ປີ 2020 ແມ່ນປີປະສົບຄວາມຫຍຸ້ງຍາກເປັນພິເສດດ້ວຍບັນດາສິ່ງທ້າທາຍຕໍ່ກັບໂລກເວົ້າລວມ ແລະບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີ ສປຊ ແລະສະພາຄວາມໝັ້ນຄົງ ເວົ້າສະເພາະ. ບັນດາການກະທົບທີ່ຫຍໍ້ທໍ້ຂອງພະຍາດໂຄວິດ-19 ເຖິງທຸກດ້ານຂອງຊີວິດການເປັນຢູ່ສາກົນເຮັດໃຫ້ບັນດາປະເທດຕ້ອງປັບປຸງບຸລິມະສິດພົວພັນພາຍໃນ ແລະພົວພັນຕ່າງປະເທດເພື່ອຮັບມື ແລະຟື້ນຟູ.

ຢັ້ງຢືນຖານະບົດບາດສາກົນ 

ໃນສະພາບການ “ປະສົບກັບຄວາມຫຍຸ້ງຍາກນາໆປະການ” ນັ້ນ, ໃນຖານະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມປະກອບສ່ວນເຂົ້າວຽກງານລວມຂອງສະພາຄວາມໝັ້ນຄົງດ້ວຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະສົມດຸນ, ສະແດງໃຫ້ເຫັນຢ່າງຈະແຈ້ງຫຼັກໝັ້ນສະໜັບສະໜູນຄວາມເຄົາລົບກົດບັດ ສປຊ ແລະບັນດາຫຼັກການພື້ນຖານຂອງກົດໝາຍສາກົນ. ພ້ອມທັງ, ຫວຽດນາມ ກໍ່ສະໜັບສະໜູນການຊອກຫາມາດຕະການໃຫ້ບັນດາການປະທະກັນພາຍໃນພາກພື້ນ ແລະສາກົນຜ່ານການເຈລະຈາ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານວາລະປຶກສາຫາລືເປີດຂັ້ນລັດຖະມົນຕີຂອງສະພາຄວາມໝັ້ນຄົງ ສປຊ, ວັນທີ 9 ມັງກອນ 2020. ພາບ: baoquocte.vn.

ຕາມທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ຫວຽດນາມ ໄດ້ “ສ້າງຂີດໝາຍ” ຜ່ານການຈັດຕັ້ງສອງເຫດການແມ່ນການປຶກສາຫາລືເປີດ “ຊຸກຍູ້ການເຄົາລົບກົດບັດ ສປຊ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ” ໃນເດືອນເປັນປະທານມັງກອນ 2020 ຂອງຫວຽດນາມ ດ້ວຍສະຖິຕິມີນັກບັນລະຍາຍ 111 ຄົນທີ່ມາຈາກ 106 ປະເທດ, ຮັບຮອງເອົາຖະແຫຼງການຂອງປະທານສະພາຄວາມໝັ້ນຄົງທຳອິດທີ່ເຕື້ອງເຖິງການເຄົາລົບກົດບັດ ສປຊ ແລະກອງປະຊຸມກ່ຽວກັບ “ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ ແລະອະນຸພາກພ້ືນໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ: ບົດບາດຂອງອາຊຽນ”, ເປັນຄັ້ງທໍາອິດຈັດຕັ້ງເວທີປາໄສແລກປ່ຽນການຮ່ວມມືລະຫວ່າງສະພາຄວາມໝັ້ນຄົງ ແລະອາຊຽນ.

ຄຽງຂ້າງນັ້ນ, ຫວຽດນາມ ກໍ່ໄດ້ສຳເລັດຫຼາຍວຽກງານປົກກະຕິ ແລະບັງເອີນເມື່ອຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ, ລວມມີການກໍ່ສ້າງ ແລະຮັບຮອງເອົາລາຍການເຮັດວຽກຂອງເດືອນ, ເປັນປະທານບັນດາກອງປະຊຸມທາງການຂອງສະພາຄວາມໝັ້ນຄົງ, ຊຸກຍູ້ການເຈລະຈາ ແລະເປັນປະທານຮັບຮອງເອົາບັນດາຂໍ້ຕົກລົງຂອງສະພາຄວາມໝັ້ນຄົງ, ເປັນປະທານການເຮັດວຽກລະຫວ່າງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງກັບເລຂາທິການໃຫຍ່ ສປຊ...

ທ່ານ ເລຮວ່າຍຈູງ ຕີລາຄາວ່າ ຍ້ອນມີການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້ານັ້ນ, ຫວຽດນາມ ໄດ້ສ້າງຂີດໝາຍເບື້ອງຕົ້ນ, ຢັ້ງຢືນຖານະບົດບາດສາກົນ, ຜັນຂະຫຍາຍບັນດາບັນຫາບຸລິມະສິດວາງອອກ, ເຊື່ອມຕໍ່ບົດບາດປະທານອາຊຽນກັບສະພາຄວາມໝັ້ນຄົງ ແລະເພີ່ມທະວີຮູບພາບຖານະບົດບາດຂອງອາຊຽນທີ່ສະພາຄວາມໝັ້ນຄົງ.

