ລະດູບານໃໝ່ປີ 1945 ໄດ້ກ້າວເຂົ້າປະຫວັດຊາດຂອງຊາດຄືຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ. 75 ປີຜ່ານມາ, ປະເທດຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ມີຄວາມໝາຍປະຫວັດຊາດ, “ບໍ່ທັນມີເວລາໃດທີ່ຫວຽດນາມມີພາລະກິດໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງຄືປະຈຸບັນ”. ປະເທດເປີດກວ້າງການເຊື່ອມໂຍງກັບສາກົນ ແລະມີທ່າກ້າວຂຶ້ນ. ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດນຳໜ້າຂອງຂະບວນການປົດປ່ອຍຊາດເທົ່ານັ້ນ ຫາກຍັງແມ່ນຮູບແບບຂອງການປ່ຽນແປງໃໝ່, ພັດທະນາ, ສັນຕິພາບ, ກ້າວໜ້າ, ວັດທະນາຖາວອນໃນສາຍຕາຂອງເພື່ອນມິດສາກົນອີກດ້ວຍ.

ຖ້າຫາກວ່າໃນອະດີດຕະການ ຫວຽດນາມ ໄດ້ສ້າງຂີດໝາຍຕໍ່ເພື່ອນມິດສາກົນດ້ວຍຄວາມມຸ່ງຫວັງທີ່ແຮງກ້ານັ້ນແມ່ນນຳເອົາສັນຕິພາບມາໃຫ້ປະເທດນັ້ນ, ປະຈຸບັນ, ໂລກໄດ້ເຫັນປະຈັກຕາຫວຽດນາມມີການປ່ຽນແປງຢ່າງແຮງ, ຂະຫຍັນຂັນເຄື່ອນໃນການພັດທະນາເສດຖະກິດ, ກາຍເປັນປະເທດພົ້ນເດັ່ນກ່ຽວກັບການເຕີບໂຕເສດຖະກິດໃນພາກພື້ນ. ທ່ານ Ousmane Dione, ອະດີດຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ: ອັດຕາຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ ໃນຈຸດເວລານີ້ໄດ້ຫຼຸດລົງໃນລະດັບຕ່ໍາກວ່າ 10% ແລະອັດຕາສ່ວນຄວາມທຸກຍາກທີ່ສຸດກໍ່ໄດ້ຫຼຸດລົງຢ່າງແຮງໃນລະດັບຕ່ຳກວ່າ  3%. ສິ່ງນີ້ສ່ອງແສງໃຫ້ເຫັນຜົນສຳເລັດຂອງປະເທດໜຶ່ງໃນກິດຈະກຳລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

leftcenterrightdel
ວັນທີ 7 ມິຖຸນາ 2019, ຫວຽດນາມ ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ພາບ: ສໍານັກຂ່າວສານຫວຽດນາມ.

ຈາກປະເທດທີ່ທຸກຍາກ, ມີພື້ນຖານວັດຖຸເຕັກນິກ, ໂຄງປະກອບໂຄງລ່າງເສດຖະກິດສັງຄົມຫຼ້າຫຼັງ, ລະດັບຄວາມຮູ້ຕ່ຳ ໄດ້ບືນຕົວຂຶ້ນກາຍເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງ. ທ່ານ Thomas Rath ຜູ້ອໍານວຍການກອງທຶນພັດທະນາຊົນນະບົດສາກົນ ຕີລາຄາວ່າ ຫວຽດນາມ ໄດ້ມີບາດກ້າວກະໂດດຂັ້ນປະທັບໃຈກ່ຽວກັບການຫັນປ່ຽນເສດຖະກິດ. ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດທີ່ມີອັດຕາສ່ວນກະສິກຳໃຫຍ່ ແລະມີມູນຄ່າກະສິກຳສູງທີ່ສຸດເທົ່ານັ້ນ. ຫວຽດນາມ ຈະມີບັນດາຜົນງານໃຫຍ່ຫຼວງກວ່າ ແລະຈະແມ່ນຮູບແບບກ່ຽວກັບການພັດທະນາຊົນນະບົດກໍ່ຄືເສດຖະກິດເວົ້າລວມອີກດ້ວຍ.

ກິດຈະການປ່ຽນແປງໃໝ່, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບສາກົນໄດ້ເຮັດໃຫ້ຫວຽດນາມ ກາຍເປັນພາກສ່ວນສຳຄັນຂອງພາກພື້ນ ແລະໂລກເທື່ອລະກ້າວ. ປະຈຸບັນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງຫຼາຍປະເທດ, ໃນນັ້ນລວມມີບັນດາປະເທດມະຫາອຳນາດ. ທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາຫວຽດນາມ ເວົ້າວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໃກ້ສິດ ແລະສະໜິດສະໜົມຂອງອິນເດຍ ໃນການພົວພັນຮ່ວມມືດ້ານການເມືອງ, ເສດຖະກິດ ແລະຄວາມໝັ້ນຄົງຫຼາຍດ້ານ ແລະແມ່ນພາກສ່ວນໜຶ່ງທີ່ສຳຄັນໃນຄຳໝັ້ນສັນຍາຂອງອິນເດຍກັບອາຊຽນ. ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ບໍ່ຂາດໄດ້ໃນວິໄສທັດອິນເດຍ - ປາຊີຟິກ, ອີງໃສ່ບັນດາຄຸນຄ່າ ແລະຜົນປະໂຫຍດລວມໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງພາກພື້ນ.

ຈາກການພົວພັນອະດີດແມ່ນສັດຕູ, ປະຈຸບັນ ອາເມລິກາ ກໍ່ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ສອງຝ່າຍບໍ່ພຽງແຕ່ຊອກເຫັນຫຼາຍທັດສະນະລວມໃນການຮ່ວມມືສອງຝ່າຍເທົ່ານັ້ນ ຫາກຍັງມີຫຼາຍທັດສະນະທີ່ຄ້າຍຄືກັນ, ພ້ອມກັນແບ່ງປັນກັນທັດສະນະກ່ຽວກັບບັນຫາຫຼາຍຝ່າຍອີກດ້ວຍ. ທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ ເວົ້າວ່າ: ບໍ່ມີສິ່ງໃດສາມາດຈຳກັດການຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາໄດ້. ຂ້າພະເຈົ້າ ປະເອີບໃຈທີ່ສຸດຕໍ່ອະນາຄົດພັດທະນາເສດຖະກິດຂອງຫວຽດນາມ. ຂ້າພະເຈົ້າມີຄວາມປະເອີບໃຈຄືແນວນັ້ນຍ້ອນວ່າຂ້າພະເຈົ້າໄດ້ເຫັນປະຈັກຕາປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະເອກະລາດ, ແມ່ນຜູ້ນຳໃນພາກພື້ນ. ພວກຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ ແລະພວກເຮົາຈະສືບຕໍ່ມີການປະກອບສ່ວນສຳຄັນຕ່າງໆໃຫ້ພາກພື້ນ ແລະໂລກ.

ຈາກປະເທດໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ເພື່ອນມິດສາກົນໄດ້ໄວ້ເນື້ອເຊື່ອໃຈເລືອກຕັ້ງຫວຽດນາມ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດສອງເທື່ອ, ເພື່ອເຂົ້າຮ່ວມປຶກສາຫາລື, ຕັດສິນບັນດາບັນຫາກ່ຽວກັບສັນຕິພາບ ແລະສະຖຽນລະພາບສາກົນ...

ໂດຍ: ແສງເດືອນ