ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ: ເສັ້ນທາງກ້າວຂຶ້ນສັງຄົມນິຍົມແມ່ນສັດຈະທຳຄົງຕົວຕະຫຼອດການ, ແມ່ນກົດເກນແຫ່ງການສ້າງຕັ້ງ, ພັດທະນາ ແລະຍາດໄດ້ໄຊຊະນະຂອງການປະຕິວັດຫວຽດນາມ!

ຖືກຕ້ອງຄືແນວນັ້ນ, ເມື່ອຍັງບໍ່ທັນມີພັກ, ທ່າອ່ຽງປະຕິວັດ ແລະຂະບວນການຮັກຊາດເຖິງວ່າໄດ້ດໍາເນີນຢ່າງຟົດຟື້ນ, ກວ້າງຂວາງກໍ່ຕາມ, ແຕ່ສຸດທ້າຍຍັງບໍ່ທັນນໍາມາເຊິ່ງຜົນສໍາເລັດ. ມາຮອດເວລາທີ່ປະທານໂຮ່ຈີມິນ ຊອກເຫັນເສັ້ນທາງກູ້ຊາດ, ວາງອອກເປົ້າໝາຍອຸດົມການເອກະລາດແຫ່ງຊາດ, ຕິດພັນກັບລັດທິສັງຄົມນິຍົມນັ້ນ, ແສງສະຫວ່າງແຫ່ງການປະຕິວັດຢູ່ຫວຽດນາມ ຈຶ່ງໄດ້ສ່ອງແສງເຍືອງທາງ.

ເດີນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ຜ່ານໄລຍະຕ່າງໆຂອງການປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຢຶດໝັ້ນ: ລັດທິສັງຄົມນິຍົມແມ່ນເປົ້າໝາຍ, ອຸດົມການຂອງພັກກອມມູນິດ  ແລະປະຊາຊົນຫວຽດນາມ; ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແມ່ນເສັ້ນທາງທີ່ຈໍາເປັນຂອງການປະຕິວັດຫວຽດນາມ. ແລະໃນຕົວຈິງ, ບໍ່ວ່າຢູ່ໃນສະພາບການໃດ, ເສັ້ນທາງ ແລະອຸດົມການອັນສູງສ່ົງນັ້ນຍັງບໍ່ເຄີຍຜິດເຂວຈັກເທື່ອ, ແມ່ນເປົ້າໝາຍໜຶ່ງດຽວ ແລະສູງສຸດ ເຊິ່ງທ່ົວພັກ, ທ່ົວປວງຊົນ, ທ່ົວກອງທັບມຸ່ງໄປເຖິງ. ຍ້ອນເຫດນັ້ນ, ໃນບາດກ້າວປະຕິບັດເປົ້າໝາຍສັງຄົມນິຍົມ, ພັກ ແລະຊາດເຮົາຕ້ອງໄດ້ແລກດ້ວຍເຫື່ອແຮງເລືອດເນື້ອຂອງປະຊາຊົນຫວຽດນາມ ຫຼາຍຮຸ່ນຄົນ ເພື່ອສ້າງໄຊຊະນະທີ່ຍິ່ງໃຫຍ່, ເຮັດໃຫ້ໂລກຕ້ອງນິຍົມນັບຖື, ຮັບຮູ້.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍໃຕ້ການນໍາພາຂອງພັກ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ໄດ້ທົດສອບຜ່ານເຫດການປະຫວັດສາດທີ່ມີລັກສະນະຍຸກສະໄໝ. ຍິ່ງໄປກວ່ານັ້ນ, ໃນຕະຫຼອດວິວັດແຫ່ງການປະຕິວັດ, ສັດຕູໄດ້ມ້າງເພທໍາລາຍຢ່າງບໍ່ຢຸດຢັ້ງ ແລະຍັງບໍ່ທັນປະຖິ້ມໃຈດຳອຳມະຫິດທໍາລາຍພາລະກິດປະຕິວັດຂອງພັກ ແລະປະຊາຊົນເຮົາ. ພວກມັນຍາມໃດກໍ່ປະຕິບັດກົນອຸບາຍຫວັງລົບລ້າງອຸດົມການ, ຫັນປ່ຽນເປົ້າໝາຍ,  ໂຄ່ນລົ້ມລະບອບສັງຄົມນິຍົມຜ່ານຍຸດທະສາດສົງຄາມຮ້ອນ, ສົງຄາມເຢັນ, ຍຸດທະສາດ “ການຜັນແປໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມ... ແຕ່ວ່າ, ດ້ວຍຄວາມຢຶດໝັ້ນຕໍ່ເສັ້ນທາງເປົ້າໝາຍທີ່ໄດ້ເລືອກ, ບໍ່ມີອິດທິກໍາລັງໃດສາມາດເຮັດໃຫ້ສັ່ນຄອນ, ປ່ຽນແປງ ຫຼືຫັນປ່ຽນອຸດົມການປະຕິວັດທີ່ສະຫງ່າລາສີຂອງພັກ ແລະປະຊາຊົນເຮົາໄດ້.

