ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ກອງປະຊຸມຂັ້ນສູງສະມັດຊາໃຫຍ່ປີນີ້ ກໍເປັນຂີດໝາຍ 75 ປີແຫ່ງວັນສ້າງຕັ້ງອົງການສະຫະປະຊາຊາດ (ສປຊ). ສະນັ້ນ, ອັນໃດແມ່ນບັນດາຂີດໝາຍທີ່ເປັນໜ້າຈົດຈໍາໃນໄລຍະທາງແຫ່ງ 75 ປີຂອງ ສປຊ?

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ: ໃນ 75 ປີຜ່ານມາມີບັນດາການຕີລາຄາທີ່ແຕກຕ່າງກັນກ່ຽວກັບບົດບາດ ກໍຄືຜົນງານຂອງ ສປຊ, ຂ້າພະເຈົ້າຄິດວ່າມີ 3 ສິ່ງ ເຊິ່ງ ສປຊ ມີບົດບາດ ແລະປະສົບຜົນສໍາເລັດອັນໃຫຍ່ຫຼວງ.

ທີໜຶ່ງ, ສປຊ ໄດ້ສ້າງລະບຽບການລວມດ້ວຍສົນທິສັນຍາ 100 ກວ່າສະບັບ ແລະສົນທິສັນຍາສາກົນ 580 ກວ່າສະບັບທີ່ໄດ້ຈົດທະບຽນ ແລະເກັບຮັກສາໄວ້ຢູ່ ສປຊ. ສິ່ງນັ້ນໄດ້ສ້າງເປັນໂຄງສັນຫຼັງຂອງລະບົບກົດໝາຍສາກົນ. ລະບົບກົດໝາຍສາກົນແມ່ນລະບຽບການລວມທີ່ດັດປັບການກະທໍາຂອງທຸກໆປະເທດ, ກໍຄືບັນດາອົງການຈັດຕັ້ງ ແລະບຸກຄົນເມື່ອເຂົ້າຮ່ວມເຂົ້າໃນການເຄື່ອນໄຫວສາກົນ...

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ:  vov.vn

ທີສອງແມ່ນ, ສປຊ ປະສົບຜົນສໍາເລັດໃນຂົງເຂດພັດທະນາ. ນອກຈາກການກໍານົດທິດພັດທະນາຂອງມວນມະນຸດແລ້ວ, ໂດຍສະເພາະແມ່ນພາຍຫຼັງສົງຄາມເຢັນ, ສປຊ ໄດ້ວາງອອກບັນດາເປົ້າໝາຍພັດທະນາສະຫັດສະວັດ ແລະດຽວນີ້ພວກເຮົາກໍາລັງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ນັ້ນແມ່ນບັນດາກອບກໍານົດທິດນະໂຍບາຍໃຫ້ແກ່ບັນດາປະເທດເດີນຕາມ. ນອກຈາກນັ້ນ, ສປຊ ກໍມີບັນດາໂຄງການຕ່າງໆຜ່ານໂຄງການພັດທະນາຂອງ ສປຊ (UNDP) ແລະບັນດາໂຄງການພັດທະນາອື່ນ ເພື່ອໜູນຊ່ວຍບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດດ້ອຍພັດທະນາ, ປະເທດທຸກຍາກເພື່ອໃຫ້ເດີນໄປຕາມທິດນັ້ນ. ຍ້ອນມີບັນດາໂຄງການດັ່ງກ່າວນັ້ນ ການພັດທະນາຂອງໂລກ ຈຶ່ງໄປຕາມທິດທີ່ນັບມື້ນັບກ້າວໜ້າກວ່າ ແລະປະຊາຊົນຫຼາຍຮ້ອຍລ້ານຄົນໄດ້ຮັບການໜູນຊ່ວຍໃນວິວັດທະນາການນັ້ນ, ໂດຍສະເພາະແມ່ນແມ່ຍິງ ແລະເດັກນ້ອຍຢູ່ບັນດາປະເທດທຸກຍາກ.

