ຂໍຮຽນບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ!

ຂໍຮຽນຄະນະປະທານ!

ຂໍຮຽນບັນດາສະຫາຍຜູ້ແທນ, ແຂກຜູ້ທີ່ມີກຽດ!

ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI, ອາຍຸການ 2020-2025 ໄດ້ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຮ່າໂນ້ຍ.

ກອງປະຊຸມໃຫຍ່ຂໍສະແດງຄວາມຄ່ຳນັບຊົມເຊີຍສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ; ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ; ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ນະຄອນຮ່າໂນ້ຍ, ນະຄອນໂຮ່ຈິມິນ; ບັນດາສະຫາຍອະດີດກໍາມະການຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ ໄດ້ເຂົ້າຮ່ວມ, ນຳມາເຊິ່ງກອງປະຊຸມບັນດາອາລົມຈິດ ແລະການລະດົມກຳລັງໃຈທີ່ໃຫຍ່ຫຼວງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວປາໄສໄຂກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI. ພາບ: ຕ໊ວນຮຸຍ.

ຄ່ຳນັບຊົມເຊີຍຜູ້ແທນດີເດັ່ນ 450 ຄົນທີ່ຕາງໜ້າໃຫ້ພູມປັນຍາ, ຄຸນນະທາດດ້ານການເມືອງ, ເຈດຈຳນົງ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງມາດປາດຖະໜາຂອງສະມາຊິກພັກໃນອົງຄະນະພັກກອງທັບ 26 ໝື່ນກວ່າາຄົນມາເຂົ້າຮ່ວມກອງປະຊຸມໃຫຍ່.

ໃນຈຸດເວລາສະຫງ່າລາສີນີ້, ກອງປະຊຸມໃຫຍ່ຂໍສະແດງຄວາມເຄົາລົບນັບຖື, ອາໄລຫາ ແລະຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານ ໂຮ່ຈິມິນ, ຜູ້ນຳທີ່ປີຊາສາມາດຂອງພັກ ແລະຊາດຫວຽດນາມ, ເປັນຄູອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ເປັນພໍ່ຜູ້ແສນຮັກຂອງບັນດາກຳລັງປະກອບອາວຸດ. ກອງປະຊຸມໃຫຍ່ພວກເຮົາຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ບັນພະບຸລຸດລຸ້ນຕ່າງໆ, ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ອຸທິດສ່ວນໃຫ້ພາລະກິດປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ.

ຂໍຮຽນກອງປະຊຸມໃຫຍ່!

ໃນ 5 ປີຜ່ານມາ, ໃນສະພາບການປະເທດມີກາລະໂອກາດ ແລະຄວາມສະດວກຫຼາຍຢ່າງໃນບັນດາຂົງເຂດ, ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍຍ້ອນຜົນກະທົບຂອງສະພາບໂລກ ແລະພາກພື້ນ. ບັນດາສິ່ງທ້າທາຍຄວາມໝັ້ນຄົງແມ່ນການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານຜັນແປຢ່າງສັບສົນ; ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກພະຍາດ; ບັນດາອິດທິກຳລັງທີ່ເປັນປໍລະປັກເພີ່ມທະວີການມ້າງເພທຳລາຍນັບມ້ືນັບເລິກເລບໂຫດຫ້ຽມ. ແຕ່ວ່າພາຍໃຕ້ການນຳພາຂອງພັກ; ການຄຸ້ມຄອງ, ບໍລິຫານຂອງລັດ; ການສົມທົບ, ຊ່ວຍເຫຼືອຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ຜູ້ບັນຊາການທຸກຂັ້ນໄດ້ຊີ້ນຳ, ນຳພາທົ່ວກອງທັບເສີມຂະຫຍາຍມູນເຊື້ອວິລະຊົນ, ກຳລັງແຮງສັງລວມ, ຄວາມສາມັກຄີ, ປ່ຽນແປງໃໝ່, ເປັນເຈົ້າການ, ປະດິດສ້າງ, ມານະ ພະຍາຍາມສູ້ຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດ ແລະສຳເລັດຮອບດ້ານບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ X ວາງອອກ, ຫຼາຍໜ້າທີ່ສໍາເລັດເປັນຢ່າງດີ, ບາງໜ້າທີ່ສຳເລັດຢ່າງດີເດັ່ນ.

ອົງຄະນະພັກກອງທັບ ຍາມໃດກໍ່ປອດໃສໝັ້ນຄົງເຂັ້ມແຂງດີເດັ່ນ, ກອງທັບໝັ້ນຄົງເຂັ້ມແຂງດ້ານການເມືອງ. ຄວາມສາມາດນຳພາ, ກຳລັງແຮງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກຂັ້ນຕ່າງໆມີການຫັນປ່ຽນເປັນຢ່າງດີ; ຮັກສາການນຳພາກ່ຽວກັບທຸກດ້ານຂອງພັກຕໍ່ກັບກອງທັບຢ່າງເດັດຂາດ ແລະໂດຍກົງ. ຄຸນນະພາບສັງລວມ, ກຳລັງແຮງ, ຄວາມຮູ້ ແລະຄວາມສາມາດກຽມພ້ອມສູ້ຮົບຂອງທົ່ວກອງທັບໄດ້ຍົກສູງຂຶ້ນ. ຕໍ່ໜ້າການຜັນແປຢ່າງສັບສົນຂອງສະພາບການ, ພະນັກງານ, ນັກຮົບທົ່ວກອງທັບຍາມໃດກໍ່ສາມັກຄີ, ເຫັນດີເປັນເອກະພາບສູງ, ຈົ່ງຮັກພັກດີຕໍ່ພັກ, ລັດ ແລະປະຊາຊົນຢ່າງເດັດຂາດ. ກຽມພ້ອມຮັບ ແລະສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ. ປະຕິບັດພາລະໜ້າທີ່ແມ່ນກອງສູ້ຮົບ, ກອງປະຕິບັດງານ, ກອງອອກແຮງງານທຳການຜະລິດ; ກຳລັງຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ, ໂດຍສະເພາະຢູ່ບັນດາບໍລິເວນຍຸດທະສາດ, ຈຸດສຸມ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະພັດທະນາປະເທດຊາດ.

ກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ໄດ້ດໍາເນີນໃນຈຸດເວລາທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫາກໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ; ພວມຂ້ຽວຂາດປ້ອງກັນ, ຕ້ານ ແລະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ ແລະອອກແຮງແຂ່ງຂັນປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກຢ່າງມີໄຊ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII  ຂອງພັກ.

ກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ແມ່ນເຫດການສໍາຄັນໃນຊີວິດດ້ານການເມືອງຂອງພະນັກງານ, ນັກຮົບທົ່ວກອງທັບ. ກອງປະຊຸມໃຫຍ່ມີໜ້າທີ່ສະຫຼຸບ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ X, ຮັບຮອງເອົາທິດນຳ, ເປົ້າໝາຍ, ໜ້າທີ່, ມາດຕະການນຳພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງອົງຄະນະພັກກອງທັບໃນ 5 ປີຕໍ່ໜ້າ; ສຳຫຼວດກວດກາຄືນວຽກງານນຳພາຂອງຄະນະພັກການທະຫານສູນກາງ ຊຸດທີ X, ປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງບັນດາເອກະສານຂອງສູນກາງ ແລະປ່ອນບັດເລືອກຕັ້ງຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ໃນວິວັດການກະກຽມກອງປະຊຸມໃຫຍ່, ຄະນະພັກການທະຫານສູນກາງ ໄດ້ຮັບການຊີ້ນຳຂອງກົມການເມືອງ, ຄະນະເລຂາທິການ, ການປະກອບຄຳເຫັນຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ; ການປະກອບຄຳເຫັນຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ, ມະຫາຊົນໃນທົ່ວກອງທັບເຂົ້າບັນດາຮ່າງເອກະສານຢ່າງເປັນປະຈຳ. ພິເສດ, ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີຄຳເຫັນຊີ້ນຳຢ່າງເລິກເຊິ່ງ ແລະຮຽກຮ້ອງໃຫ້ອົງຄະນະພັກກອງທັບຕ້ອງເປັນແບບຢ່າງນຳໜ້າ, ກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ໃຫ້ເປັນແບບຢ່າງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງບັນຍາກາດໃໝ່ ແລະຜົນສຳເລັດໃໝ່. ຄະນະພັກການທະຫານສູນກາງຂໍສະແດງຄວາມຂອບອົກຂອບໃຈ ແລະຮັບເອົາບັນດາຄຳເຫັນຊີ້ນຳ, ການປະກອບສ່ວນອັນລ້ຳຄ່ານັ້ນຢ່າງເຂັ້ມງວດ; ກະກຽມຮອບຄອບຖີ່ຖ້ວນທຸກດ້ານເພື່ອຈັດຕັ້ງກອງປະຊຸມໃຫຍ່ໃຫ້ບັນລຸຜົນດີທີ່ສຸດ.

ໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI ແມ່ນຂີດໝາຍສຳຄັນ, ສືບຕໍ່ຢັ້ງຢືນຄວາມສາມັກຄີ, ເຫັນດີເປັນເອກະພາບ, ຄຸນນະທາດ, ພູມປັນຍາ, ມູນເຊື້ອທີ່ດີງາມຂອງກອງທັບປະຊາຊົນຫວຽດນາມ ຜ່ານກວ່າ 75 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ຄັນທຸງທີ່ມີກຽດສະຫງ່າຂອງພັກ; ແມ່ນພື້ນຖານເພື່ອກຳນົດທິດ ແລະຍົກສູງຄວາມສາມາດນຳພາ, ກຳລັງແຮງສູ້ຮົບຂອງອົງຄະນະພັກກອງທັບ; ສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍກຳລັງແຮງສັງລວມ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ໃຫ້ໝັ້ນຄົງເຂັ້ມແຂງ; ກໍ່ສ້າງກອງທັບປະຊາຊົນປະຕິວັດ, ມີລະບຽບແບບແຜນ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ເພີ່ມທະວີກຳລັງແຮງດ້ານປ້ອງກັນຊາດ, ສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ ໃຫ້ໝັ້ນຄົງເຂັ້ມແຂງ; ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

ດ້ວຍຈິດໃຈນັ້ນ, ຕາງໜ້າໃຫ້ຄະນະປະທານ, ຂ້າພະເຈົ້າປະກາດໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI, ອາຍຸການ 2020-2025.

ຂໍອວຍພອນກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ!

ຂໍຂອບໃຈ!

ໂດຍ: ສົມເພັດ