ກອງປະຊຸມໄດ້ປະກາດຍົກລະດັບການຮ່ວມມືຂຶ້ນສູ່ການພົວພັນຮ່ວມມືແມ່ນໍ້າຂອງ-ອາເມລິກາ(MUSP) ຢ່າງເປັນທາງການ ໂດຍອີງໃສ່ບັນດາຜົນສຳເລັດຂອງກົນໄກຂໍ້ລິເລີ່ມຕອນລຸ່ມແມ່ນໍ້າຂອງ (LMI) ໄດ້ຮັບການສ້າງຕັ້ງມາແຕ່ປີ 2009, ສ້າງພື້ນຖານໃຫ້ແກ່ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການພົວພັນຄູ່ຮ່ວມມື, ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງພາກພື້ນໃນໄລຍະໃໝ່ຢ່າງມີປະສິດທິຜົນ.

leftcenterrightdel
ກອງປະຊຸມທາງໄກລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ ຄັ້ງທີ 1. ພາບ: ກະຊວງການຕ່າງປະເທດ.

ຕໍ່ໜ້າບັນດາສິ່ງທ້າທາຍ ແລະກາລະໂອກາດເຊິ່ງອະນຸພາກພື້ນແມ່ນໍ້າຂອງກໍາລັງປະເຊີນໜ້າ, ການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ ຕ້ອງມຸ່ງໄປເຖິງເປົ້າໝາຍຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນຢູ່ພາກພື້ນ, ໜູນຊ່ວຍການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ 2030 ແລະວິໄສທັດປະຊາຄົມອາຊຽນ 2025.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຢັ້ງຢືນເຖິງຄໍາໝັ້ນສັນຍາຂອງຫວຽດນາມ ຕໍ່ການຮ່ວມມືລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະອາເມລິກາ, ພ້ອມທັງເນັ້ນໜັກວ່າການພົວພັນຮ່ວມມືແມ່ນໍ້າຂອງ-ອາເມລິກາ ສາມາດປະກອບສ່ວນຫຼາຍກວ່ານີ້ອີກໃຫ້ແກ່ການພັດທະນາແບບຍືນຍົງຂອງອະນຸພາກພື້ນແມ່ນໍ້າຂອງ.

ທີ່ກອງປະຊຸມ, ກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດວ່າ ອາເມລິກາຈະສະຫງວນເງິນຈຳນວນ 153,6 ລ້ານໂດລາສະຫະລັດໃຫ້ບັນດາໂຄງການຮ່ວມມືຢູ່ພາກພື້ນແມ່ນໍ້າຂອງ, ໃນນັ້ນມີ 55 ລ້ານໂດລາສະຫະລັດ ແມ່ນໃຫ້ບັນດາໂຄງການຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ; 1,8 ລ້ານໂດລາສະຫະລັດແມ່ນໜູນຊ່ວຍກໍາມາທິການແມ່ນໍ້າຂອງເພີ່ມທະວີການແບ່ງປັນຂໍ້ມູນກ່ຽວກັບແຫຼ່ງນໍ້າຮັບໃຊ້ວຽກງານວາງແຜນກໍານົດນະໂຍບາຍ ແລະບາງໂຄງການກ່ຽວກັບການຄຸ້ມຄອງໄພທໍາມະຊາດ, ຈັດຕັ້ງການເຈລະຈານະໂຍບາຍຫຼາຍຝ່າຍກ່ຽວກັບການພັດທະນາພາກພື້ນແມ່ນໍ້າຂອງ.

ໂດຍ: ດັ້ງເກື່ອງ