປັນຖືກຂາດແຄນ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ພົນລະເມືອງກວມປະມານ 3/4 ມີລະດັບຄອງຊີບຕໍ່າກວ່າລະດັບທຸກຍາກ.

ຍ້ອນປະຕິບັດແນວທາງປ່ຽນແປງໃໝ່, ພື້ນຖານເສດຖະກິດເລີ່ມພັດທະນາ ແລະພັດທະນາຢ່າງຕໍ່ເນື່ອງດ້ວຍລະດັບສູງພໍສົມຄວນໃນຕະຫຼອດໄລຍະ 35 ປີຜ່ານມາດ້ວຍລະດັບເຕີບໂຕສະເລ່ຍປະມານ 7% ຕໍ່ປີ. ຂອບຂະໜາດ GDP  ນັບມື້ໄດ້ຮັບການເປີດກວ້າງ, ປີ 2020 ບັນລຸ 342,7 ຕື້ໂດລາສະຫະລັດ, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 4 ໃນອາຊຽນ. ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນປະມານ 17 ເທົ່າ, ຂຶ້ນລະດັບ 3.512 ໂດລາສະຫະລັດ; ຫວຽດນາມ ໄດ້ພົ້ນອອກຈາກກຸ່ມບັນດາປະເທດທີ່ມີລາຍຮັບຕໍ່ານັບແຕ່ປີ 2008. ຈາກປະເທດທີ່ຂາດສະບຽງອາຫານຢ່າງຕໍ່ເນື່ອງ, ແຕ່ມາຮອດປັດຈຸບັນ, ຫວຽດນາມ ບໍ່ພຽງແຕ່ຮັບປະກັນໄດ້ຄວາມໝັ້ນຄົງດ້ານສະບຽງອາຫານເທົ່ານັ້ນ ຫາກຍັງກາຍເປັນປະເທດສົ່ງອອກເຂົ້າສານ ແລະຜະລິດຕະພັນກະເສດອື່ນຢືນແຖວໜ້າໂລກ. ອຸດສາຫະກໍາພັດທະນາໄວສົມຄວນ, ມາດຕາຖ່ວງອຸດສາຫະກໍາ ແລະການບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະປັດຈຸບັນກວມປະມານ 85% GDP.  ວົງເງິນສົ່ງອອກ-ນໍາເຂົ້າເພີ່ມຂຶ້ນແຮງ, ປີ 2020 ບັນລຸກວ່າ 540 ຕື້ໂດລາສະຫະລັດ, ໃນນັ້ນວົງເງິນສົ່ງອອກບັນລຸກວ່າ 280 ຕື້ໂດລາສະຫະລັດ. ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນແຮງ, ບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2020. ການລົງທຶນຈາກຕ່າງປະເທດເພີ່ມຂຶ້ນແຮງ, ທຶນຈົດທະບຽນບັນລຸເກືອບ 395 ຕື້ໂດລາສະຫະລັດໃນທ້າຍປີ 2020. ກ່ຽວກັບໂຄງປະກອບພື້ນຖານເສດຖະກິດໃນການພົວພັນກໍາມະສິດ, ລວມຍອດຜະລິດຕະພັນພາຍໃນຂອງຫວຽດນາມ ໃນປັດຈຸບັນລວມມີ: ປະມານ 27% ຈາກເສດຖະກິດພາກລັດ, 4% ຈາກເສດຖະກິດລວມໝູ່, 30% ຈາກເສດຖະກິດຄອບຄົວ, 10% ຈາກເສດຖະກິດພາກເອກະຊົນພາຍໃນປະເທດ ແລະ 20% ຈາກຂົງເຂດທີ່ມີເງິນລົງທຶນຈາກຕ່າງປະເທດ.

