ສາມັກຄີເພື່ອພັດທະນາ

ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະກອງປະຊຸມທີ່ກ່ຽວຂ້ອງຕ່າງໆ ເຊິ່ງໄດ້ດໍາເນີນແບບທາງໄກໃນອາທິດຜ່ານມານັ້ນ, ບັນດາປະເທດອາຊຽນໄດ້ສືບຕໍ່ສະແດງໃຫ້ເຫັນຈິດໃຈສາມັກຄີຢ່າງແໜ້ນແຟ້ນ, ເປັນການຢັ້ງຢືນວ່າ ອາຊຽນແມ່ນອົງການຈັດຕັ້ງຢູ່ພາກພື້ນທີ່ປະສົບຜົນສໍາເລັດແຖວໜ້າຢູ່ໃນໂລກ. ໃນນັ້ນ, ອາຊຽນ ນັບມື້ນັບມານະພະຍາຍາມໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືເພື່ອຜົນປະໂຫຍດລວມຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36. ພາບ: ສໍານັກຂ່າວສານຫວຽດນາມ.

ຜ່ານການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ມາໄດ້ເຄິ່ງທາງ, ບັນດາປະເທດສະມາຊິກອາຊຽນ ແລະປະຊາຄົມສາກົນໄດ້ຕີລາຄາສູງຕໍ່ກໍາລັງຄວາມສາມາດນໍາພາກຸ່ມຂອງຫວຽດນາມ. ພິເສດແມ່ນອາຊຽນໄດ້ປະຕິບັດໜ້າທີ່ຄວບຄູ່ແມ່ນຮັບມືກັບພະຍາດໂຄວິດ-19 ທັງປະຕິບັດບັນດາໜ້າທີ່, ເປົ້າໝາຍທີ່ໄດ້ວາງອອກ.

ກ່ອນທີ່ໂລກລະບາດຈະເກີດຂຶ້ນໃນຕົ້ນປີ 2020, ບັນຫາທະເລຕາເວັນອອກໄດ້ຮັບການກໍານົດວ່າແມ່ນໜຶ່ງໃນບັນດາບຸລິມະສິດສໍາຄັນທີ່ສຸດຂອງປີເປັນປະທານອາຊຽນ 2020. ຍ້ອນເຫດນັ້ນ, ເຖິງວ່າໃນທຸກໆກໍລະນີຫຍຸ້ງຍາກໃດກໍ່ຕາມ, ອາຊຽນຍາມໃດກໍ່ມານະພະຍາຍາມປະກອບສ່ວນຢ່າງຮອບດ້ານ, ຈາກການຮັກສາການເຈລະຈາຕະຫຼອດຮອດການສ້າງກົນໄກ, ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ ເພື່ອແນໃສ່ຍົກສູງມາດຕະການສັນຕິພາບເພື່ອແກ້ໄຂບັນດາຄວາມແຕກຕ່າງກັນລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ກອງປະຊຸມຍັງສືບຕໍ່ຢັ້ງຢືນຄວາມຕັດສິນໃຈຂອງອາຊຽນ ກ່ຽວກັບການປະກອບສ່ວນສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລທີ່ມີການຮ່ວມມື ແລະພັດທະນາ, ມີຄວາມໝັ້ນຄົງ ແລະປອດໄພ, ສົມກັບທີ່ຕັ້ງເປັນໃຈກາງໃນການແລກປ່ຽນຂອງພາກພື້ນ.

ຢຶດໝັ້ນຕໍ່ກັບບັນດາມາດຖານຂອງກົດໝາຍສາກົນ

ຫົວຂໍ້ຂອງປີເປັນປະທານອາຊຽນ ເຊິ່ງຫວຽດນາມຍົກອອກມານັ້ນແມ່ນ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ໄດ້ ແລະກໍາລັງສະແດງໃຫ້ເຫັນຄວາມຊັດເຈນໃນແນວທາງນຳພາອາຊຽນ ຍ້ອນມັນເໝາະສົມກັບສະພາບຕົວຈິງ. ຜ່ານກອງປະຊຸມຄັ້ງນີ້, ບັນດາປະເທດອາຊຽນລ້ວນແຕ່ເຫັນດີ, ສະໜັບສະໜູນທັດສະນະຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ.

ໃນສານຂອງປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ທີ່ໄດ້ຍົກອອກພາຍຫຼັງການເຈລະຈາລະຫວ່າງການນໍາບັນດາປະເທດອາຊຽນ ແລະ AIPA. ຕາມນັ້ນແລ້ວ, AIPA ຈະສືບຕໍ່ເພີ່ມທະວີການຮ່ວມມື, ຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ວິທີການສໍາຜັດໂດຍອີງໃສ່ກົດໝາຍ ແລະເນັ້ນໜັກເຖິງບົດບາດໃຈກາງຂອງອາຊຽນ. ບັນດາລັດຖະສະພາ AIPA ຮັບຮູ້ຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ກໍ່ຄືຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊອກຫາບັນດາມາດຕະການສະກັດກັ້ນເພື່ອຍົກສູງຄວາມເຊື່ອໝັ້ນລະຫວ່າງບັນດາຝ່າຍ.

leftcenterrightdel
ເກາະອານບາງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ອາຊຽນເຫັນດີເປັນເອກະພາບປະຕິບັດຕາມກົດໝາຍສາກົນ, ສ້າງທະເລຕາເວັນອອກກາຍເປັນເຂດສັນຕິພາບ, ມິດຕະພາບ, ມີການຮ່ວມມື, ມີຄວາມເສລີໃນການເດີນທະເລ, ການບິນ; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ  ແລະດໍາເນີນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ ແລະມີປະສິດທິຜົນ.

ທີ່ກອງປະຊຸມປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21, ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດອາຊຽນ  ແລະເລຂາທິການອາຊຽນ ພ້ອມກັນໃຫ້ຂໍ້ສັງເກດວ່າ ອາຊຽນສືບຕໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງທີ່ສັບສົນ, ໃນນັ້ນມີສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ທະເລຕາເວັນອອກ, ແຫຼມເກົາຫຼີ, ເຂດຕາເວັນອອກກາງ... ກໍ່ຄືສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານທີ່ນັບມື້ນັບພົ້ນເດັ່ນຂຶ້ນ ແລະຍິ່ງມີຄວາມຮ້ອນເຮັ່ງຂຶ້ນເລື້ອຍໆ. ໃນສະພາບການດັ່ງກ່າວ, ບັນດາປະເທດອາຊຽນໄດ້ເຫັນດີເປັນເອກະພາບຕ້ອງສືບຕໍ່ຍູ້ແຮງຄວາມມານະພະຍາຍາມຜັນຂະຫຍາຍແຜນການສັງລວມກໍ່ສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຢ່າງມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ, ຮັບປະກັນບົດບາດເປັນໃຈກາງຂອງອາຊຽນ.

ໃນຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ຄວາມວິຕົກກັງວົນກ່ຽວກັບການດັດແປງ, ການຜັນແປ ແລະໄພອັນຕະລາຍຮ້າຍແຮງທີ່ເກີດຂຶ້ນຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ ໄດ້ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຊຸດໂຊມ, ເພີ່ມຄວາມເຄັ່ງຕຶງ ແລະສາມາດເຮັດໃຫ້ສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນອ່ອນເພຍລົງ, ບັນດາການນໍາອາຊຽນ ກໍ່ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຫັນເປັນປອດການທະຫານ ແລະການລະງັບໃຈດ້ວຍຕົນເອງໃນການປະຕິບັດທຸກໆການເຄື່່ອນໄຫວຂອງບັນດາຝ່າຍທີ່ທວງເອົາສິດ ແລະປະເທດອື່ນທັງໝົດ ເຊິ່ງອາດຈະເຮັດໃຫ້ສະພາບການສັບສົນກວ່າ ແລະເຄັ່ງຕຶງຂຶ້ນຕື່ມ. ອາຊຽນ ພ້ອມແລ້ວທີ່ຈະສວມບົດບາດສ້າງສາຜ່ານການນໍາໃຊ້ບັນດາກົນໄກໂດຍອາຊຽນນໍາພາໃນການຊຸກຍູ້ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ.

ໂດຍ: ທູຈາງ