“ເໝາະສົມກັບທ່າອ່ຽງພັດທະນາຂອງປະຫວັດສາດ” - ນັ້ນແມ່ນການຢ້ັງຢືນກ່ຽວກັບກະແສຂອງການປະຕິວັດໂລກ; ແມ່ນສັດຈະທຳຍຸກສະໄໝ ເຊິ່ງທຸກປະເທດ, ທຸກຊາດຕ້ອງມຸ່ງໄປເຖິງ. ສິ່ງດັ່ງກ່າວເປັນການອະທິບາຍໃຫ້ຄຳຖາມທີ່ວ່າເປັນຫຍັງເພື່ອນມິດສາກົນຍາມໃດກໍ່ຮັບຮູ້, ເຄົາລົບນັບຖື ແລະເປັນເຈົ້າການຮ່ວມມືກັບພັກກອມມູນິດຫວຽດນາມ ແລະລັດຖະບານຫວຽດນາມ. ພາຍໃຕ້ລະບອບສາທາລະນະລັດສັງຄົມນິຍົມ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 189 ໃນ 193 ປະເທດສະມາຊິກຂອງສະຫະປະຊາຊາດ, ສ້າງຂອບເຂດການພົວພັນທີ່ເປັນປົກກະຕິ, ຍາວນານກັບ 30 ຄູ່ຮ່ວມມືຍຸດທະສາດ ແລະຮອບດ້ານ. ພ້ອມກັນນັ້ນ, ຫວຽດນາມເປັນສະມາຊິກຂອງ 63 ອົງການຈັດຕັ້ງສາກົນ ແລະມີການພົວພັນກັບກວ່າ 500 ອົງການບໍ່ຂຶ້ນກັບລັດຖະບານຢູ່ໃນໂລກ.

ອາດເວົ້າໄດ້ວ່າ, ດ້ວຍຜົນງານທີ່ບັນລຸຄືດັ່ງກ່າວໄດ້ປັບປຸງ ແລະຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ, ສ້າງທ່າເຄື່ອນທີ່ຢ່າງມີໄຫວພິບໃນການພົວພັນກັບສາກົນ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ການສ້າງສາ ແລະປົກປັກຮັກສາປະເທດຊາດ. ສິ່ງດັ່ງກ່າວເປັນພະຍານຫຼັກຖານໃຫ້ແກ່ການຮັບຮູ້, ເຄົາລົບນັບຖືກ່ຽວກັບລະບອບລະບຽບການຂອງຫວຽດນາມ; ເປັນການຢັ້ງຢືນຖານະບົດບາດ, ອິດທິພົນຊື່ສຽງຂອງປະເທດສັງຄົມນິຍົມໃນເວທີສາກົນ. ໃນວິວັດການຂອງປະຫວັດສາດ, ມວນມະນຸດໄດ້ເຫັນປະຈັກຕາ ແລະຜ່ານໄລຍະ, ເຫດການຕ່າງໆໄດ້ບັງຄັບໃຫ້ພວກເຮົາຕ້ອງຮັບມືກັບວິກິດການໃນພາກພື້ນ ແລະໃນໂລກ. ໃນ 2 ປີຜ່ານມາ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ 3,4 ລ້ານຄົນເສຍຊີວິດ; “ບຸກໂຈມຕີ” ທຸກດ້ານຂອງຊີວິດສັງຄົມ. ໃນສະພາບການນັ້ນ, ຫວຽດນາມ ຍັງຕ້ອງຕ້ານຄືນໄພທໍາມະຊາດ, ນໍ້າຖ້ວມ. ແຕ່ວ່າ, ພາຍໃຕ້ການນໍາພາຂອງພັກ, ດ້ວຍການ “ຮ່ວມແຮງຮ່ວມໃຈ” ຂອງທົ່ວປວງຊົນ, ຢຶດໝັ້ນເດີນຕາມເປົ້າໝາຍເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມໄດ້ຊ່ວຍໃຫ້ປະເທດກ້າວເດີນໄປຢ່າງໝັ້ນແກ່ນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ. ໃນຂະນະທີ່ປະສົບກັບຄວາມຫຍຸ້ງຍາກ, ຄຸນທາດ ແລະພູມປັນຍາຂອງພັກກອມມູນິດຫວຽດນາມ ຍິ່ງເສີມຂະຫຍາຍ; ລັກສະນະດີເລີດຂອງລະບອບສັງຄົມນິຍົມຍິ່ງໄດ້ຮັບການຢັ້ງຢືນ; ກໍາລັງແຮງຂອງຄວາມສາມັກຄີທ່ົວປວງຊົນທັງຊາດ, ພ້ອມກັບຄວາມຂະຫຍັນຂັນເຄື່ອນ, ປະດິດສ້າງຂອງຊາວຫວຽດນາມ ຍິ່ງເສີມຂະຫຍາຍ!

ເປັນອັນວ່າ, ພວກເຮົາສາມາດຢັ້ງຢືນວ່າ ການພັດທະນາຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມບໍ່ພຽງແຕ່ແມ່ນການເລືອກເຟັ້ນຂອງຊາດ, ແມ່ນເສັ້ນທາງຖືກຕ້ອງໜຶ່ງດຽວຂອງການປະຕິວັດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນທ່າອ່ຽງທີ່ຈໍາເປັນຂອງຍຸກສະໄໝ. ຫຼືເວົ້າຕາມແບບອື່ນ: ຜົນງານທີ່ຍິ່ງໃຫຍ່, ຄວາມຈິງທີ່ມີຊີວິດຊີວາໃນວິວັດການພັດທະນາໄດ້ສ້າງຄວາມເຊື່ອໝັ້ນທີ່ແຮງກ້າກ່ຽວກັບເສັ້ນທາງປະຕິວັດຂອງຫວຽດນາມ ອີກດ້ວຍ!

ໂດຍ: ທູຈາງ