ປັດຈຸບັນພົນລະເມືອງຂອງຫວຽດນາມ ແມ່ນ 97 ກວ່າລ້ານຄົນ, ລວມມີ 54 ຊົນເຜົ່າອ້າຍນ້ອງ, ໃນນັ້ນ 60% ພົນລະເມືອງດໍາລົງຊີວິດຢູ່ຊົນນະບົດ. ການພັດທະນາເສດຖະກິດໄດ້ຊ່ວຍໃຫ້ປະເທດພົ້ນອອກຈາກສະພາບວິກິດການເສດຖະກິດ-ສັງຄົມ ໃນຊຸມປີ 80 ແລະປົວແປງຊີວິດການເປັນຢູ່ຂອງປະຊາຊົນດີພໍສົມຄວນ. ອັດຕາຄອບຄົວທຸກຍາກສະເລ່ຍໃນແຕ່ລະປີຫຼຸດລົງປະມານ 1,5%; ຫຼຸດຈາກ 58% ໃນປີ 1993 ລົງເຫຼືອພຽງແຕ່ 5,8% ໃນປີ 2016 ຕາມມາດຕະຖານທຸກຍາກຂອງລັດຖະບານ ແລະຢູ່ໃນລະດັບຕໍ່າກວ່າ 3% ໃນປີ 2020 ຕາມມາດຕະຖານທຸກຍາກຫຼາຍທິດ (ມາດຖານສູງກວ່າເກົ່າ). ມາຮອດປັດຈຸບັນ, ມີກວ່າ 60% ຈໍານວນຕາແສງບັນລຸມາດຕະຖານຊົນນະບົດໃໝ່; ສ່ວນຫຼາຍບັນດາຕາແສງຊົນນະບົດ ລ້ວນແຕ່ມີເສັ້ນທາງໂອໂຕເຂົ້າໄປເຖິງໃຈກາງ, ມີຕາໜ່າງໄຟຟ້າແຫ່ງຊາດ, ໂຮງຮຽນປະຖົມ ແລະໂຮງຮຽນມັດທະຍົມຕອນຕົ້ນ, ສຸກສາລາ ແລະໂທລະສັບ. ໃນຂະນະຍັງບໍ່ທັນມີເງື່ອນໄຂ ເພື່ອຮັບປະກັນການສຶກສາ ໂດຍບໍ່ເສຍຄ່າໃຫ້ທຸກຄົນໃນທຸກຂັ້ນ, ຫວຽດນາມ ສຸມໃສ່ປະຕິບັດສໍາເລັດສະພາບກືກໜັງສື, ສຳເລັດການສຶກສາຊັ້ນປະຖົມພາກບັງຄັບ ໃນປີ 2000 ແລະສໍາລັບການສຶກສາມັດທະຍົມຕອນຕົ້ນພາກບັງຄັບໃນປີ 2010; ຈໍານວນນັກສຶກສາມະຫາວິທະຍາໄລ, ວິທະຍາໄລ ເພີ່ມຂຶ້ນເກືອບ 17 ເທົ່າໃນ 35 ປີຜ່ານມາ. ປັດຈຸບັນ, ຫວຽດນາມ ມີຜູ້ໃຫຍ່ 95% ຮູ້ອ່ານ, ຮູ້ຂຽນ. ໃນຂະນະນັ້ນຍັງບໍ່ທັນປະຕິບັດໄດ້ການຮັບປະກັນການສະໜອງບໍລິການສາທາລະນະສຸກໂດຍບໍ່ເສຍຄ່າໃຫ້ທົ່ວປວງຊົນເທື່ອ, ຫວຽດນາມ ສຸມໃສ່ເຂົ້າໃນການເພີ່ມທະວີການແພດສະກັດກັ້ນ, ປ້ອງກັນ, ຕ້ານໂລກລະບາດ, ໜູນຊ່ວຍບັນດາເປົ້າໝາຍທີ່ປະສົບຄວາມຫຍຸ້ງຍາກ. ໂລກລະບາດທົ່ວໄປໃນເມື່ອກ່ອນໄດ້ຮັບການຄວບຄຸມສຳເລັດ. ຄົນທຸກຍາກ, ເດັກນ້ອຍອາຍຸຕໍ່າກວ່າ 6 ປີ ແລະຜູ້ອາຍຸສູງ ໄດ້ຮັບປະກັນສຸຂະພາບໂດຍບໍ່ເສຍຄ່າ. ອັດຕາການຂາດໂພສະນາການຢູ່ເດັກນ້ອຍ ແລະອັດຕາການຕາຍຢູ່ເດັກເກີດໃໝ່ຫຼຸດລົງເກືອບ 3 ເທົ່າ. ອາຍຸຍືນສະເລ່ຍຂອງພົນລະເມືອງເພີ່ມຂຶ້ນຈາກ 62 ປີໃນປີ 1990 ຂຶ້ນເປັນ 73,7 ປີ ໃນປີ 