ພ້ອມກັນນັ້ນ, ຫວຽດນາມ ໄດ້ຈັດຕັ້ງບັນດາກອງປະຊຸມກັບບັນດາຄູ່ຮ່ວມມືນອກພາກພື້ນ ແລະຄູ່ຮ່ວມມືເຈລະຈາ, ກໍ່ຄືກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ປະສົບຜົນສໍາເລັດເປັນຢ່າງດີ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີການຕ່າງປະເທດລາວ, ຫົວໜ້າ SOM ອາຊຽນຂອງລາວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36  ແບບທາງໄກ. ພາບ: baoquocte.vn.

ໃນ 6 ເດືອນຍັງເຫຼືອຂອງປີ 2020 ນີ້, ລາວ ຫວັງວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ການເພີ່ມທະວີຄວາມສະໜິດຕິດພັນ ແລະເຂັ້ມແຂງໃນອາຊຽນ, ພິເສດແມ່ນປະຕິບັດບັນດາບຸລິມະສິດທີ່ແຕກຕ່າງກັນເຊິ່ງຫວຽດນາມ ໄດ້ກະກຽມໄວ້, ລວມມີການຊຸກຍູ້ ແລະປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ; ຊຸກຍູ້ການສ້າງປະຊາຄົມອາຊຽນ ກໍ່ຄືໃນການພົວພັນກັບບັນດາຄູ່ຮ່ວມມືພາຍນອກ.

ຄຽງຂ້າງນັ້ນ, ຕາມທ່ານ ທອງຜ່ານ ສະຫວັນເພັດ ແລ້ວ, ເລື່ອງເຮັດແນວໃດເພື່ອຟື້ນຟູເສດຖະກິດ-ສັງຄົມພາຍຫຼັງພະຍາດໂຄວິດ-19 ຢູ່ພາກພື້ນແມ່ນສຳຄັນທີ່ສຸດ. ນີ້ແມ່ນບັນຫາເຊິ່ງຫວຽດນາມ ດ້ວຍຖານະບົດບາດເປັນປະທານອາຊຽນຈະສືບຕໍ່ສຸມໃສ່ນຳພາ, ປະສານງານໃຫ້ເປັນຢ່າງດີ. ທ່ານ ທອງຜ່ານ ສະຫວັນເພັດ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຫວຽດນາມ, ອາຊຽນ ຈະສືບຕໍ່ກ້າວເດີນໄປທາງໜ້າ ແລະປະຕິບັດສຳເລັດບັນດາຂໍ້ລິເລີ່ມ ແລະບັນດາຂໍ້ຕົກລົງທີ່ໄດ້ວາງອອກ.

ສ່ວນທ່ານນາງ Jessica Wau, ຮອງຫົວໜ້າຜູ້ຮັບຜິດຊອບການຄົ້ນຄວ້າອາຊຽນ ຂຶ້ນກັບສະຖາບັນບັນດາບັນຫາສາກົນສິງກະໂປ (SIIA) ໄດ້ຢັ້ງຢືນກ່ຽວກັບບົດບາດຂອງຫວຽດນາມ ໃນປີປະທານອາຊຽນ 2020 ວ່າ, ວິທີແກ້ໄຂປະທັບໃຈສຳລັບພະຍາດໂຄວິດ-19, ເປີດປະຕູພື້ນຖານເສດຖະກິດໄວພໍສົມຄວນນັ້ນ, ໄດ້ນຳມາໃຫ້ຫວຽດນາມ ຄວາມສາມາດໜູນຊ່ວຍບັນດາປະເທດອື່ນ, ໃນນັ້ນມີບັນດາປະເທດອາຊຽນ.

ໂດຍ: ເຈິ່ນຮວ່ຽນ