ໃນບັນດາກົນໄກຮ່ວມມືອະນຸພາກພື້ນທີ່ມີຢູ່ແລ້ວ, ມີສາມກົນໄກສໍາຄັນທີ່ສຸດສຳລັບຫວຽດນາມ ລວມມີ: ຂໍ້ລິເລີ່ມສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV), ກອງປະຊຸມສຸດຍອດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະອົງການຍຸດທະສາດຮ່ວມມືເສດຖະກິດ Ayeyarwady-ChaoPhraya-Mekong ແມ່ນຂອບເຂດໜຶ່ງດຽວທີ່ມີການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາປະເທດ AM-5.

ນີ້ແມ່ນບັນດາກົນໄກຜົນກະທົບໂດຍກົງເຖິງຜົນປະໂຫຍດຂອງຫວຽດນາມ ນັບທັງຄວາມໝາຍ “ພາຍໃນກຸ່ມ” ແລະຄວາມໝາຍເປັນ “ໃຈກາງ” ໃຫ້ການຮ່ວມມືກັບຄູ່ຮ່ວມມືນອກອາຊຽນ. ຫວຽດນາມ ຄວນສຸມໃສ່ຫຼາຍກວ່າໃຫ້ບັນດາກົນໄກນີ້, ພິເສດແມ່ນ CLV, ເສີມຂະຫຍາຍເນື້ອແທ້ປະສິດທິຜົນການຮ່ວມມືພາຍໃນກຸ່ມເພື່ອຮັກສາ ແລະບູລະນະສະພາບແວດລ້ອມແຫ່ງການດຳລົງຄົງຕົວຂອງຕົນ, ພ້ອມທັງເພີ່ມທະວີຮາກຖານໃຫ້ແກ່ຄວາມເຫັນດີເຫັນພ້ອມໃນ AM-5 ຕໍ່ໜ້າບັນດາບັນຫາຂອງອາຊຽນ.

leftcenterrightdel
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດໍາເນີນໃນວັນທີ 16 ມັງກອນ 2020 ຢູ່ຫວຽດນາມ. ພາບ: anninhthudo.vn.

ການພັດທະນາແລວເສດຖະກິດຕາເວັນຕົກ-ຕາເວັນອອກ

ຫວຽດນາມ ແມ່ນປະເທດມີທ່າແຮງສະດວກທີ່ສຸດເພື່ອນໍາໜ້າຍົກອອກ ແລະຊຸກຍູ້ບັນດາຂໍ້ລິເລີ່ມຄືແນວນັ້ນຜ່ານການຮ່ວມມືກັບອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະບັນດາຄູ່ຮ່ວມມືອື່ນ. ໃນການພົວພັນກັບບັນດາປະເທດອາຊຽນ ສັງກັດອະນຸພາກພື້ນແມ່ນ້ຳຂອງ, ຫວຽດນາມ ຄວນເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາແລວອອກທະເລໃຫ້ລາວ ເພື່ອຊ່ວຍປະເທດລາວ ພັດທະນາເສດຖະກິດ-ສັງຄົມ. ລາວ ແມ່ນປະເທດບໍ່ມີທະເລ ແລະພວມຜ່ານການເຂົ້າຮ່ວມ BRI ຂອງຈີນ ເພື່ອກາຍເປັນປະເທດ “ເຊື່ອມຕໍ່ກັບທະເລ” (land - linked) ແລະວິວັດການນີ້ເຮັດໃຫ້ລາວ ນັບມື້ນັບຮັບຜົນສະທ້ອນໃຫຍ່ກວ່າຈາກຈີນ. ນີ້ແມ່ນສິ່ງຄວນໄດ້ຮັບການແກ້ໄຂເພື່ອພັດທະນາແລວເສດຖະກິດຕາເວັນຕົກ-ຕາເວັນອອກທີ່ມີຜົນປະໂຫຍດລວມໃຫ້ອາຊີຕາເວັນອອກສ່ຽງໃຕ້/ອາຊຽນ.

ດ້ວຍບັນດາປະເທດສັງກັດກຸ່ມ AS-5, ຫວຽດນາມ ຄວນເຊື່ອມຕໍ່, ສົມທົບກັນຢ່າງແໜ້ນແຟ້ນກັບອິນໂດເນເຊຍ ດ້ວຍຖານະເປັນປະເທດໃຫຍ່ທີ່ສຸດຂອງອາຊຽນຢູ່ “ທະເລ, ໝູ່ເກາະ” ເພື່ອສ້າງການເຊື່ອມຕໍ່ຕາເວັນຕົກ-ຕາເວັນອອກນີ້.

