ນີ້ແມ່ນກອງປະຊຸມສຸດຍອດປະຈໍາປີຂອງອາຊຽນ ເຊິ່ງໄດ້ຈັດຕັ້ງແບບທາງໄກເທື່ອທໍາອິດໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະພັດທະນາຂອງສະມາຄົມ. ຈັດຕັ້ງສໍາເລັດເຫດການຕ່າງໆໃນສະພາບການພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ, ຫວຽດນາມ ອີກເທື່ອໜຶ່ງໄດ້ຢັ້ງຢືນບົດບາດນໍາໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງປະເທດປະທານຜັດປ່ຽນໃນປີ 2020 ນີ້. ຕີລາຄາກ່ຽວກັບບົດບາດຂອງຫວຽດນາມ, ການນໍາຫຼາຍປະເທດກໍ່ຄືຫາງສຽງສາກົນລ້ວນແຕ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ປະທານອາຊຽນໃນ 6 ເດືອນຜ່ານມາໄດ້ເປັນຢ່າງດີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ເນັ້ນໜັກວ່າ ພາຍໃຕ້ການນໍາພາຂອງຫວຽດນາມ, ບັນດາວຽກງານທີ່ພວມໄດ້ດໍາເນີນແມ່ນແນໃສ່ສ້າງຕັ້ງ “ກອງທຶນອາຊຽນຮັບມືກັບພະຍາດໂຄວິດ-19”, ສ້າງສາງແຮວັດຖຸ, ອຸປະກອນການແພດ, ສ້າງຂັ້ນຕອນຮັບມືກັບພະຍາດຕາມມາດຕະຖານອາຊຽນໃນກໍລະນີການແພດສຸກເສີນ. ຫວຽດນາມ ກໍ່ໄດ້ເລີ່ມເຄື່ອນໄຫວບັນດາການປຶກສາຫາລືກ່ຽວກັບວິໄສທັດອາຊຽນພາຍຫຼັງປີ 2025. ນີ້ແມ່ນສິ່ງສໍາຄັນທີ່ສຸດ, ຊ່ວຍໃຫ້ອາຊຽນມີຄວາມສະໜິດຕິດພັນ ແລະເປັນເຈົ້າການຮັບມືດີກວ່າໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ, ພ້ອມທັງປັບຕົວໃຫ້ເຂົ້າກັບສະພາບການ “ປົກກະຕິໃໝ່” ໃນປະຈຸບັນ ແລະຖອດຖອນບົດຮຽນສໍາຄັນ.

ວົງການເຈົ້າໜ້າທີ່ປະເທດຕ່າງໆກໍ່ເຊີດຊູຜົນສໍາເລັດຂອງກອງປະຊຸມ ແລະບົດບາດຂອງຫວຽດນາມ ເປັນພິເສດ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງອາຊຽນໃນໄລຍະຜ່ານມາ, ໃນຂະນະທີ່ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີການຕ່າງປະເທດລາວ, ຫົວໜ້າ SOM ອາຊຽນຂອງລາວ ຢັ້ງຢືນວ່າ ຫວຽດນາມ ປະຕິບັດບົດບາດເປັນປະທານອາຊຽນໄດ້ເປັນຢ່າງດີນັບແຕ່ຕົ້ນອາຍຸການຈົນມາຮອດປະຈຸບັນ.

ແບ່ງປັນຕີລາຄາທີ່ຄ້າຍຄືກັນ, ທ່ານ Samdech Hun Sen ນາຍົກລັດຖະມົນຕີກຳປູເຈຍ ກໍ່ຢັ້ງຢືນວ່າ ກອງປະຊຸມສຸດຍອດອາຊຽນຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນກໍາລັງຄວາມສາມາດຂອງຫວຽດນາມ ໃນການຊັກຈູງອາຊຽນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

ວົງການນັກຊ່ຽວຊານ ແລະສື່ມວນຊົນສາກົນໄດ້ສະແດງຄວາມປະທັບໃຈເປັນພິເສດຕໍ່ການເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ໃນການປະສານງານ, ຊັກຈູງອາຊຽນຜ່ານຜ່າບັນດາສິ່ງທ້າທາຍ, ພິເສດແມ່ນພະຍາດໂຄວິດ-19, ວິກິດການມີລັກສະນະທົ່ວໂລກປະຈຸບັນ.

