ຫວຽດນາມ ໄດ້ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ເປັນເວລາ 6 ເດືອນຕົ້ນປີ 2020 ແລ້ວ, ໃນນັ້ນມີເດືອນໜຶ່ງດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ. ໃນສະພາບການພະຍາດໂຄວິດ-19, ສະພາບການໂລກມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ມານະພະຍາຍາມສະແດງໃຫ້ເຫັນບົດບາດແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະດຸ່ນດ່ຽງໃນບັນດາບັນຫາລວມຂອງທົ່ວໂລກ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ 75 ປີພາຍຫຼັງສົງຄາມໂລກ ຄັ້ງທີ 2. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຄັ້ງທີ 2 ທີ່ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ເຂົ້າຮ່ວມບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະດຸ່ນດ່ຽງ, ສະແດງໃຫ້ເຫັນຢ່າງຈະແຈ້ງຫຼັກໝັ້ນສະໜັບສະໜູນການເຄົາລົບກົດບັດສະຫະປະຊາຊາດ ແລະບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ສະໜັບສະໜູນການຊອກຫາມາດຕະການໃຫ້ແກ່ບັນດາການປະທະກັນຢູ່ພາກພື້ນ ແລະໂລກຜ່ານການເຈລະຈາ, ພ້ອມທັງແບ່ງປັນບັນດາຄວາມມານະພະຍາຍາມ, ບົດຮຽນຂອງຫວຽດນາມໃນວິວັດການສ້າງສາ ແລະພັດທະນາປະເທດ, ເຊື່ອມໂຍງເຂົ້າກັບສາກົນ ແລະພາກພື້ນ.

ບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ

ນັບແຕ່ຕົ້ນປີ 2020, ພະຍາດໂຄວິດ-19 ໄດ້ກະທົບຢ່າງເລິກເຊິ່ງເຖິງທຸກດ້ານຂອງຊີວິດການເປັນຢູ່ສາກົນຢູ່ທຸກທະວີບ. ພາຍຫຼັງ 3 ເດືອນປິດສຳນັກງານສະຫະປະຊາຊາດ (ສປຊ) ໄວ້ຊົ່ວຄາວຍ້ອນຜົນສະທ້ອນຂອງໂລກລະບາດ, ສະພາຄວາມໝັ້ນຄົງເວົ້າລວມ, ຫວຽດນາມເວົ້າສະເພາະໄດ້ປັບຕົວກັບສະພາບ “ປົກກະຕິໃໝ່” ເມື່ອຕ້ອງບັນຊາກົງຈັກແບບທາງໄກ ແລະໝູນໃຊ້ບາງມາດຕະການຊົ່ວຄາວກ່ຽວກັບກົນໄກທາບທາມຄຳເຫັນ, ເຈລະຈາ ແລະລົງຄະແນນສຽງມະຕິທາງໄກ, ໃນນັ້ນມີຫຼາຍບັນຫາປະກົດຂຶ້ນໃນການພົວພັນສາກົນ. ທ່ານ ຫວູຮົ່ງຫວຽດ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ: ໃນ 6 ເດືອນຕົ້ນປີ, ສະພາບການຢູ່ພາກພື້ນ ແລະໂລກມີການຜັນແປຢ່າງເລິກເຊິ່ງ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການຜັນແປຢ່າງສັບສົນ ແລະມີສິ່ງທ້າທາຍຫຼາຍຢ່າງນັ້ນ, ພວກເຮົາໄດ້ສຳເລັດໜ້າທີ່ເປັນຢ່າງດີ,  ສ້າງທ່າໃຫ້ຫວຽດນາມ ເຂົ້າຮ່ວມດີກວ່າໃນໄລຍະຈະມາເຖິງ”.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ວາລະປຶກສາຫາລື. ພາບ: ສຳນັກຂ່າວສານຫວຽດນາມ.

ຂີດໝາຍຫວຽດນາມ

ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ເດືອນມັງກອນ 2020, ຫວຽດນາມ ໄດ້ເປັນປະທານ, ບໍລິຫານຫຼາຍວຽກງານປະຈຳໄລຍະ ແລະບັງເອີນ. ພິເສດ, ຫວຽດນາມໄດ້ມີຂໍ້ລິເລີ່ມຈັດຕັ້ງສອງເຫດການສຳຄັນທີ່ດຶງດູດຄວາມສົນໃຈຂອງ ສປຊ ແລະປະຊາຄົມສາກົນ ແລະສ້າງຂີດໝາຍຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ. ນັ້ນແມ່ນ “ການປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງດ້ວຍຫົວຂໍ້ຊຸກຍູ້ການເຄົາລົບກົດບັດ ສປຊ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ” ແລະ “ວາລະປະຊຸມກ່ຽວກັບການຮ່ວມມືລະຫວ່າງ ສປຊ ແລະອາຊຽນ”. ນີ້ແມ່ນຄັ້ງທໍາອິດທີ່ບັນດາຫົວຂໍ້ນີ້ໄດ້ຮັບການປຶກສາຫາລືຢູ່ສະພາຄວາມໝັ້ນຄົງ.