ຈຸດທີສາມທີ່ກໍາລັງໂຕ້ຖຽງກັນຫຼາຍທີ່ສຸດກ່ຽວກັບ ສປຊ ນັ້ນແມ່ນບັນດາຜົນງານທາງດ້ານຄວາມໝັ້ນຄົງ. ຢ່າງໜ້ອຍສຸດ ສປຊ ກໍປະກອບສ່ວນບົດບາດສໍາຄັນທີ່ສຸດເພື່ອບໍ່ພາໄປເຖິງການເກີດສົງຄາມໂລກຄັ້ງທີ 3 ແລະການຄວບຄຸມອາວຸດລ້າງຜານ. ນີ້ແມ່ນ 3 ຜົນງານຂອງ ສປຊ ເຊິ່ງຂ້າພະເຈົ້າຖືວ່າບໍ່ສາມາດປະຕິເສດໄດ້. ພວກເຮົາຈົ່ງວາດພາບເບິ່ງວ່າ ຖ້າບໍ່ມີ ສປຊ ໃນ 75 ປີຜ່ານມາ ໂລກຈະຄືແນວໃດ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບບົດບາດຂອງຫວຽດນາມ ຢູ່ບັນດາກົນໄກ, ເວທີປາໄສຂອງ ສປຊ, ພິເສດແມ່ນຢູ່ສະພາຄວາມໝັ້ນຄົງໃນຖານະເປັນກໍາມະການບໍ່ປະຈໍາການ?

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ: ຫວຽດນາມ ເຂົ້າເປັນສະມາຊິກຂອງອົງການ ສປຊ ຢ່າງເປັນທາງການນັບແຕ່ປີ 1977 ເປັນຕົ້ນມາ ແລະຫວ່າງມໍ່ໆມານີ້ທ່ານ Antonio Guterres ເລຂາທິການໃຫຍ່ອົງການ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ, ທ່ານກ່າວວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງຂອງ ສປຊ ແລະໃນຕົວຈິງແມ່ນພວກເຮົາໄດ້ເຂົ້າຮ່ວມຢ່າງຕັ້ງໜ້າຕັ້ງແຕ່ຊຸມວັນທໍາອິດ.

ເບື້ອງຕົ້ນພວກເຮົາແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກບັນດາໂຄງການຂອງ ສປຊ, ແຕ່ມາດຽວນີ້ພວກເຮົາໄດ້ເຂົ້າຮ່ວມນັບມື້ນັບມີຄວາມຕັ້ງໜ້າກວ່າ ແລະເລີ່ມຕົ້ນປະກອບສ່ວນໃຫ້ແກ່ ສປຊ, ນັບທັງແຫຼ່ງກໍາລັງ. ພວກເຮົາບໍ່ພຽງແຕ່ເຂົ້າຮ່ວມໃນບັນດາຂົງເຂດພັດທະນາເຊິ່ງ ສປຊ ໄດ້ກ່າວມາຫຼາຍເທື່ອແລ້ວວ່າໄດ້ເປັນແບບຢ່າງໃຫ້ບັນດາປະເທດກໍາລັງພັດທະນາ, ບັນດາປະເທດບືນຕົວອອກຈາກຄວາມທຸກຍາກ, ຈາກການທໍາລາຍຂອງສົງຄາມເທົ່ານັ້ນ” ຫາກຍັງໄດ້ກາຍເປັນປະເທດທີ່ມີລາຍຮັບປານກາງອີກດ້ວຍ.