2020. ຍ້ອນເສດຖະກິດມີບາດກ້າວພັດທະນາ, ສະນັ້ນພວກເຮົາຈຶ່ງມີເງື່ອນໄຂເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ, ແມ່ຫວຽດນາມ ວິລະຊົນ, ເບິ່ງແຍງສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ຊີວິດທາງດ້ານວັດທະນະທໍາກໍໄດ້ຮັບການປັບປຸງດີສົມຄວນ; ການດໍາເນີນຊີວິດວັດທະນະທໍາພັດທະນາສົມບູນ, ຫຼາຍຮູບຫຼາຍແບບ. ປັດຈຸບັນ ຫວຽດນາມ ມີພົນລະເມືອງປະມານ 70% ນໍາໃຊ້ອິນເຕີແນັດ, ແມ່ນໜຶ່ງໃນບັນດາປະເທດມີລະດັບການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານສູງສຸດໃນໂລກ. ສປຊ ໄດ້ຮັບຮອງວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນໍາໜ້າໃນການຫັນບັນດາເປົ້າໝາຍສະຫັດສະວັດປະກົດຜົນເປັນຈິງ. ປີ 2019, ດັດຊະນີການພັດທະນາມະນຸດ (HDI)  ຂອງຫວຽດນາມ ບັນລຸລະດັບ 0,704, ນອນໃນທອັບປະເທດມີ HDI ສູງຂອງໂລກ, ໂດຍສະເພາະແມ່ນເມື່ອທຽບໃສ່ບັນດາປະເທດທີ່ມີລະດັບການພັດທະນາຄືກັນ.

ເພາະສະນັ້ນ, ອາດເວົ້າໄດ້ວ່າ ການປະຕິບັດແນວທາງປ່ຽນແປງໃໝ່ໄດ້ນໍາເອົາການຫັນປ່ຽນຢ່າງຈະແຈ້ງ, ເລິກເຊິ່ງ ແລະຕັ້ງໜ້າຢູ່ຫວຽດນາມ: ເສດຖະກິດພັດທະນາ, ກໍາລັງຜະລິດໄດ້ຮັບການເພີ່ມທະວີ; ຄວາມທຸກຍາກອຶດຫິວຫຼຸດລົງໄວ ແລະຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຫຼາຍບັນຫາທາງສັງຄົມໄດ້ຮັບການແກ້ໄຂ; ການເມືອງ, ສັງຄົມມີສະຖຽນລະພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນນັບມື້ນັບໄດ້ຮັບການເປີດກວ້າງ; ທ່ວງທ່າ ແລະກໍາລັງຂອງປະເທດໄດ້ຮັບການເພີ່ມທະວີ; ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ ໄດ້ຮັບການປັບປຸງ. ສະຫຼຸບ 20 ປີແຫ່ງການປ່ຽນແປງໃໝ່, ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ (ປີ 2006) ໄດ້ໃຫ້ຂໍ້ສັງເກດວ່າ, ກິດຈະການປ່ຽນແປງໃໝ່ຍາດໄດ້ "ຜົນງານອັນໃຫຍ່ ຫຼວງມີຄວາມໝາຍປະຫວັດສາດ”. ໃນສະພາບຕົວຈິງ, ເບິ່ງໃນຫຼາຍດ້ານ, ປັດຈຸບັນປະຊາຊົນຫວຽດນາມ ກໍາລັງມີບັນດາເງື່ອນໄຂດໍາລົງຊີວິດທີ່ດີກວ່າ ເມື່ອທຽບໃສ່ໄລຍະກ່ອນ. ນັ້ນແມ່ນໜຶ່ງໃນບັນດາສາເຫດທີ່ອະທິບາຍທີ່ວ່າ ເປັນຫຍັງພາລະກິດປ່ຽນແປງໃໝ່ໂດຍພັກກອມມູນິດຫວຽດນາມ ລິເລີ່ມ ແລະນໍາພາໄດ້ຮັບຄວາມເປັນໃຈ, ຕອບສະໜອງ ແລະຕັ້ງໜ້າສູ້ຊົນປະຕິບັດຈາກທົ່ວປວງຊົນຫວຽດນາມ. ບັນດາຜົນງານປ່ຽນແປງໃໝ່ຢູ່ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ການພັດທະນາຕາມທິດສັງຄົມນິຍົມບໍ່ພຽງແຕ່ມີປະສິດທິຜົນທີ່ຕັ້ງໜ້າທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງແກ້ໄຂບັນດາບັນຫາສັງຄົມໄດ້ດີກວ່າ ເມື່ອທຽບໃສ່ບັນດາປະເທດທຶນນິຍົມທີ່ມີລະດັບການພັດທະນາເສດຖະກິດຄືກັນ. ບັນດາໝາກຜົນ, ຜົນງານພິເສດທີ່ຫວຽດນາມ ບັນລຸໄດ້ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະການຊຸດໂຊມເສດຖະກິດທົ່ວໂລກ ເລີ່ມແຕ່ຕົ້ນປີ 2020 ທີ່ໄດ້ຮັບການຮັບຮູ້, ຕີລາຄາສູງຈາກປະຊາຊົນ ແລະເພື່ອນມິດສາກົນ, ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບສັງຄົມນິຍົມຢູ່ປະເທດເຮົາ. ຫວ່າງແລ້ວນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ອີກເທື່ອໜຶ່ງໄດ້ຢັ້ງຢືນ ແລະເນັ້ນໜັກວ່າ: “ຜ່ານ 35 ປີດໍາເນີນກິດຈະການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການດໍາເນີນງານກໍ່ສ້າງປະເທດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ ນັບມື້ນັບໄດ້ຮັບການປັບປຸງ ແລະປະກົດຜົນເປັນຈິງເທື່ອລະກ້າວ. ພວກເຮົາບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ພັດທະນາຢ່າງແຮງ, ຮອບດ້ານກວ່າເມື່ອທຽບໃສ່ຊຸມປີກ່ອນການປ່ຽນແປງໃໝ່. ດ້ວຍຄວາມສະຫງຽມຄ່ຽມຄົມນັ້ນ, ພວກເຮົາອາດເວົ້າໄດ້ວ່າ: ບໍ່ມີເວລາໃດທີ່ປະເທດເຮົາມີພາລະກິດທີ່ຍິ່ງໃຫຍ່, ມີກໍາລັງບົ່ມຊ້ອນ, ຖານະທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ. ບັນດາຜົນງານນັ້ນແມ່ນຜະລິດຕະພັນແຫ່ງການປະດິດຄິດສ້າງ, ແມ່ນໝາກຜົນຂອງວິວັດທະນາການມານະພະຍາຍາມສູ້ຊົນອັນຍາວນານ, ຕໍ່ເນື່ອງຜ່ານຫຼາຍສະໄໝຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ; ສືບຕໍ່ຢັ້ງຢືນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງພວກເຮົາແມ່ນຖືກຕ້ອງ, ສອດຄ່ອງກັບກົດເກນພາວະວິໄສ, ດ້ວຍພຶດຕິກໍາຕົວຈິງຢູ່ຫວຽດນາມ ແລະທ່າອ່ຽງພັດທະນາຂອງຍຸກສະໄໝ; ແນວທາງປ່ຽນແປງໃໝ່ຂອງພັກເຮົາແມ່ນຖືກຕ້ອງ, ມີຫົວຄິດປະດິດສ້າງ; ການນໍາພາຂອງພັກແມ່ນປັດໄຈແຖວໜ້າຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ. ໂຄງການການເມືອງຂອງພັກສືບຕໍ່ແມ່ນຄັນທຸງດ້ານແນວຄິດ, ທິດສະດີຊັກນໍາຊົນຊາດເຮົາສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະຄົບຊຸດ, ໝັ້ນຄົງ; ແມ່ນພື້ນຖານເພື່ອໃຫ້ພັກເຮົາປັບປຸງແນວທາງສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະໃໝ່”.

ຄຽງຂ້າງບັນດາຜົນງານ, ດ້ານດີແມ່ນພື້ນຖານ, ພວກເຮົາຍັງມີຂໍ້ຂາດຕົກບົກຜ່ອງ, ຂໍ້ຈໍາກັດບໍ່ແມ່ນໜ້ອຍ ແລະກໍາລັງປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່ໃນວິວັດການພັດທະນາປະເທດ.

ທາງດ້ານເສດຖະກິດ, ຄຸນນະພາບການເຕີບໂຕ, ກໍາລັງແກ່ງແຍ້ງຍັງຕໍ່າ, ຂາດຄວາມຍືນຍົງ; ໂຄງປະກອບໂຄງລ່າງບໍ່ຄົບຊຸດ; ປະສິດທິຜົນ ແລະກໍາລັງສາມາດຂອງຫຼາຍວິສາຫະກິດ, ໃນນັ້ນມີວິສາຫະກິດພາກລັດຍັງຈໍາກັດຢູ່; ສິ່ງແວດລ້ອມຖືກມົນລະພິດຢູ່ຫຼາຍແຫ່ງ; ວຽກງານຄຸ້ມຄອງ, ດັດສົມຕະຫຼາດຍັງມີຂໍ້ຈໍາກັດ. ໃນຂະນະນັ້ນ, ການແກ່ງແຍ້ງກໍາລັງເກີດຂຶ້ນນັບມື້ນັບດຸເດືອດໃນວິວັດທະນາການໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນ.

ທາງດ້ານສັງຄົມ, ຄວາມແຕກໂຕນລະຫວ່າງຜູ້ຮັ່ງມີ ແລະຜູ້ທຸກຍາກເພີ່ມຂຶ້ນ; ຄຸນນະພາບການສຶກສາ, ການສົ່ງເສີມສຸຂະພາບ ແລະຫຼາຍບໍລິການສ່ວນລວມອື່ນຍັງມີຂໍ້ຈໍາກັດຢູ່; ວັດທະນະທໍາ, ຄຸນສົມບັດທາງສັງຄົມມີບາງດ້ານຖືກຕົກຕໍ່າ; ອາດຊະຍາກໍາ ແລະໄພສັງຄົມຜັນແປຢ່າງສັບສົນ. ພິເສດ, ປະກົດການສໍ້ລາດບັງຫຼວງ, ຟຸມເຟືອຍ, ການຊຸດໂຊມດ້ານແນວຄິດການເມືອງ ແລະຄຸນສົມບັດ, ວິຖີຊີວິດຍັງເກີດຂຶ້ນໃນໝູ່ຄະນະພະນັກງານ, ສະມາຊິກພັກ ພາກສ່ວນໜຶ່ງ. ໃນຂະນະນັ້ນ, ບັນດາອິດທິກໍາລັງທີ່ເປັນປໍລະປັກ, ກຸ່ມຄົນບໍ່ຫວັງດີຍາມໃດກໍ່ຊອກຫາທຸກເລ່ລ່ຽມເພື່ອແຊກແຊງ, ຕ້ານທໍາລາຍ, ສ້າງຄວາມຂາດສະຖຽນລະພາບ, ປະຕິບັດກົນອຸບາຍ “ການຫັນປ່ຽນໂດຍສັນຕິ” ເພື່ອແນໃສ່ລົບລ້າງລັດທິສັງຄົມນິຍົມຢູ່ຫວຽດນາມ.

