ຫົວໜ້າຄະນະລັດຖະສະພາອົດສະຕາລີ ສະແດງຄວາມປິຕິຊົມຊື່ນຕໍ່ການ ພົວພັນຢ່າງແໜ້ນແຟ້ນລະຫວ່າງອົດສະຕາລີ ກັບອາຊຽນ, ປະກອບສ່ວນໃຫ້ ແກ່ການຮ່ວມມືໃນພາກພື້ນເພື່ອຮັບມືກັບເຊື້ອພະຍາດ. ໂດຍແມ່ນໜຶ່ງໃນສີບປະເທດຄູ່ຮ່ວມມື ເຈລະຈາທໍາອິດຂອງອາຊຽນ, ອົດສະຕາລີ ແລະອາຊຽນ ສາມາດປະກອບ ສ່ວນເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດໃນພາກພື້ນ, ຊຸກຍູ້ການຮ່ວມມືໃນ ຫຼາຍຂົງເຂດ, ຄື: ພັດທະນາແບບຍືນຍົງ, ນະຄອນອັດສະລິຍະ, ການຄຸ້ມຄອງລັດ ແລະພະລັງງານ, ຕ້ານການຄ້າເຖື່ອນ...

leftcenterrightdel
ກອງປະຊຸມສະມາຊິກລັດຖະສະພາຍິງ AIPA. ພາບ: ທຸລານ.

ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີໜຶ່ງ, ກອງປະຊຸມສະມາຊິກລັດຖະສະພາຍິງ AIPA ດ້ວຍຫົວຂໍ້ “ເພີ່ມທະວີບົດບາດຂອງສະມາຊິກລັດຖະສະພາຍິງໃນວຽກງານຮັບປະກັນວຽກເຮັດງານທໍາ ແລະລາຍຮັບໃຫ້ຄົນງານຍິງ” ໄດ້ດໍາເນີນດ້ວຍການເຂົ້າຮ່ວມຂອງສະມາຊິກລັດຖະສະພາຍິງ 42 ຄົນຢູ່ບັນດາສະຖານທີ່ຖ່າຍທອດສົດ. ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບ “ການຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາຍິງ ໃນວຽກງານຮັບປະກັນວຽກເຮັດງານທໍາ ແລະລາຍຮັບຂອງຄົນງານຍິງ”. ທ່ານນາງ ຫງວຽນທຸ້ຍແອັງ ຫົວໜ້າຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມ, ຮອງປະທານຜູ້ປະຈໍາການກຸ່ມສະມາຊິກສະພາແຫ່ງຊາດຍິງຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເຫັນດີເຫັນພ້ອມ ແລະເປັນເອກະພາບສູງສຸດ, ມະຕິຈະໄດ້ຮັບການປະຕິບັດໃນສະພາບຕົວຈິງ.

ຖັດຈາກກອງປະຊຸມສະມາຊິກລັດຖະສະພາຍິງ AIPA, ກອງປະຊຸມສະມາຊິກລັດຖະສະພາໜຸ່ມບໍ່ເປັນທາງການ AIPA ດ້ວຍຫົວຂໍ້ “ການເຂົ້າຮ່ວມຂອງສະມາຊິກລັດຖະສະພາໜຸ່ມ AIPA ເຂົ້າໃນວິວັດການສ້າງປະຊາຄົມອາຊຽນ” ຄັ້ງທໍາອິດໄດ້ດໍາເນີນ ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA. ທີ່ກອງປະຊຸມນີ້, ຜູ້ຕາງໜ້າຫວຽດນາມ ໄດ້ຊີ້ແຈ້ງວ່າ: “ດ້ວຍຖານະເປັນປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ສະເໜີແນະມະຕິກ່ຽວກັບ “ການເຂົ້າຮ່ວມຂອງສະມາຊິກລັດຖະສະພາໜຸ່ມ AIPA ເຂົ້າວິວັດການສ້າງປະຊາຄົມອາຊຽນ”, ໃນນັ້ນ ມີການສ້າງຕັ້ງກອງປະຊຸມລັດຖະສະພາໜຸ່ມ AIPA ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ປະຈໍາປີຂອງ AIPA”.

ໂດຍ: ເກື່ອງດັ້ງ