ຫວຽດນາມ ມີຄວາມວິຕົກກັງວົນຕໍ່ຂ່າວຄາວກ່ຽວກັບການປະທະກັນ. ພວກຂ້າພະເຈົ້າສະໜັບສະໜູນບັນດາຄວາມມານະພະຍາຍາມເປັນກາງໃນການໄກ່ເກ່ຍຂອງກຸ່ມ Minsk ຂຶ້ນກັບອົງການຄວາມໝັ້ນຄົງ ແລະຮ່ວມມືເອີລົບ (OSCE) ແລະຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຢຸດຕິສະພາບການສັບສົນປິນຂັ້ນໄດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ແກ້ໄຂການປະທະກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ປະກອບສ່ວນເຂ້ົາໃນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີສະໜອງຂໍ້ມູນກ່ຽວກັບເລື່ອງສິງກະໂປ ຍົກເລີກຄຳສັ່ງປິດປະຕູຊາຍແດນພຽງລຳພັງຝ່າຍດຽວ ສໍາລັບນັກທ່ອງທ່ຽວທີ່ມາຈາກຫວຽດນາມ, ທ່ານນາງເລທິທູຮັ່ງ ໃຫ້ຮູ້ວ່າ ຕາມສະຖານທູດຫວຽດນາມ  ປະຈໍາ ສິງກະໂປ, ວັນທີ 30 ກັນຍາ, ສິງກະໂປ ໄດ້ປະກາດຂໍ້ຕົກລົງເປີດປະຕູຊາຍແດນສໍາລັບນັກທ່ອງທ່ຽວທີ່ມາຈາກຫວຽດນາມ ນັບແຕ່ວັນທີ 8 ຕຸລາ 2020.

ຕາມບັນດາອົງການເຈົ້າໜ້າທີ່ຂອງສິງກະໂປ ແລ້ວ, ເພື່ອໃຫ້ໄດ້ເຂົ້າເມືອງສິງກະໂປ ເຊິ່ງຈະເລີ່ມແຕ່ວັນທີ 8 ຕຸລາ, ແມ່ນໃນຮອບເວລາແຕ່ 7-30 ວັນກ່ອນທີ່ຈະເຂົ້າເມືອງ, ນັກທ່ອງທ່ຽວຫວຽດນາມ ຕ້ອງສົ່ງເອກະສານຂໍເຂົ້າເມືອງທາງອອນລາຍ. ພາຍຫຼັງໄດ້ເຂົ້າເມືອງ, ນັກທ່ອງທ່ຽວຈະຕ້ອງດໍາເນີນການກວດຫາເຊື້ອພະຍາດໂຄວິດ-19 ແລະຕິດຕັ້ງແອັບພຼີເຄຊັນສືບຫາພະຍາດໂຄວິດ-19 ໃນໂທລະສັບມືຖື. ຖ້າຜົນການກວດປະກົດວ່າບໍ່ຕິດເຊື້ອພະຍາດ, ນັກທ່ອງທ່ຽວສາມາດເດີນທາງໄປມາຢູ່ສິງກະໂປໄດ້.

ໂດຍ: ທູຈາງ