ໃນຂົງເຂດຄວາມໝັ້ນຄົງ ກໍເຊັ່ນດຽວກັນ, ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ; ພວກເຮົາເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ ແລະໄດ້ຮັບການຕີລາຄາສູງ; ພວກເຮົາເຂົ້າຮ່ວມບັນດາກົນໄກຕັດສິນນະໂຍບາຍສູງສຸດຂອງ ສປຊ ຄື ສະພາຄວາມໝັ້ນຄົງ. ໃນອາຍຸການສະພາຄວາມໝັ້ນຄົງສະໄໝກ່ອນພວກເຮົາໄດ້ປະຕິບັດສໍາເລັດເປັນຢ່າງດີ ແລະໃນອາຍຸການນີ້, ມາຮອດປັດຈຸບັນ, ພວກເຮົາກໍ່ໄດ້ຮັບການຕີລາຄາວ່າແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ. ດ້ວຍບົດບາດໃນປີນີ້ແມ່ນໄດ້ເປັນທັງປະທານອາຊຽນຢູ່ພາກພື້ນ ແລະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ, ມາຮອດປັດຈຸບັນທ່ານເລຂາທິການໃຫຍ່ ສປຊ ໄດ້ຕີລາຄາວ່າ ຫວຽດນາມ ກໍາລັງປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ມີປັດໄຈໃດແດ່ທີ່ໄດ້ຊ່ວຍໃຫ້ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະປະສົບຜົນສໍາເລັດຄືດັ່ງກ່າວຢູ່ອົງການຈັດຕັ້ງຫຼາຍຝ່າຍທີ່ມີສະມາຊິກກວ່າ 190 ປະເທດ ຄື ສປຊ?

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ: ຂ້າພະເຈົ້າຄິດວ່າມີຫຼາຍປັດໄຈແຕ່ປັດໄຈສໍາຄັນທີ່ສຸດແມ່ນອາດຈະມີແຕ່ 3 ປັດໄຈເທົ່ານັ້ນ. ທີໜຶ່ງແມ່ນ, ມູນເຊື້ອຊົນຊາດ. ທີ່ຜ່ານມາເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ, ຂ້າພະເຈົ້າໄດ້ຮັບຂໍ້ຄວາມອວຍພອນຂອງຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດປະຈໍາ ສປຊ, ໃນນັ້ນໄດ້ຕີລາຄາສູງຕໍ່ມູນເຊື້ອແຫ່ງການຕໍ່ສູ້ປົກປັກຮັກສາປະເທດຂອງຊາດຫວຽດນາມ, ໂດຍສະເພາະແມ່ນໃນສົງຄາມຕໍ່ສູ້ຕ້ານຈັກກະພັດທັງແບບເກົ່າ ແລະແບບໃໝ່ທີ່ຜ່ານມາ...

ປັດໄຈທີສອງແມ່ນພວກເຮົາໄດ້ມີການປ່ຽນແປງໃໝ່, ເປີດປະຕູສໍາເລັດຜົນ, ໄດ້ປະຕິບັດຕາມກົດໝາຍສາກົນ, ໄດ້ສ້າງເປັນຜົນງານດີເດັ່ນຫຼາຍຢ່າງເຊິ່ງບັນດາປະເທດໄດ້ຕີລາຄາສູງຕໍ່ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກ່ຽວກັບການເຕີບໂຕ, ກ່ຽວກັບການນໍາເອົາສະຫວັດດີການສັງຄົມມາໃຫ້ປະຊາຊົນທຸກໆຄົນດ້ວຍຄໍາຂວັນທີ່ວ່າ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ແລະດຽວນີ້ພວກເຮົາກໍາລັງປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດໄດ້ເປັນຢ່າງດີ.

ປັດໄຈທີສາມແມ່ນການປະພຶດທາງການທູດຂອງພວກເຮົາ. ພວກເຮົາມີການປະພຶດຢ່າງຖືກຕ້ອງກັບບັນດາປະເທດໃຫຍ່, ມີຄວາມຈິງໃຈກັບບັນດາປະເທດທີ່ເປັນມູນເຊື້ອ, ກໍຄືຕໍ່ກັບບັນດາປະເທດໃນທົ່ວໂລກ. ເພາະສະນັ້ນ ເຂົາເຈົ້າຈຶ່ງເບິ່ງຫວຽດນາມ ເຊິ່ງບໍ່ພຽງແຕ່ເປັນປະເທດທີ່ມີຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງເປັນເພື່ອນຜູ້ໜຶ່ງທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະມີການປະພຶດທີ່ຖືກຕ້ອງອີກດ້ວຍ. ຂ້າພະເຈົ້າຖືວ່ານີ້ແມ່ນ 3 ປັດໄຈຕົ້ນຕໍທີ່ເຮັດໃຫ້ຫວຽດນາມ ໄດ້ຮັບການຕີລາຄາສູງຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່  ສປຊ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ໄຊຊະນະ