ພັກເຮົາຮັບຮູ້ຢ່າງຈະແຈ້ງວ່າ, ປັດຈຸບັນ ຫວຽດນາມ ກໍາລັງໃນວິວັດການກໍ່ສ້າງ, ຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ. ໃນສະໄໝຂ້າມຜ່ານ, ບັນດາປັດໄຈ ສັງຄົມນິຍົມ ໄດ້ກໍາເນີດເກີດຂຶ້ນ ແລະພັດທະນາທີ່ສະຫຼັບກັນ, ແກ່ງແຍ້ງກັບບັນດາປັດໄຈໄຮ້ສັງຄົມນິຍົມ, ລວມທັງບັນດາປັດໄຈທຶນນິຍົມໃນບາງຂົງເຂດ. ການສະຫຼັບກັນ, ການແກ່ງແຍ້ງນີ້ນັບມື້ນັບສັບສົນ ແລະດຸເດືອດໃນເງື່ອນໄຂກົນໄກຕະຫຼາດ ແລະເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ. ຄຽງຂ້າງດ້ານຜົນງານ, ຕັ້ງໜ້າ, ຍາມໃດກໍມີດ້ານຫຍໍ້ທໍ້, ສິ່ງທ້າທາຍທີ່ຕ້ອງໄດ້ພິຈາລະນາຢ່າງຖືກຕ້ອງ ແລະແກ້ໄຂຢ່າງທັນການ ແລະມີປະສິດທິຜົນ. ນັ້ນແມ່ນການຕໍ່ສູ້ທີ່ດຸເດືອດ, ຫຍຸ້ງຍາກລໍາບາກ, ຮຽກຮ້ອງຕ້ອງມີວິໄສທັດໃໝ່, ຄຸນນະທາດໃໝ່ ແລະກໍາລັງແຮງປະດິດຄິດສ້າງໃໝ່. ກ້າວຂຶ້ນຕາມກຳນົດທິດສັງຄົມນິຍົມ ແມ່ນວິວັດທະນາການປັບປຸງ, ເພີ່ມທະວີ, ເສີມຂະຫຍາຍບັນດາປັດໄຈສັງຄົມນິຍົມເພື່ອໃຫ້ບັນດາປັດໄຈນັ້ນນັບມື້ນັບຄອບງໍາ ແລະເອົາຊະນະ. ສໍາເລັດຜົນ ຫຼືປະລາໄຊກ່ອນອື່ນໝົດແມ່ນຂຶ້ນກັບແນວທາງອັນຖືກຕ້ອງ, ຄຸນນະທາດການເມືອງ, ຄວາມສາມາດນໍາພາ ແລະກໍາລັງສູ້ຮົບຂອງພັກ.

