ຍ້ອນຜົນກະທົບຈາກພະຍາດໂຄວິດ-19, ເດືອນພຶດສະພາ ຜ່ານມາລັດຖະບານມາເລເຊຍ ໄດ້ຕົກລົງດໍາເນີນບັນດາກອງປະຊຸມ APEC 2020 ຕາມຮູບການທາງອອນລາຍ, ແຕ່ບໍ່ທັນຕົກລົງເຖິງຄວາມສາມາດຈັດຕັ້ງບັນດາກອງປະຊຸມທາງອອນລາຍໃນສັບປະດາຂັ້ນສູງ APEC ເດືອນພະຈິກ ຈະມາເຖິງ.

leftcenterrightdel
ບັນຍາກາດທີ່ SOM 1 APEC 2020. ພາບ: ສໍານັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ປະເທດເຈົ້າພາບ APEC 2020 ໄດ້ຕົກລົງເລື່ອນເວລາຈັດຕັ້ງໃນຕົ້ນເດືອນ ທັນວາ. ເວທີປາໄສ APEC ໄດ້ຮັບການສ້າງຕັ້ງເມື່ອປີ 1989, ລວມມີ 21 ພື້ນຖານເສດຖະກິດສະມາຊິກສັງກັດພາກພື້ນອາຊີ-ປາຊີຟິກ ມີຈຸດປະສົງລວມແມ່ນສ້າງຄວາມວັດທະນາຖາວອນໃຫຍ່ກວ່າໃຫ້ປະຊາຊົນໃນພາກພື້ນດ້ວຍວິທີຊຸກຍູ້ການເຕີບໂຕດຸ່ນດ່ຽງ, ຮອບດ້ານ, ຍືນຍົງ, ປ່ຽນແປງໃໝ່ ແລະປອດໄພ, ກໍ່ຄືຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ.

ໂດຍ: ດັ້ງເກື່ອງ