ເພື່ອຜັນຂະຫຍາຍໄດ້ສິ່ງເຫຼົ່ານີ້, ບັນດາທ່າກໍາປັ່ນນໍ້າເລິກຢູ່ພາກກາງຫວຽດນາມ ມີບົດບາດສໍາຄັນທີ່ສຸດ ແລະຮອບດ້ານ. ເມື່ອແລວເສດຖະກິດຕາເວັນຕົກ-ຕາເວັນອອກພັດທະນາ, ເຊື່ອມຕໍ່ກັບການພັດທະນາເສດຖະກິດຕາມທິດເໜືອ-ໃຕ້ຂອງ BRI, ມີການເຂົ້າຮ່ວມຂອງຫຼາຍປະເທດ, ຮຽກຮ້ອງຄວນມີບັນດາກົນໄກ, ຂອບເຂດຄວາມໝັ້ນຄົງຮັບປະກັນຜົນປະໂຫຍດໃຫ້ບັນດາຝ່າຍຈະໄດ້ວາງອອກ.

ໃນສະພາບການໃໝ່, ຖານະບົດບາດຂອງຫວຽດນາມ ແມ່ນຂຶ້ນກັບຄວາມສາມາດຊ່ວຍແກ້ໄຂການແກ່ງແຍ້ງກັນລະຫວ່າງຈີນ-ອາເມລິກາ, ປັບປຸງອາຊຽນ ແລະປະກອບສ່ວນແກ້ໄຂບັນດາ “ຈຸດຮ້ອນ” ຢູ່ພາກພື້ນໂດຍສັນຕິວິທີ.

ເສີມຂະຫຍາຍ “ທ່ວງທ່າ”,  ແກ້ໄຂ “ກຳລັງແຮງ” ສ້າງສະພາບແວດລ້ອມຄວາມໝັ້ນຄົງ, ພັດທະນາຢ່າງສະດວກ

ໃນໄລຍະປະຈຸບັນ, ດ້ວຍພື້ນຖານເສດຖະກິດຍັງໜ້ອຍ ແລະຖືກຜົນກະທົບຢ່າງສັບສົນ, ຫຼາຍຝ່າຍຈາກປະເທດໃຫຍ່, “ກຳລັງແຮງ” ຂອງຫວຽດນາມຍັງຈໍາກັດຢູ່, ຍ້ອນແນວນັ້ນຄວນເສີມຂະຫຍາຍກໍາລັງແຮງຂອງ “ທ່ວງທ່າ” ເພື່ອແກ້ໄຂຈຸດອ່ອນກ່ຽວກັບ “ກຳລັງແຮງ”, ຍົກກໍາລັງແຮງສັງລວມຂອງແຫ່ງຊາດເທື່ອລະກ້າວ. ດ້ວຍແ່ງຫວັງສະພາບການ ແລະທ່າແຮງທີ່ມີຢູ່ແລ້ວ, ຫວຽດນາມ ຄວນເອົາໃຈໃສ່ເປັນພິເສດລະດົມກໍາລັງແຮງຢູ່ນອກ, ປ່ຽນຄວາມເອົາໃຈໃສ່ຂອງສາກົນເປັນກໍາລັງແຮງຂອງຕົນ, ຊ່ວຍປົກປັກຮັກສາ ແລະເສີມຂະຫຍາຍຜົນປະໂຫຍດໃຫ້ຕົນ.

ໃນຊຸມປີຜ່ານມາ, ໂດຍເສີມຂະຫຍາຍກໍາລັງແຮງຈາກ “ທ່ວງທ່າ”, ເສດຖະກິດຂອງຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງໄວ ແລະເລິກເຊິ່ງ ແລະກາຍເປັນພາກສ່ວນສະໜິດຕິດພັນ, ມີຄວາມໝາຍໃນພື້ນຖານເສດຖະກິດສາກົນ, ຊ່ວຍຍົກສູງກໍາລັງບົ່ມຊ້ອນດ້ານເສດຖະກິດແຫ່ງຊາດໂດຍໄວ.

ຫວຽດນາມ ມີຄວາມສະດວກເພື່ອສະໜິດຕິດພັນຜົນປະໂຫຍດກັບຫຼາຍຝ່າຍເພື່ອໃຫ້ບັນດາຝ່າຍ, ເຖິງວ່າແມ່ນຝ່າຍຄ້ານກໍ່ມີຜົນປະໂຫຍດໃນການສະໜັບສະໜູນພື້ນຖານສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃຫ້ຫວຽດນາມ. ການເຂົ້າຮ່ວມຢ່າງສົມສ່ວນຂອງຫວຽດນາມ ໃນບັນດາຍຸດທະສາດໃຫຍ່ຂອງຈີນ, ອາເມລິກາ, ບັນດາປະເທດມະຫາອຳນາດໃນພາກພື້ນຈະຊ່ວຍປັບປຸງຖານະບົດບາດ ເຊິ່ງຫວຽດນາມສ້າງໄດ້ໃນຊຸມປີຜ່ານມາ. ການເສີມຂະຫຍາຍກໍາລັງແຮງຈາກ “ທ່ວງທ່າ” ແມ່ນເງື່ອນໄຂສໍາຄັນເພື່ອໃຫ້ຫວຽດນາມ ມີສະຖຽນລະພາບ, ພັດທະນາ, ສ້າງເປັນ “ກຳລັງແຮງ” ໃໝ່ໃຫ້ໄລຍະທາງຕໍ່ໄປ.

ໂດຍ: ເຈິ່ນຮວ່ຽນ