ສ່ວນທ່ານນາງ ເຮືອງເລທູ (ເລທູເຮືອງ) ນັກຊ່ຽວຊານວິໄຈຂັ້ນສູງຢູ່ສະຖາບັນນະໂຍບາຍຍຸດທະສາດອົດສະຕາລີ ຊີ້ແຈ້ງວ່າ ບັນດາປະເທດສະມາຊິກອາຊຽນມີຄວາມເຊື່ອໝັ້ນຕໍ່ກໍາລັງຄວາມສາມາດດ້ານການຕ່າງປະເທດຂອງຫວຽດນາມ, ນັບທັງໃນສະພາບການຕ້ອງຈັດຕັ້ງກອງປະຊຸມຕາມຮູບການທາງໄກ ແລະບໍ່ໄດ້ມີການກະກຽມ. ຫວຽດນາມ ໄດ້ສະແດງໃຫ້ເຫັນກ່ຽວກັບປະເທດເຈົ້າພາບທີ່ມີກໍາລັງຄວາມສາມາດໃນການດໍາລົງຕໍາແໜ່ງເປັນປະທານຜັດປ່ຽນອາຊຽນກ່ອນນີ້.

ໃນຂະນະນັ້ນ, ທ່ານ Ahmad Ibrahim Almutaqqi ຜູ້ອໍານວຍການໂຄງການຄົ້ນຄວ້າອາຊຽນ ຂຶ້ນກັບສູນ Habibie ຂອງອິນໂດເຊຍ ຖືວ່າ ກອງປະຊຸມສຸດຍອດອາຊຽນຄັ້ງນີ້ບໍ່ພຽງແຕ່ແນໃສ່ຮັບມືກັບພະຍາດໂຄວິດ-19 ທີ່ພວມສົ່ງຜົນສະທ້ອນເຖິງສຸຂະພາບຂອງປະຊາຊົນທົ່ວໂລກເທົ່ານັ້ນ ຫາກຍັງແນໃສ່ຊອກຫາວິທີການແກ້ໄຂຟື້ນຟູພາຍຫຼັງພະຍາດໂຄວິດ-19. ນີ້ກໍ່ແມ່ນກາລະໂອກາດສໍາຄັນເພື່ອໃຫ້ອາຊຽນ, ພາຍໃຕ້ການນໍາພາຂອງຫວຽດນາມ ໃນປີດໍາລົງຕໍາແໜ່ງເປັນປະທານຜັດປ່ຽນອາຊຽນ, ສືບຕໍ່ບືນຕົວຂຶ້ນ.

ຕີລາຄາກ່ຽວກັບການເຄື່ອນໄຫວຂອງຫວຽດນາມ ໃນ 6 ເດືອນຕົ້ນປີນີ້, ພິເສດແມ່ນກ່ຽວຂ້ອງເຖິງຂໍ້ຕົກລົງການຄ້າສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP), ປອ Chheang Vannarith ປະທານສະຖາບັນວິໄສທັດອາຊີ (AVI) ມີສໍານັກງານຢູ່ນະຄອນຫຼວງພະນົມເປັນ (ປະເທດກໍາປູເຈຍ) ໃຫ້ຂໍ້ສັງເກດວ່າ ໃນປີດໍາລົງຕໍາແໜ່ງເປັນປະທານຜັດປ່ຽນອາຊຽນ, ຫວຽດນາມ ໄດ້ປະສານງານ ແລະຊຸກຍູ້ວິວັດການເຈລະຈາແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະມຸ່ງໄປເຖິງການສິ້ນສຸດການເຈລະຈາສັນຍາ RCEP, ເຖິງວ່າ ອິນເດຍ ໄດ້ຕັດສິນໃຈຖອນຕົວອອກໃນນາທີກຳນົດສຸດທ້າຍກໍ່ຕາມ.

ອີກເທື່ອໜຶ່ງ, ໝາກຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະກ່ອນໜ້ານັ້ນສອງເດືອນແມ່ນກອງປະຊຸມສຸດຍອດພິເສດອາຊຽນ ແລະກອງປະຊຸມສຸດຍອດພິເສດອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19, ໄດ້ສ້າງຂີດໝາຍໃຫ້ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ. ຫວຽດນາມ ໄດ້ສະແດງ ແລະເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການຂອງປະເທດປະທານອາຊຽນ 2020 ມີຄວາມຮັບຜິດຊອບໃນການຊັກຈູງອາຊຽນຮັບມືກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ,  ເຫັນດີເປັນເອກະພາບຂອງອາຊຽນ. ນີ້ກໍ່ແມ່ນຄວາມສະດວກເພື່ອໃຫ້ຫວຽດນາມ ປະຕິບັດສໍາເລັດເຄິ່ງອາຍຸການປະທານທີ່ຍັງເຫຼືອໃນປີ 2020 ນີ້, ບໍ່ວ່າອາຊຽນ ຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍກໍ່ຕາມ.

ໂດຍ: ເຈິ່ນຮວ່ຽນ