ທ່ານ ຫວູຮົ່ງຫວຽດ ໃຫ້ຮູ້ຕື່ມອີກວ່າ: “ນີ້ແມ່ນເຫດການທ່ີເປັນຂີດໝາຍໃນປະຫວັດສາດຂອງສະພາຄວາມໝັ້ນຄົງ ສປຊ ຍ້ອນຈຳນວນປະເທດເຂົ້າຮ່ວມບັນລຸຕົວເລກສ້າງສະຖິຕິ, ຜູ້ຕາງໜ້າຂອງ 111 ປະເທດໄດ້ມີຄຳເຫັນປະກອບ.  ແລະກໍ່ແມ່ນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາເອກະສານຖະແຫຼງການປະທານຍົກສູງບົດບາດຂອງກົດບັດ ສປຊ. ທີສອງແມ່ນວາລະເຈລະຈາລະຫວ່າງຫວຽດນາມ ແລະສະພາຄວາມໝັ້ນຄົງ ດ້ວຍການເຂົ້າຮ່ວມຂອງເລຂາທິການໃຫຍ່ອາຊຽນ. ເນື່ອງໃນໂອກາດນີ້, ບັນຫາທະເລຕາເວັນອອກກໍ່ໄດ້ເຕື້ອງເຖິງໃນວິວັດການປຶກສາຫາລື”.

ຄວາມເປັນເຈົ້າການຂອງຫວຽດນາມ ຍັງສະແດງໃຫ້ເຫັນຜ່ານເລື່ອງຫວຽດນາມ ພ້ອມກັບ 8 ປະເທດສະມາຊິກບໍ່ປະຈຳການອື່ນສະເໜີສະພາຄວາມໝັ້ນຄົງ ສປຊ ປະຊຸມທາງໄກເພື່ອປຶກສາຫາລືກ່ຽວກັບພະຍາດໂຄວິດ-19 ໃນຕົ້ນເດືອນເມສາ ແລະນີ້ກໍ່ແມ່ນການປະຊຸມຄັ້ງທຳອິດຂອງສະພາຄວາມໝັ້ນຄົງກ່ຽວກັບບັນຫານີ້. ນອກຈາກນັ້ນ ຫວຽດນາມ ກໍ່ເຂົ້າຮ່ວມ ແລະມີການປະກອບສ່ວນມີເນື້ອແທ້ຫຼາຍຢ່າງເຂົ້າວິວັດການປຶກສາຫາລືບັນດາເອກະສານຂອງສະພາຄວາມໝັ້ນຄົງ, ຕອບສະໜອງຄວາມເອົາໃຈໃສ່ລວມ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ຄຽງຂ້າງກັນນັ້ນ, ຫວຽດນາມ ໄດ້ມີບັນດາຂໍ້ລິເລີ່ມປະກອບສ່ວນຍົກສູງບົດບາດ, ການຮ່ວມມື ແລະການມີໜ້າຂອງອາຊຽນ ທີ່ສະພາຄວາມໝັ້ນຄົງ ສປຊ. ຫວຽດນາມ ເປັນເຈົ້າການຊຸກຍູ້ການສົມທົບກັບອິນໂດເນເຊຍ ເພື່ອໃຫ້ສອງປະເທດອາຊຽນ ທີ່ແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງມີບົດກ່າວປາໄສຮ່ວມຄັ້ງທຳອິດຢູ່ສະພາຄວາມໝັ້ນຄົງ. ຫວຽດນາມ ກໍ່ສະເໜີຈັດຕັ້ງການເຈລະຈາຂັ້ນສູງອາຊຽນ-ສປຊ ກ່ຽວກັບການພັດທະນາແບບຍືນຍົງກົງກັບໂອກາດດຳເນີນກອງປະຊຸມສຸດຍອດອາຊຽນ-ສປຊ ໃນເດືອນຕຸລາ 2020.

ດ້ວຍບັນດາວຽກງານທີ່ເຮັດໄດ້ໃນ 6 ເດືອນຜ່ານມາ, ການນຳ ສປຊ, ບັນດາປະເທດ ແລະຫາງສຽງສາກົນມີຫຼາຍຂໍ້ສັງເກດ, ຕີລາຄາຢ່າງຕັ້ງໜ້າກ່ຽວກັບບົດບາດ, ການເຂ້ົາຮ່ວມຂອງຫວຽດນາມ, ສະແດງໃຫ້ເຫັນບົດບາດແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ຍາມໃດກໍ່ເປັນເຈົ້າການປະກອບສ່ວນເຂົ້າທຸກຂົງເຂດເຄື່ອນໄຫວຂອງ ສປຊ. ສິ່ງນີ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງຂອງຫວຽດນາມ, ສ້າງປະຖົມປັດໄຈເພື່ອໃຫ້ຫວຽດນາມ ເສີມຂະຫຍາຍບົດບາດຂອງຕົນຢ່າງມີປະສິດທິຜົນກວ່າອີກ, ຮັບດຳລົງຕຳແໜ່ງ ແລະປະຕິບັດສຳເລັດໜ້າທີ່ສຳຄັນແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງໃນເວລາຍັງເຫຼືອຂອງອາຍຸການເປັນຢ່າງດີ, ພ້ອມທັງຢັ້ງຢືນ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການຂອງ ສປຊ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ໂດຍ: ແສງເດືອນ