ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກ ໄດ້ຢັ້ງຢືນເຖິງເປົ້າໝາຍຈະສໍາເລັດການເຊັນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະການລົງທຶນເປັນເສລີ ແລະກໍ່ແມ່ນການປະກອບສ່ວນສໍາຄັນໃຫ້ແກ່ວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

leftcenterrightdel
ກອງປະຊຸມຂ່າວກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37. ພາບ: congthuong.vn.

ທີ່ກອງປະຊຸມຂ່າວກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ວັນທີ 9 ພະຈິກ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຂອງຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ ການເຈລະຈາ RCEP ໄດ້ສໍາເລັດແລ້ວ. ບັນດາປະເທດພວມຊຸກຍູ້ບັນດາລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ: “ສັນຍາ RCEP ໄດ້ເສຍເວລາເຈລະຈາເປັນຫຼາຍປີ, ເພື່ອເຫັນວ່າ ສັນຍາມີຄວາມໝາຍອັນໃຫຍ່ຫຼວງຕໍ່ພາກພື້ນ, ພິເສດແມ່ນໃນສະພາບການປັດຈຸບັນເມື່ອ ໂລກຖືກຜົນກະທົບຈາກພະຍາດໂຄວິດ-19. ການລົງນາມ RCEP ຈະສ້າງກໍາລັງແຮງ, ການກະທົບໃໝ່ໃຫ້ແກ່ການພັດທະນາການຄ້າໃນພາກພື້ນ. ການລົງນາມສັນຍາສະບັບນີ້ແມ່ນຄວາມຄອງຄອຍຂອງທຸກປະເທດ ແລະມີຄວາມໝາຍສໍາລັບຫວຽດນາມ ເມື່ອເປັນປະທານອາຊຽນ 2020”.

RCEP ລວມມີ 10 ປະເທດສະມາຊິກອາຊຽນ ແລະ 5 ຄູ່ຮ່ວມມືໃຫຍ່ເຊິ່ງ ອາຊຽນ ໄດ້ລົງນາມສັນຍາການຄ້າເສລີ ລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ. ເມື່ອສັນຍາ RCEP ໄດ້ຮັບການລົງນາມຈະສ້າງເປັນຕະຫຼາດດ້ວຍຜູ້ບໍລິໂພກປະມານ 3,5 ຕື້ຄົນ ແລະ GDP ເກືອບ 49.000 ຕື້ໂດລາສະຫະລັດ, ກວມປະມານ 39% GDP ທົ່ວໂລກ.

ໂດຍ: ໄຊຊະນະ