ປັດຈຸບັນ, ພວກເຮົາກໍາລັງສືບຕໍ່ຍູ້ແຮງການປ່ຽນແປງໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດຖືເປັນສໍາຄັນກວ່າເຖິງຄຸນນະພາບ ແລະເພີ່ມລັກສະນະແບບຍືນຍົງດ້ວຍບັນດາບຸກທະລຸນັ້ນແມ່ນ: ປັບປຸງລະບອບລະບຽບການພັດທະນາຢ່າງຄົບຊຸດ, ກ່ອນອື່ນໝົດແມ່ນລະບອບລະບຽບພັດທະນາພື້ນຖານເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ກ່ອນອື່ນໝົດແມ່ນແຫຼ່ງຊັບພະຍາກອນ ມະນຸດທີ່ມີຄຸນນະພາບສູງ; ກໍ່ສ້າງໂຄງປະກອບໂຄງລ່າງໃຫ້ຄົບຊຸດ, ທັນສະໄໝທາງດ້ານເສດຖະກິດ ແລະສັງຄົມ. ທາງດ້ານສັງຄົມ, ພວກເຮົາສືບຕໍ່ຍູ້ແຮງ ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຍົກສູງຄຸນນະພາບດ້ານການແພດ, ການສຶກສາ ແລະການບໍລິການສ່ວນລວມອື່ນ, ຍົກສູງຊີວິດດ້ານວັດທະນະທໍາໃຫ້ແກ່ປະຊາຊົນກວ່າອີກ. ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບອອກແຮງຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍຄວາມຕັດສິນໃຈສະກັດກັ້ນ ແລະຍູ້ຖອຍສະພາບຊຸດໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດຂອງພະນັກງານ, ສະມາຊິກພັກພາກສ່ວນໜຶ່ງ, ກ່ອນອື່ນໝົດແມ່ນພະນັກງານນໍາພາ, ຄຸ້ມຄອງທຸກຂັ້ນ, ປະຕິບັດບັນດາຫຼັກການຈັດຕັ້ງກໍ່ສ້າງພັກໃຫ້ດີກວ່າອີກ, ແນໃສ່ເຮັດໃຫ້ອົງການຈັດຕັ້ງພັກ ແລະກົງຈັກການຈັດຕັ້ງລັດນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ, ຮັກສາທາດແທ້ການປະຕິວັດ, ຍົກສູງກໍາລັງຄວາມສາມາດນໍາພາ ແລະກໍາລັງສູ້ຮົບຂອງພັກ.

ທັງທິດສະດີ ແລະພຶດຕິກໍາຕົວຈິງລ້ວນແຕ່ສະແດງໃຫ້ເຫັນວ່າ ການກໍ່ສ້າງລັດທິສັງຄົມນິຍົມແມ່ນການສ້າງສັນສັງຄົມແບບໃໝ່ທາງດ້ານຄຸນນະພາບ, ມັນບໍ່ແມ່ນເລື່ອງງ່າຍດາຍ. ນີ້ແມ່ນພາລະກິດແຫ່ງການປະດິດຄິດສ້າງທີ່ຍິ່ງໃຫຍ່, ເຕັມໄປດ້ວຍສິ່ງທົດສອບ, ຄວາມຫຍຸ້ງຍາກ, ພາລະກິດຕື່ນຕົວ, ຕໍ່ເນື່ອງ, ມຸ່ງໄປເຖິງຈຸດປະສົງຍາວນານ, ບໍ່ສາມາດຟ້າວຟັ່ງໄດ້. ເພາະສະນັ້ນ, ຄຽງຂ້າງການກໍານົດທິດແຜນນະໂຍບາຍ, ແນວທາງຖືກຕ້ອງ, ຮັບປະກັນບົດບາດນໍາພາຂອງພັກແລ້ວ, ຕ້ອງເສີມຂະຫຍາຍຢ່າງແຮງບົດບາດປະດິດຄິດສ້າງ, ການສະໜັບສະໜູນ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ. ປະຊາຊົນຮັບເອົາ, ສະໜັບສະໜູນ ແລະເຂົ້າຮ່ວມປະຕິບັດແນວທາງຂອງພັກຢ່າງຫ້າວຫັນ ເພາະວ່າເຫັນໄດ້ແນວທາງນັ້ນມັນຕອບສະໜອງຖືກກັບຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຕົນ. ກໍາລັງແຮງຂອງປະຊາຊົນແມ່ນກົກເຄົ້າເຫງົ້າກໍຂອງໄຊຊະນະ, ຂອງການພັດທະນາ.

