ໃນສະພາບການໂລກຂາດສະຖຽນລະພາບນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີພະຍາດໂຄວິດ-19, ເສດຖະກິດຖືກຊຸດໂຊມ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ກໍ່ເພີ່ມຂຶ້ນ..., AMM-53 ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຢ່າງແຮງກ່ຽວກັບການຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະເປັນກາງ, ໃນນັ້ນຖືກົດໝາຍສາກົນເປັນສໍາຄັນ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ ໃນວັນທີ 10 ກັນຍາ 2020. ພາບ: vov.vn.

ທັດສະນະຢ່າງຈະແຈ້ງຈາກປະເທດປະທານອາຊຽນ 2020

ທີ່ກອງປະຊຸມ AMM-53, ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ແບ່ງປັນຢ່າງກົງໄປກົງມາກ່ຽວກັບບັນດາການຜັນແປຢ່າງສັບສົນ, ເຫດການເກີດຂຶ້ນຢ່າງຮ້າຍແຮງໃນໄລຍະຜ່ານມາຢູ່ທະເລຕາເວັນອອກ, ສະເໜີໃຫ້ອາຊຽນຮັກສາຄວາມສາມັກຄີ ແລະຫຼັກໝັ້ນ, ຫຼັກການ, ໃນນັ້ນຄວນສືບຕໍ່ຖືເອົາການປະຕິບັດຕາມກົດໝາຍສາກົນເປັນສໍາຄັນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ຫວຽດນາມ ຖືວ່າບັນດາການເຄື່ອນໄຫວຫັນເປັນການທະຫານຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້ ແມ່ນໄປຝືນກັບບັນດາສິດຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງບັນດາປະເທດຢູ່ເຂດແຄມທະເລ ກໍ່ຄືກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ບັນດາການກະທຳດັ່ງກ່າວໄດ້ເຮັດໃຫ້ຄວາມເຊື່ອໝັ້ນຫຼຸດໜ້ອຍຖອຍລົງ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະກົດໝາຍໃນພາກພື້ນ.

ທັດສະນະຂອງຫວຽດນາມ ແລະອາຊຽນ ໃນບັນຫານີ້ແມ່ນສະເໝີຕົ້ນສະເໝີປາຍ ແລະຈະແຈ້ງ, ນັ້ນແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມເຊື່ອໝັ້ນລວມ ແລະຮຽກຮ້ອງໃຫ້ບັນດາຝ່າຍອົດກັ້ນໃນບັນດາການເຄື່ອນໄຫວຂອງຕົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ລວມທັງ UNCLOS 1982 - ເຊິ່ງໄດ້ຮັບຖືວ່າແມ່ນພື້ນຖານເພື່ອກຳນົດສິດຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງບັນດາປະເທດຢູ່ເຂດແຄມທະເລ ກໍ່ຄືການຜັນຂະຫຍາຍບັນດາການເຄື່ອນໄຫວຢູ່ທະເລ. ອາຊຽນ ຈະມານະພະຍາຍາມເພື່ອປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ  ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ມີປະສິດທິຜົນ, ຮອບດ້ານ ແລະຖືກຕ້ອງຕາມກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ແລະຫວັງວ່າບັນດາການເຈລະຈາກ່ຽວກັບ COC ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ກັບຈີນ ໂດຍໄວ.

ບົນຈິດໃຈນັ້ນ, ຫຼາຍປະເທດໄດ້ສະໜັບສະໜູນທັດສະນະຂອງຫວຽດນາມ, ມີບັນດາຖະແຫຼງການຢ່າງຈະແຈ້ງ, ສະແດງໃຫ້ເຫັນທັດສະນະຢ່າງຕັ້ງໜ້າເພື່ອແນໃສ່ແກ້ໄຂການຜັນແປເຄັ່ງຕຶງຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: vov.vn.

ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສະຖຽນລະພາບນອນໃນເປົ້າໝາຍຂອງທຸກໆປະເທດ

ອາດເວົ້າໄດ້ວ່າ, ເລື່ອງບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືສະໜັບສະໜູນການເຈລະຈາ, ຮ່ວມມືມຸ່ງໄປເຖິງການແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນໃນນັ້ນມີ UNCLOS 1982 ແມ່ນທ່າອ່ຽງໃໝ່ທີ່ມີຄວາມຕັ້ງໜ້າຫຼາຍຢ່າງຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 (AMM). ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນບົດບາດພົ້ນເດັ່ນຂອງຫວຽດນາມ ໃນການປະສານງານແກ້ໄຂໜຶ່ງໃນບັນດາບັນຫາສໍາຄັນທີ່ສຸດຢູ່ພາກພື້ນ ແນໃສ່ມຸ່ງໄປເຖິງອະນາຄົດທີ່ດີງາມກວ່າ.

ກວມລວມເອົາເນື້ອໃນຈິດໃຈຂອງກອງປະຊຸມແມ່ນບັນດາປະເທດລ້ວນແຕ່ສະແດງໃຫ້ເຫັນຄວາມຮັບຜິດຊອບລວມໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນອີງໃສ່ຫຼັກການເສລີພາບ ແລະເປີດອົກເປີດໃຈ, ຄວາມເປັນລະບຽບຮຽບຮ້ອຍອີງໃສ່ວິໄສທັດຂອງອາຊຽນຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ຮັບປະກັນໃຫ້ອາຊີຕາເວັນອອກສ່ຽງໃຕ້ມີສະຖຽນລະພາບນອນໃນເປົ້າໝາຍຂອງທຸກໆປະເທດຢູ່ພາຍໃນ ແລະນອກພາກພື້ນ. ບັນດາຄູ່ຮ່ວມມືຂອງອາຊຽນລ້ວນແຕ່ຢັ້ງຢືນຍົກອອກບັນດາການກະທໍາຢ່າງລະອຽດເພື່ອໜູນຊ່ວຍອາຊຽນປະຕິບັດເປົ້າໝາຍຂອງຕົນ.

ໃນສະພາບການແກ່ງແຍ້ງລະຫວ່າງອາເມລິກາ-ຈີນ ພວມສ້າງຄວາມເຄັ່ງຕຶງຍິ່ງກວ່າເວລາໃດໝົດ ແລະຮອບດ້ານໃນທຸກຂົງເຂດ, ອາຊຽນ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຮັກສາບົດບາດໃຈກາງຂອງຕົນ, ສ້າງພາກພື້ນໃຫ້ມີສັນຕິພາບ, ສະຖຽນລະພາບ.

ໂດຍ: ເຈິ່ນຮວ່ຽນ