ການປະຕິວັດເດືອນ ສິງຫາ 1945 ແມ່ນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະຊາຊົນເຮົາ, ແມ່ນໄຊຊະນະອັນໃຫຍ່ຫຼວງທໍາອິດຂອງທະຫານ ແລະປະຊາຊົນເຮົານັບແຕ່ມີພັກນໍາພາ, ສ້າງບາດລ້ຽງອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດຫວຽດນາມ. ປະຊາຊົນຫວຽດນາມ ຈາກຊະຕາກຳເປັນຂ້າທາດກາຍເປັນພົນລະເມືອງຂອງປະເທດໜຶ່ງທີ່ມີເອກະລາດ, ເປັນເຈົ້າຊະຕາກຳຂອງຕົນເອງ. ນັບແຕ່ນີ້ໄປ, ປະເທດ, ສັງຄົມ, ຊົນຊາດຊົນເຜົ່າ ແລະຊາວຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ສັງກາດຢ່າງເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ.

leftcenterrightdel
ການປະຕິວັດເດືອນ ສິງຫາ 1945. ພາບ: ສໍານັກຂ່າວສານຫວຽດນາມ.

ໄຊຊະນະຂອງການປະຕິວັດເດືອນ ສິງຫາ ແມ່ນເຫດການທີ່ມີຂະໜາດຍຸກສະໄໝ, ຢັ້ງຢືນການພັດທະນາອັນເຕີບໃຫຍ່ເຂັ້ມແຂງຂອງພັກໜຶ່ງທີ່ມີການນໍາໜ້າໃນການປະຕິວັດຢ່າງແທ້ຈິງ, ຮັບເອົາລັດທິມາກ-ເລນິນ ຢ່າງເຂັ້ມງວດ; ແນວທາງການປະຕິວັດທີ່ຖືກຕ້ອງ, ວິທີການຊີ້ນໍາທີ່ເກັ່ງກ້າ, ສະຫຼາດສະຫຼຽວຂອງພັກ ແລະປະທານໂຮ່ຈີມິນ ໃນການເລືອກຖືກກາລະໂອກາດ, ຕັດສິນໃຈລຸກຮື້ຂຶ້ນຄັ້ງໃຫຍ່ຖືກເວລາ; ເສີມຂະຫຍາຍໄດ້ກໍາລັງແຮງຊົນຊາດກັບກໍາລັງແຮງຍຸກສະໄໝເພື່ອນໍາພາມະຫາຊົນລຸກຮື້ຂຶ້ນຍາດເອົາ ແລະຮັກສາອໍານາດການປົກຄອງ.

ຈິດໃຈການປະຕິວັດເດືອນ ສິງຫາ ຍາມໃດກໍ່ສ້າງກໍາລັງແຮງພາຍໃນໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາສ້າງຄວາມສຳເລັດທີ່ມະຫັດສະຈັນ, ສ້າງວິລະກຳທີ່ດັງກ້ອງກັງວານ. ນັ້ນແມ່ນໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະການແຊກແຊງຂອງຈັກກະພັດອາເມລິກາ, ສິ້ນສຸດລົງດ້ວຍໄຊຊະນະປະຫວັດສາດດ້ຽນບຽນຟູ໋. ນັ້ນແມ່ນໄຊຊະນະທີ່ໂດ່ງດັງ, ມີຊື່ສຽງຂອງການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຢ່າງສົມບູນ, ນໍາທົ່ວປະເທດກ້າວຂຶ້ນສັງຄົມນິຍົມ.

ຜ່ານເວລາເກືອບ 35 ປີແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ຈິດໃຈການປະຕິວັດເດືອນ ສິງຫາ ທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາໄດ້ເສີມຂະຫຍາຍຢູ່ໃນລະດັບສູງ, ມີເປົ້າໝາຍອັນດຽວກັນແມ່ນສູ້ຊົນຍູ້ແຮງກິດຈະການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ. ປະເທດເຮົາບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ລະບົບການເມືອງນັບມື້ນັບໄດ້ຮັບການປ່ຽນແປງໃໝ່, ບູລະນະໃຫ້ສົມບູນແບບເທື່ອລະກ້າວ. ການສ້າງແຫ່ງອຳນາດກົດໝາຍສັງຄົມນິຍົມໄດ້ຮັບການຍູ້ແຮງ, ການເຄື່ອນໄຫວໄດ້ຍົກສູງຂຶ້ນຢ່າງມີປະສິດທິພາບ, ປະສິດທິຜົນ. ແກ້ໄຂການພົວພັນລະຫວ່າງການເຕີບໂຕເສດຖະກິດ ແລະການພັດທະນາ ວັດທະນະທໍາຢ່າງມີປະສິດທິຜົນ; ປະຕິບັດຄວາມກ້າວໜ້າ ແລະຍຸຕິທຳສັງຄົມ; ບັນດາກາລະໂອກາດພັດທະນາໄດ້ເປີດກວ້າງໃຫ້ທຸກພາກສ່ວນເສດຖະກິດ, ປະຊາຊົນທຸກຊັ້ນວັນນະ; ຄຸນນະພາບການດໍາລົງຊີວິດຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ... ປົກປັກຮັກສາອະທິປະໄຕ,  ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດຂອງປະເທດ, ຂອງຊົນຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ; ຮັກສາ ອະທິປະໄຕທະເລ, ໝູເກາະ, ຊາຍແດນ, ເຂດນ່ານຟ້າ. ເປັນເຈົ້າການໃນການຕໍ່ສູ້ສະກັດກັ້ນ, ເຮັດໃຫ້ທຸກກົນອຸບາຍ “ການຜັນແປໂດຍສັນຕິ”, ການເຄື່ອນໄຫວມ້າງເພທໍາລາຍ, ຈະລາຈົນເພື່ອໂຄ່ນລົ້ມຂອງບັນດາພວກອິດທິກຳລັງເປັນປໍລະປັກຖືກປະລາໄຊ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ. ປະຊາຊົນຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ.

