ນັກຂ່າວ: ຂໍຮຽນທ່ານ  ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ, ທ່ານມີຂໍ້ສັງເກດແນວໃດກ່ຽວກັບຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາອາຊຽນ ຄັ້ງທີ 41 (AIPA 41) ທີ່ຈັດຕັ້ງຢູ່ຫວຽດນາມ ຄັ້ງນີ້ ?

leftcenterrightdel
ທ່ານ ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ  ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ: ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 41 ໄດ້ຈັດຕັ້ງຢູ່ຫວຽດນາມ ມີຫົວຂໍ້ “ອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື”. ນີ້ແມ່ນຫົວຂໍ້ມີຄວາມສໍາຄັນເປັນພິເສດເມື່ອເຕື້ອງເຖິງກ່ຽວກັບບົດບາດຂອງອາຊຽນ, ກໍ່ຄືຄວາມສາມາດຮັບມືກັບບັນດາບັນຫາທີ່ເກີດຂຶ້ນໃໝ່. ເພື່ອເຂົ້າໃຈໃຫ້ໄດ້ຄວາມໝາຍຂອງຫົວຂໍ້ນີ້, ພວກເຮົາຕ້ອງທົບທວນຄືນອະດີດຕະການຂອງ AIPA, ວຽກງານພົວພັນຕ່າງປະເທດລັດຖະສະພາໄດ້ປະກອບສ່ວນທັດສະນະລວມເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ. ນອກຈາກນັ້ນຍັງປະກອບສ່ວນເຂົ້າໃນບັນດາຂົງເຂດສຳຄັນອື່ນ, ຄື: ເສດຖະກິດ, ວັດທະນະທຳ, ສັງຄົມ, ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ...

ເວົ້າໂດຍຫຍໍ້ແມ່ນການພົວພັນຕ່າງປະເທດລັດຖະສະພາມີບົດບາດສຳຄັນສະໜັບສະໜູນລັດຖະບານ, ຊຸກຍູ້ບັນດາເປົ້າໝາຍ, ບັນດາວິໄສທັດຍຸດທະສາດເຊິ່ງການນຳບັນດາປະເທດໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມສຸດຍອດອາຊຽນ.

ນັກຂ່າວ: AIPA 41 ທີ່ຈັດຂຶ້ນທາງໄກຢູ່ຫວຽດນາມ ຄັ້ງນ້ີ. ສະພາແຫ່ງຊາດລາວ ໄດ້ຕີລາຄາແນວໃດຕໍ່ຂໍ້ລິເລີ່ມຂອງຫວຽດນາມ ທີ່ຄາດຄະເນວ່າຈະຍົກອອກຢູ່ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້?

ທ່ານ  ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ: ເຖິງວ່າສະພາບການພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງການຈັດຕັ້ງກອງປະຊຸມກໍ່ຕາມ, ແຕ່ວ່າທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກໍ່ຄືບັນດາກຸ່ມນັກຊ່ຽວຊານໄດ້ຕັ້ງໜ້າຜັນຂະຫຍາຍວຽກງານ. ເຖິງວ່າກອງປະຊຸມບໍ່ໄດ້ຈັດຂຶ້ນໂດຍກົງຢູ່ ນະຄອນດ່ານັ້ງ ຄືດັ່ງແຜນການທີ່ໄດ້ວາງອອກກໍ່ຕາມ, ແຕ່ວ່າກໍ່ໄດ້ກະກຽມວຽກງານດ້ວຍຫຼາຍເນື້ອໃນສຳຄັນ.

ກ່ຽວກັບບັນຫາຂໍ້ລິເລີ່ມຂອງຫວຽດນາມ, ສິ່ງນີ້ໄດ້ສະແດງອອກໃຫ້ເຫັນຢູ່ຫົວຂໍ້ຂອງກອງປະຊຸມນັ້ນແມ່ນ ອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື. ດ້ວຍຂໍ້ລິເລີ່ມດັ່ງກ່າວ ສາມາດເວົ້າໄດ້ວ່າ ຫວຽດນາມມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະສະແດງໃຫ້ເຫັນຄວາມຕັດສິນໃຈສູງທີ່ສຸດຂອງສະພາແຫ່ງຊາດ, ການນຳພັກ ແລະລັດຫວຽດນາມ. ພວກຂ້າພະເຈົ້າຂໍອວຍພອນໃຫ້ບັນດາສະຫາຍ ແລະຮູ້ສຶກເປັນກຽດເມື່ອມີການປະກອບສ່ວນຂອງຕົນເຂົ້າໃນຜົນສຳເລັດຂອງກອງປະຊຸມທາງໄກຄັ້ງນີ້.

ຂໍຂອບໃຈ!

ໂດຍ: ແສງເດືອນ