ຫັນຄໍາໝັ້ນສັນຍາເປັນການກະທໍາທີ່ແທດຈິງ

ນັບແຕ່ເມື່ອເຂົ້າເປັນສະມາຊິກ ສປຊ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະຍົກສູງບົດບາດຂອງ ສປຊ ແລະລັດທິຫຼາຍຝ່າຍ, ຊຸກຍູ້ການເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ການພົວພັນສະເໝີພາບ, ການຮ່ວມມືພັດທະນາລະຫວ່າງບັນດາປະເທດ ແລະສິດຕັດສິນຊີ້ຂາດຊາຕາຂອງບັນດາຊົນຊາດດ້ວຍຕົນເອງ, ຄັດຄ້ານການກະທໍາກົດຂີ່, ຮຸກຮານ, ຂວ້ຳບາດຝ່າຍດຽວໃນການພົວພັນສາກົນ. ນັ້ນກໍ່ແມ່ນບັນດາຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ, ສໍາຄັນກວ່າແມ່ນ ຫວຽດນາມ ໄດ້ ແລະກໍາລັງປະຕິບັດບັນດາຄໍາໝັ້ນສັນຍາດັ່ງກ່າວດ້ວຍບັນດາການກະທໍາທີ່ລະອຽດໃນຕະຫຼອດວິວັດການເຂົ້າຮ່ວມກົນໄກຫຼາຍຝ່າຍນີ້.

leftcenterrightdel
ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ພາບ: ມີ້ແຮ້ງ.

ພ້ອມກັນນັ້ນ, ຫວຽດນາມ ກໍ່ຕັ້ງໜ້າປະຕິບັດບັນດາເປົ້າໝາຍ, ໂຄງການເຄື່ອນໄຫວຂອງ ສປຊ ແລະບັນລຸໄດ້ຜົນງານຢ່າງຕັ້ງໜ້າ. ສປຊ ແລະປະຊາຄົມສາກົນ ຕີລາຄາວ່າ ຫວຽດນາມແມ່ນແບບຢ່າງທີ່ປະສົບຜົນສໍາເລັດໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ ແລະແມ່ນປະເທດທີ່ມີຄວາມຕັດສິນໃຈ, ປະຕິບັດໂຄງການດໍາເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະຂໍ້ຕົກລົງປາຣີ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດຢ່າງເຂັ້ມງວດ. ຫວຽດນາມ ກໍ່ຕັ້ງໜ້າຊຸກຍູ້ບັນດາຂໍ້ລິເລີ່ມປັບປຸງ ສປຊ, ພິເສດໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດນໍາໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມ “ເຫັນດີເປັນເອກະພາບຕໍ່ການກະທໍາ” ຂອງ ສປຊ ເພື່ອແນໃສ່ເພີ່ມປະສິດທິຜົນການເຄື່ອນໄຫວຂອງ ສປຊ ຢູ່ຂັ້ນລະດັບຊາດ.

ດ້ວຍບັນດາການປະກອບສ່ວນຂອງຕົນ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເຂົ້າຫຼາຍຕໍາແໜ່ງ, ອົງການສໍາຄັນຂອງ ສປຊ ແລະບັນລຸໄດ້ຫຼາຍ “ຂີດໝາຍຫວຽດນາມ” ຢູ່ບັນດາອົງການ, ຄື: ສະພາຄວາມໝັ້ນຄົງ ສປຊ, ສະພາສິດທິມະນຸດ ສປຊ, ສະພາເສດຖະກິດ-ສັງຄົມ (ECOSOC).

ໜ້າທີ່ສໍາຄັນຢັ້ງຢືນບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ

ໃນບັນດາຕໍາແໜ່ງທີ່ຫວຽດນາມ ດໍາລົງຢູ່ບັນດາອົງການຂອງ ສປຊ, ພົ້ນເດັ່ນແມ່ນເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ສອງເທື່ອ, ນັ້ນແມ່ນອາຍຸການ 2008-2009 ແລະ 2020-2021. ເຖິງວ່າເປັນຄັ້ງທໍາອິດທີ່ເຂົ້າຮ່ວມອົງການສໍາຄັນທີ່ສຸດຂອງ ສປຊ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງສາກົນໃນສະພາບສະພາຄວາມໝັ້ນຄົງຕ້ອງແກ້ໄຂຫຼາຍວຽກງານກໍ່ຕາມ, ແຕ່ຫວຽດນາມ ໄດ້ຮັບການຕີລາຄາວ່າປະສົບຜົນສໍາເລັດເປັນຢ່າງດີຕໍ່ບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008-2009.

ປະຈຸບັນ, ຫວຽດນາມ ກໍາລັງດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ແລະບັນລຸຂີດໝາຍຫຼາຍຢ່າງພໍສົມຄວນ. ໃນຖານະຕໍາແໜ່ງນີ້, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດ, ເປັນເຈົ້າການ ແລະຕັ້ງໜ້າເຂົ້າຮ່ວມປະກອບສ່ວນເຂົ້າໃນວຽກງານລວມຂອງສະພາຄວາມໝັ້ນຄົງດ້ວຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະເທົ່າທຽມກັນ; ຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ແລະເສີມຂະຫຍາຍ “ບົດບາດຄວບຄູ່” ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແລະປະທານອາຊຽນ 2020.

ຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃນສະພາບແວດລ້ອມທີ່ສາກົນເກີດມີສິ່ງທ້າທາຍອັນໃຫຍ່ຫຼວງ: ສະພາບຄວາມໝັ້ນຄົງ-ການເມືອງໃນທ້າຍປີ 2019 ແລະຕົ້ນປີ 2020 ມີການຜັນແປສັບສົນຫຼາຍຢ່າງ ແລະເພີ່ມຂຶ້ນຕື່ມອີກ, ໃນນັ້ນມີພະຍາດໂຄວິດ-19, ເຊິ່ງໄດ້ຂົ່ມຂູ່ເຖິງສະຖຽນລະພາບ ແລະການພັດທະນາຂອງໂລກ. ບັນດາຜົນງານໃນຖານະຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ຈະເປັນພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ, ການປະກອບສ່ວນຂອງຕົນເຂົ້າໃນ ສປຊ ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