ຕາມບົດຂຽນແລ້ວ, ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງປະເທດມະຫາອຳນາດປານກາງທີ່ຫາກໍ່ພົ້ນເດັ່ນ ແລະນັບມື້ນັບມີທັດສະນະໃນບັນດາບັນຫາສາກົນ, ຫວຽດນາມ ມີຄວາມສາມາດກໍ່ສ້າງລະບົບບໍລິຫານທົ່ວໂລກຄືນໃໝ່ຍ້ອນຄວາມເຄັ່ງຕຶງລະຫວ່າງບັນດາປະເທດມະຫາອໍານາດທີ່ນັບມື້ນັບເພີ່ມຂຶ້ນ  ແລະການແຜ່ລະບາດຂອງພະຍາດໂຄວິດ-19. ມີບາງເຫດຜົນເພື່ອໃຫ້ຫວຽດນາມ ຄວນສວມບົດບາດແຮງກວ່າໃນການບໍລິຫານທົ່ວໂລກໃນຊຸມປີຕໍ່ໜ້າ.

ທີໜຶ່ງ, ແມ່ນເຂົ້າຮ່ວມການເຄື່ອນໄຫວບໍລິຫານທ່ົວໂລກຢ່າງມີປະສິດທິຜົນ ແມ່ນເໝາະສົມກັບບັນດາເປົ້າໝາຍນະໂຍບາຍພົວພັນຕ່າງປະເທດທີ່ມີຢູ່ແລ້ວຂອງຫວຽດນາມ. ບົດລາຍງານການເມືອງທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ທັງແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະເທດຕ່າງໆ.

ຫວຽດນາມ ສາມາດບັນລຸຜົນປະໂຫຍດຈາກເລື່ອງເປັນເຈົ້າການກວ່າໃນການບໍລິຫານທົ່ວໂລກ. ລະບົບບໍລິຫານທົ່ວໂລກໃນປັດຈຸບັນຊົ່ວຮ້າຍລົງຍ້ອນພະຍາດໂຄວິດ-19 ແລະຄວາມເຄັ່ງຕຶງດ້ານຍຸດທະສາດທີ່ນັບມື້ນັບຮ້ອນເຮັ່ງລະຫວ່າງຈີນ ແລະອາເມລິກາ. ສິ່ງດັ່ງກ່າວສ້າງກາລະໂອກາດໃຫ້ຫວຽດນາມ ປະກອບສ່ວນເຂົ້າໃນການປະຕິຮູບລະບົບສາກົນ. ຍ້ອນມີການຮັບມືທີ່ດີຕໍ່ພະຍາດໂຄວິດ-19, ຫວຽດນາມ ຢືນອັນດັບທີ 2/98 ປະເທດ ກ່ຽວກັບປະສິດທິຜົນໃນການປ້ອງກັນຕ້ານພະຍາດໂຄວິດ-19. ຫວຽດນາມ ກໍ່ບັນລຸລະດັບເຕີບໂຕສູງພໍສົມຄວນເມື່ອທຽບໃສ່ປະເທດຕ່າງໆ.

leftcenterrightdel
ບົດຂຽນລົງໃນວາລະສານ thediplomat.com.

ທີສອງ, ເປັນເຈົ້າການໃນການບໍລິຫານທົ່ວໂລກກໍ່ຊ່ວຍໃຫ້ຫວຽດນາມ ຫຼຸດຜ່ອນຜົນກະທົບຈາກສິ່ງທ້າທາຍຕ່າງໆໃນທົ່ວໂລກ. ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ  ສະແດງໃຫ້ເຫັນວ່າ ລັດຖະບານຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງບັນດາສິ່ງທ້າທາຍ, ລວມມີສິ່ງທ້າທາຍສໍາລັບຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງແຫຼ່ງນໍ້າ, ການປ່ຽນແປງຂອງດິນຟ້າອາກາດ ແລະໂລກລະບາດໃນອະນາຄົດ.

ເຖິງວ່າໄດ້ມານະພະຍາຍາມທີ່ສຸດແລ້ວກໍ່ຕາມ, ແຕ່ຫວຽດນາມ ຍັງປະເຊີນໜ້າກັບຜົນຮ້າຍແຮງຈາກບັນດາບັນຫາດັ່ງກ່າວ. ໜຶ່ງໃນບັນດາວິທີການທີ່ດີເພື່ອໃຫ້ຫວຽດນາມ ຕ້ານທານໄດ້ດີກັບໄພຂົ່ມຂູ່ຄືດັ່ງກ່າວແມ່ນເຂົ້າຮ່ວມການເຄື່ອນໄຫວບໍລິຫານພາກພື້ນ ແລະທ່ົວໂລກໃຫ້ຫຼາຍກວ່າ. ຖ້າເປັນເຈົ້າການຮັບມືກັບບັນດາໄພນາບຂູ່ໃນທົ່ວໂລກ, ຫວຽດນາມ ຈະມີຫຼາຍໂອກາດເພື່ອຮໍ່າຮຽນເອົາບົດຮຽນຈາກບັນດາປະເທດພັດທະນາອື່ນໆ ແລະໄດ້ຮັບການໜູນຊ່ວຍຈາກພວກເຂົາ.

ໃນໄລຍະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ສະເໜີເອົາວັນທີ 27 ທັນວາ ແມ່ນວັນສາກົນປ້ອງກັນຕ້ານໂລກລະບາດ. ນີ້ແມ່ນຕົວຢ່່າງດີເດັ່ນກ່ຽວກັບແບບວິທີ ເຊິ່ງຫວຽດນາມ ປະກອບສ່ວນເຂົ້າໃນການຟື້ນຟູພື້ນຖານບໍລິຫານທ່ົວໂລກເທື່ອລະກ້າວ, ນໍາຫວຽດນາມ ກາຍເປັນ “ສະມາຊິກທີ່ມີຄວາມຮັບຜິດຊອບ” ຂອງປະຊາຄົມສາກົນ ຄືເປົ້າໝາຍທີ່ໄດ້ວາງອອກ.

ທີສາມ, ຫວຽດນາມ ສາມາດຮັບເອົາຜົນປະໂຫຍດດ້ານເສດຖະກິດຈາກການເຂົ້າຮ່ວມບໍລິຫານທົ່ວໂລກຢ່າງມີປະສິດທິຜົນກວ່າ. ເລື່ອງຫວຽດນາມ ເຂົ້າຮ່ວມສັນຍາການຄ້າເສລີ (FTA) ຫຼາຍສະບັບໃນຊຸມປີມໍ່ໆມານີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນຄວາມປາດຖະໜາຢາກເຊື່ອມໂຍງຢ່າງເລິກເຊິ່ງກວ່າເຂົ້າກັບພື້ນຖານເສດຖະກິດທົ່ວໂລກ. ເພື່ອບັນລຸຜົນປະໂຫຍດຢ່າງພຽງພໍຈາກບັນດາ FTA ນີ້, ສິ່ງສໍາຄັນທີ່ສຸດແມ່ນ ຫວຽດນາມ ຕ້ອງເປັນເຈົ້າການກວ່າອີກໃນບັນຫາບໍລິຫານທັງຢູ່ພາຍໃນປະເທດ ແລະທົ່ວໂລກ.

ຂົງເຂດສໍາຄັນທີ່ສຸດ ເຊິ່ງຫວຽດນາມ ຄວນເຂົ້າຮ່ວມການບໍລິຫານທົ່ວໂລກແມ່ນສຸມໃສ່ເຂົ້າໃນການຟື້ນຟູພາຍຫຼັງໂລກລະບາດ, ທັງດ້ານເສດຖະກິດ ແລະສັງຄົມ. ເຖິງວ່າຫວຽດນາມ ຄວບຄຸມໂລກລະບາດໄດ້ດີພໍສົມຄວນ, ແຕ່ປະເທດຍັງຖືກຜົນສະທ້ອນຫຼາຍຢ່າງຈາກພະຍາດໂຄວິດ-19 ກໍ່ຂຶ້ນ. ຍ້ອນເຫດນັ້ນ, ສິ່ງສໍາຄັນສໍາລັບຫວຽດນາມ ແມ່ນຫັນບັນດາແຫຼ່ງກໍາລັງໃຫ້ດີທີ່ສຸດ, ຮັບປະກັນໃຫ້ປະເທດກັບຄືນສູ່ສະພາບເສດຖະກິດ ແລະສັງຄົມເປັນປົກກະຕິໂດຍໄວ.

ໃນຊຸມປີມໍ່ໆມານີ້, ຫວຽດນາມ ສ້າງຂີດໝາຍທີ່ດີຢູ່ບາງອົງການຈັດຕັ້ງສາກົນ ແລະພາກພື້ນ, ພິເສດແມ່ນຢູ່ໃນອາຊຽນ ແລະ ສປຊ, ຜ່ານນັ້ນປັບປຸງຖານະບົດບາດຂອງປະເທດໃນເວທີສາກົນ. ຍິ່ງກວ່ານັ້ນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ທີ່ ສປຊ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ ໄດ້ສະແດງໃຫ້ເຫັນການພົ້ນເດັ່ນຂຶ້ນຂອງຫວຽດນາມ. ຖ້າສາມາດເສີມຂະຫຍາຍບັນດາຜົນສໍາເລັດດັ່ງກ່າວ, ຫວຽດນາມ ຈະມີກໍາລັງຄວາມສາມາດກວ່າອີກທາງດ້ານລະບອບລະບຽບການ, ສ້າງປະຖົມປັດໄຈເພື່ອໃຫ້ປະເທດປະກອບຢ່າງແທດຈິງກວ່າເຂົ້າໃນການບໍລິຫານທົ່ວໂລກ.  ມາຮອດປັດຈຸບັນ, ດ້ວຍບັນດາພົນງານທີ່ບັນລຸໄດ້ນັ້ນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນກາຍເປັນປັດໄຈສໍາຄັນໃນເວທີສາກົນ.

ໂດຍ: ທູຈາງ