ສະເຫຼີມສະຫຼອງວັນປະຕິວັດເດືອນ ສິງຫາ ຄົບຮອບ 75 ປີໃນຈຸດເວລາທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບກໍາລັງແຂ່ງຂັນກັນສ້າງຜົນງານສູງສຸດຢ່າງເປັນຂະບວນຟົດຟື້ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນມຸ່ງເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ພະນັກງານ, ສະມາຊິກພັກແຕ່ລະຄົນ ແລະປະຊາຊົນທຸກຊັ້ນວັນນະນັບມື້ນັບເຂົ້າໃຈຄຸນຄ່າປະຫວັດສາດ, ພຶດຕິກໍາຕົວຈິງຢ່າງເລິກ ເຊິ່ງໆການປະຕິວັດເດືອນ ສິງຫາ ນຳມາໃຫ້. ຈິດໃຈປະຕິວັດເດືອນ ສິງຫາ ຍາມໃດກໍ່ແມ່ນແຫຼ່ງກໍາລັງແຮງພາຍໃນອັນໃຫຍ່ຫຼວງເພື່ອໃຫ້ຊາວຫວຽດນາມ ລຸ້ນຕ່າງໆໃນປະຈຸບັນຍົກສູງຄວາມຕັດສິນໃຈ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກໍາ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນໄດ້ຢ່າງມີໄຊ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ.

ກອງທັບປະຊາຊົນຫວຽດນາມ ໂດຍພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ສ້າງຕັ້ງ, ນໍາພາ, ສຶກສາ ແລະຝຶກຝົນຫຼໍ່ຫຼອມ. ຜ່ານໄລຍະ 76 ປີແຫ່ງການສ້າງສາ, ຕໍ່ສູ້ ແລະເຕີບໃຫຍ່, ກອງທັບຍາມໃດກໍ່ສະແດງໃຫ້ເຫັນເປັນກໍາລັງຕໍ່ສູ້, ກໍາລັງການເມືອງທີ່ສັດຊື່ບໍລິສຸດຕໍ່ກັບພາລະກິດການປະຕິວັດຂອງພັກ, ຂອງປະຊາຊົນ. ກອງທັບໄດ້ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນສ້າງການປະຕິວັດເດືອນ ສິງຫາ ແລະຍາດໄດ້ໄຊຊະນະໃນບັນດາການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ຈັກກະພັດອາເມລິກາ ຜູ້ຮຸກຮານ, ກໍ່ຄືໃນການສົງຄາມຕໍ່ສູ້ປົກປັກຮັກສາປະເທດຊາດ. ເສີມຂະຫຍາຍຈິດໃຈ ແລະເຈດຈໍານົງຂອງການປະຕິວັດເດືອນ ສິງຫາ, ທົ່ວກອງທັບຍາມໃດກໍ່ຊາບຊຶມມະຕິສູນກາງພັກຄັ້ງທີ 8 (ສະໄໝທີ XI) ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ບັນດາມະຕິ, ຄໍາສັ່ງຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງເຂັ້ມງວດ. ກອງທັບມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ, ມານະພະຍາຍາມສູ້ຊົນ, ຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງຕໍ່ສູ້, ເປັນເຄື່ອງມືກຳລັງແຮງທີ່ແຫຼມຄົມ, ກໍາລັງການເມືອງທີ່ຈົ່ງຮັກພັກດີຂອງພັກ, ລັດ ແລະປະຊາຊົນ, ເປັນກໍາລັງຫຼັກແຫຼ່ງໃນການສ້າງທ່າຮົບທ່ົວປວງຊົນປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນທຸກກໍລະນີໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

ໂດຍ: ເກື່ອງດັ້ງ