ການຈັດຕັ້ງບັນດາເຫດການສຳຄັນປະສົບຜົນສຳເລັດພ້ອມກັບບັນດາໝາກຜົນລະອຽດ, ແທດຈິງທີ່ໄດ້ຮັບການຊົມເຊີຍ, ຕີລາຄາສູງຈາກ ສປຊ ແລະບັນດາປະເທດ, ຜ່ານນັ້ນ ຫວຽດນາມ ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະຄວາມສາມາດເຂົ້າຮ່ວມ, ປະກອບສ່ວນທີ່ບັນດາເວທີປາໄສຫຼາຍຝ່າຍນັບມື້ນັບເຕີບໃຫຍ່ທັງການຈັດຕັ້ງກັບເນື້ອໃນ, ແນວຄວາມຄິດ ແລະຂໍ້ລິເລີ່ມ.

ມຸ່ງໄປເຖິງ “ຜ່ານຜ່າຕົນເອງ”

ສະພາບການການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມໂລກໃນປີ 2021 ໄດ້ຮັບການຄາດຄະເນວ່າຈະສືບຕໍ່ມີການຜັນແປຢ່າງສັບສົນ. ສະພາຄວາມໝັ້ນຄົງຈະສືບຕໍ່ຕ້ອງແກ້ໄຂຈຳນວນວຽກງານໃຫຍ່ດ້ວຍຫຼາຍບັນຫາຍາກທີ່ຈະແກ້ໄຂໄດ້.

ສຳລັບອາຊຽນ, ໃນປີຈະມາເຖິງ, ຫວຽດນາມ ແມ່ນປະເທດອາຊຽນໜຶ່ງດຽວທີ່ຍັງເຫຼືອໃນສະພາຄວາມໝັ້ນຄົງ, ເພາະສະນັ້ນຫວຽດນາມ ຈະສືບຕໍ່ມານະພະຍາຍາມຍົກສູງບົດບາດ, ຮູບພາບຂອງອາຊຽນ ໃນສະພາຄວາມໝັ້ນຄົງ, ພິເສດໃນບັນດາຂົງເຂດຄືຮັກສາສັນຕິພາບ. ຫວຽດນາມ ຈະເສີມຂະຫຍາຍບົດບາດຂອງອາຊຽນໃນຄວາມມານະພະຍາຍາມລວມກ່ຽວກັບການສະກັດກັ້ນການປະທະກັນ ແລະສ້າງສັນຕິພາບ.

ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ຫວຽດນາມ ໄດ້ກຽມພ້ອມຈິດໃຈຕ້ອງປະເຊີນໜ້າຍ້ອນບັນດາການກະທົບທີ່ຫຍໍ້ທໍ້ຂອງພະຍາດໂຄວິດ-19 ການປະທະກັນ ກໍ່ຄືບັນດາບັນຫາສັງຄົມຍັງຄົງສືບຕໍ່, ຊ້ຳບໍ່ໜຳຍັງສັບສົນກວ່າ ແລະແກ້ໄຂຍາກກວ່າ.

ຕາມທ່ານ ດັ້ງດິ່ງກຸ໊ຍ ແລ້ວ, ໃນປີຈະມາເຖິງ, ບັນດາປະເທດໃຫຍ່ຈະມີການປັບປຸງນະໂຍບາຍ, ຕາມນັ້ນແລ້ວຈະນຳມາເຊິ່ງກາລະໂອກາດ ແລະສິ່ງທ້າທາຍ, ຮຽກຮ້ອງບັນດາປະເທດໃນສະພາຄວາມໝັ້ນຄົງຕ້ອງແກ້ໄຂບັນດາບັນຫາຢ່າງທັນການ, ຖືກເວລາ, ຖືກລະດັບສຳລັບແຕ່ລະບັນດາບັນຫາ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ສິ່ງສຳຄັນທີ່ສຸດຕໍ່ຫວຽດນາມ ແມ່ນຕ້ອງເພີ່ມທະວີຄວາມສາມັກຄີໃນສະພາຄວາມໝັ້ນຄົງ, ຍົກອອກວິທີປົກປ້ອງຜົນປະໂຫຍດຂອງປະເທດ, ຍົກສູງອິດທິພົນຊື່ສຽງ ແລະຮູບພາບຂອງຫວຽດນາມ ບໍ່ພຽງແຕ່ໃນສະພາຄວາມໝັ້ນຄົງເທົ່ານັ້ນ ຫາກຍັງໃນປະຊາຄົມທັງໝົດ 193 ປະເທດອີກດ້ວຍ, ຜ່ານນັ້ນຍົກສູງອິດທິພົນຊື່ສຽງ ແລະຖານະບົດບາດຂອງຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ພາຍຫຼັງສິ້ນສຸດອາຍຸການສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ.

ເດືອນ ເມສາ 2021, ຫວຽດນາມ ຈະຮັບດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງ ຄັ້ງທີ 2 ແລະກໍ່ແມ່ນຄັ້ງສຸດທ້າຍໃນອາຍຸການ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ນີ້ຈະແມ່ນສິ່ງທ້າທາຍບໍ່ໜ້ອຍຍ້ອນວ່າ ຫວຽດນາມ ຢາກໄດ້ຮັບຜົນຜ່ານຜ່າຕົນເອງ, ແລະປະສົບຜົນສຳເລັດກວ່າເດືອນເປັນປະທານທຳອິດເມື່ອເດືອນມັງກອນ 2020.

ໂດຍ: ແສງເດືອນ