ທ່ານນາງປະລິນຍາເອກ Hoo Chiew Ping ຖືວ່າ, ພາຍໃຕ້ການປະສານງານຂອງຫວຽດນາມ, ບັນດາການເຈລະຈາ ແລະກອງປະຊຸມຂອງອາຊຽນ ລ້ວນແຕ່ໄດ້ຈັດຕັ້ງທາງອອນລາຍ, ເໝາະສົມກັບສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ.

leftcenterrightdel
ທ່ານນາງປະລິນຍາເອກ Hoo Chiew Ping ອາຈານຂັ້ນສູງກ່ຽວກັບການຄົ້ນຄວ້າຍຸດທະສາດ ແລະການພົວພັນກັບສາກົນ, ມະຫາວິທະຍາໄລ ມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນປະລິນຍາເອກ Ngeow Chow Bing, ຜູ້ອໍານວຍການສະຖາບັນຄົ້ນຄວ້າຈີນ, ມະຫາວິທະຍາໄລ ມາເລເຊຍ ໃຫ້ຂໍ້ສັງເກດວ່າ ເມື່ອ ຫວຽດນາມ ເລີ່ມດໍາລົງຕໍາແໜ່ງເປັນປະທານໝູນວຽນຂອງອາຊຽນ ກໍ່ແມ່ນໄລຍະທີ່ໂລກ ປະເຊີນໜ້າກັບພະຍາດໂຄວິດ-19. ໂດຍບໍ່ຫົວຊາຕໍ່ເລື່ອງພະຍາດໂຄວິດ-19 ສົ່ງຜົນກະທົບເຖິງຊີວິດທາງດ້ານເສດຖະກິດ-ສັງຄົມໃນພາກພື້ນ ກໍ່ຄືສິ່ງທ້າທາຍກ່ຽວກັບການຫັນຊ່ອງທາງຮ່ວມມືເປັນດີຈີຕອນ, ໃນບົດບາດເປັນປະທານອາຊຽນ, ເຖິງວ່າຕ້ອງປະເຊີນໜ້າກັບຮົ້ວກີດຂວາງຕ່າງໆກໍ່ຕາມ,  ແຕ່ຫວຽດນາມ ໄດ້ຮັບປະກັນໃຫ້ການເຄື່ອນໄຫວຂອງອາຊຽນບໍ່ຖືກຕັດຕອນເປັນຢ່າງດີ.

ຕໍ່ໜ້າການແຜ່ລະບາດຂອງພະຍາດໂຄວິດ-19, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຮັບມື, ຄວບຄຸມໂລກລະບາດເປັນຢ່າງດີ, ວ່ອງໄວ ແລະປະສົບຜົນສໍາເລັດ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດໜຶ່ງດຽວໃນອາຊຽນ ບັນລຸໄດ້ການເຕີບໂຕເປັນບວກ.  ທ່ານ Ngeow Chow Bing ກໍ່ສະແດງຄວາມປະທັບໃຈເມື່ອ “ຫວຽດນາມ ຍັງກະກຽມບັນດາກໍລະນີແຕກຕ່າງກັນ ເຊິ່ງ ອາຊຽນ ອາດຈະຕ້ອງປະເຊີນໜ້າ”.

ໂດຍ: ທູຈາງ