ດ້ານອື່ນ, ພັກນໍາພາ ແລະກໍາອໍານາດ, ໃນຂະນະກໍານົດທິດທາງການເມືອງ ແລະວາງອອກລັດຖະນະໂຍບາຍ, ບໍ່ສາມາດເລີ່ມຈາກພຶດຕິກໍາຕົວຈິງຂອງປະເທດ ແລະຊົນຊາດຕົນເທົ່ານັ້ນ, ຫາກຍັງຕ້ອງຄົ້ນຄວ້າ, ຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງຂອງໂລກ ແລະຍຸກສະໄໝອີກດ້ວຍ. ໃນໂລກາພິວັດໃນປັດຈຸບັນ, ການພັດທະນາຂອງແຕ່ລະປະເທດ-ຊົນຊາດ ບໍ່ສາມາດຢືນຢູ່ໂດດດ່ຽວ, ຢືນຢູ່ນອກບັນດາຜົນກະທົບຂອງໂລກ ແລະຍຸກສະໄໝຂອງສະຖານະການຂອງມັນໄດ້. ເພາະສະນັ້ນ, ພວກເຮົາຕ້ອງເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນສາກົນໃຫ້ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍບົນພື້ນຖານເຄົາລົບເອກະລາດອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ແລະສິ່ງທີ່ສໍາຄັນຍິ່ງແມ່ນຕ້ອງຢຶດໝັ້ນພື້ນຖານແນວຄິດທິດສະດີຂອງລັດທິມາກ-ເລນິນ-ທິດສະດີວິທະຍາສາດ ແລະການປະຕິວັດຂອງຊົນຊັ້ນກໍາມະກອນ ແລະປະຊາຊົນຜູ້ອອກແຮງງານ. ລັກສະນະວິທະຍາສາດ ແລະການປະຕິວັດຢ່າງເຖິງຖອງຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ແມ່ນບັນດາຄຸນຄ່າແບບຍືນຍົງ, ເຊິ່ງ ນັກປະຕິວັດໄດ້ ແລະກໍາລັງມຸ່ງໝັ້ນປະຕິບັດ. ມັນຈະຍັງສືບຕໍ່ພັດທະນາ ແລະມີພະລັງຊີວິດໃນພຶດຕິກໍາຕົວຈິງຂອງການປະຕິວັດ ກໍ່ຄືໃນພຶດຕິກໍາຕົວຈິງແຫ່ງການພັດທະນາຂອງວິທະຍາສາດ. ພວກເຮົາຕ້ອງຮັບເອົາ, ເພີ່ມເຕີມຢ່າງມີການຄັດເລືອກບົນຈິດໃຈຕໍາໜິຕິຊົມ ແລະປະດິດຄິດສ້າງບັນດາຜົນງານຫຼ້າສຸດກ່ຽວກັບແນວຄິດ ແລະວິທະຍາສາດ ເພື່ອໃຫ້ລັດທິ, ທິດສະດີຂອງພວກເຮົາຍາມໃດກໍສົດໃສ ແລະໃໝ່ອ່ຽມ, ຍາມໃດກໍໄດ້ເພີ່ມເຕີມພະລັງຊີວິດໃໝ່, ມີພະລັງຊີວິດຂອງຍຸກສະໄໝ, ບໍ່ໃຫ້ຕົກເຂົ້າສູ່ສະພາບແຂງດະດ້າງ, ຊັກຊ້າ, ຫຼ້າຫຼັງ ເມື່ອທຽບໃສ່ກັບຊີວິດ.

ທ່ານ ສຈ.ປອ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