ງານປະກວດເພື່ອແນໃສ່ໂຄສະນາກ່ຽວກັບບັນດາວິລະກໍາຂອງກໍາລັງຕໍາຫຼວດປະຊາຊົນ ໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ບັນດາບົດຂຽນໄດ້ສ່ອງແສງໃຫ້ເຫັນບັນດາແບບຢ່າງດີເດັ່ນກ້າວໜ້າ, ຮູບແບບໃໝ່ທີ່ປະກົດອອກໃນການຕໍ່ສູ້ປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະວຽກງານກໍ່ສ້າງກໍາລັງຕໍາຫຼວດປະຊາຊົນ  ຍອມເສຍສະຫຼະຊີວິດເພື່ອປະເທດຊາດ, ຮັບໃຊ້ເພື່ອປະຊາຊົນ; ຕຳໜິຕິຕຽນ, ຕອບໂຕ້ບັນດາທັດສະນະຜິດພາດ, ປໍລະປັກ; ຢຶດໝັ້ນຕໍ່ສູ້ຕ້ານໄພອາດຍາສິດ, ການສໍ້ຫຼາດບັງຫຼວງ ແລະບັນດາປະກົດການຫຍໍ້ທໍ້ອື່ນອີກ.

leftcenterrightdel
ຄະນະຈັດຕັ້ງມອບລາງວັນໃຫ້ແກ່ບັນດາຜູ້ຂຽນ. ພາບ: congan.com.vn.

ພາຍຫຼັງການປຸກລະດົມງານປະກວດມາເປັນເວລາກວ່າ 1 ປີ, ຄະນະຈັດຕັ້ງ ໄດ້ຮັບເອົາບົດຂຽນ 535 ບົດທີ່ຂຶ້ນກັບປະເພດຕ່າງໆ, ຄື: ການສ່ອງແສງ, ບັນທຶກ, ສໍາພາດ, ສາລະຄະດີ, ຮູບເງົາເອກສານ, ຫົວເລື່ອງສະເພາະ... ຄະນະຈັດຕັ້ງ ໄດ້ຕີລາຄາ ແລະຄັດເລືອກເອົາບົດຂຽນ 67 ບົດທີ່ມີຄຸນນະພາບລອດເຂົ້າໃນຮອບຊີງຊະນະເລີດ. ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງຈໍານວນ 4 ລາງວັນໃຫ້ແກ່ບັນດານັກຂຽນ ແລະກຸ່ມນັກຂຽນ.

ໂດຍ: ທູຈາງ