ບົດຂຽນມີເນື້ອໃນເຕື້ອງເຖິງຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ເຊິ່ງຫວຽດນາມ ໄດ້ເລືອກໃຫ້ປີ 2020 ໃນຖານະເປັນປະທານອາຊຽນ. ຕາມບົດຂຽນແລ້ວ, ຫົວຂໍ້ນີ້ໄດ້ຄັດເລືອກຢ່າງຄ່ອງແຄ້ວ, ເປັນສັນຍາລັກໃຫ້ແກ່ຄວາມເປັນເອກະພາບ ແລະຄວາມສາມັກຄີຂອງອາຊຽນ ແລະເປັນເຈົ້າການຮັບມືກັບສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ. ໃນຂະນະນັ້ນດ້ວຍຖານະແມ່ນປະທານອາຊຽນປີ 2021, ບຣູໄນ ພວມສືບຕໍ່ປະຕິບັດບັນດານະໂຍບາຍຂອງຫວຽດນາມ ໃນຂະນະທີ່ເລືອກເອົາຫົວຂໍ້ແມ່ນ “ພ້ອມກັນເອົາໃຈໃສ່, ພ້ອມກັນກະກຽມ, ພ້ອມກັນມີວັດທະນາຖາວອນ” ສໍາລັບປີ 2021 ຂອງອາຊຽນ.

leftcenterrightdel
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ.

ຕາມບົດຂຽນແລ້ວ, ກອງປະຊຸມອາຊຽນຄັ້ງຕ່າງໆໃນປີ 2021 ແມ່ນສືບຕໍ່ບັນດາບຸລິມະສິດຂອງຫວຽດນາມ ກ່ຽວກັບຄວາມສາມັກຄີ ແລະການພັດທະນາປະຊາຄົມ. ໃນກອງປະຊຸມທີ່ໄດ້ດຳເນີນໃນເດືອນມີນາ, ກໍ່ໄດ້ສະເໜີແຜນການພັດທະນາປະຊາຄົມອາຊຽນໃນປີ 2025 ແລະອາຊຽນຫຼັງປີ 2025. ບຣູໄນ-ປະທານອາຊຽນ 2021 ໄດ້ເນັ້ນໜັກເຖິງຫົວຂໍ້ “ພ້ອມກັນເອົາໃຈໃສ່, ພ້ອມກັນກະກຽມ, ພ້ອມກັນມີວັດທະນາຖາວອນ”, ພ້ອມທັງຕັກເຕືອນເຖິງຄວາມຈຳເປັນທີ່ວ່າ ຕ້ອງຮັກສາລັກສະນະເອກະພາບ, ເປັນໃຈກາງ ແລະຄວາມເໝາະສົມຂອງອາຊຽນໃນພາກພື້ນ ແລະແກ້ໄຂສິ່ງທ້າທາຍລວມ.

ໂດຍ: ສົມເພັດ