ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທີ່ດໍາເນີນໃນວັນທີ 26 ມິຖຸນາ ໄດປຶກສາຫາລືຫຼາຍເນື້ອໃນສໍາຄັນ, ທີ່ກ່ຽວຂ້ອງເຖິງບັນດາບັນຫາເຊິ່ງພາກພື້ນອາຊຽນ ກໍາລັງປະເຊີນໜ້າໃນປະຈຸບັນ ກໍ່ຄືຢັ້ງຢືນການພັດທະນາ, ຄວາມສະໜິດຕິດພັນຂອງປະຊາຄົມອາຊຽນ.

ເນື້ອໃນພົ້ນເດັ່ນທີ່ໄດ້ເຕື້ອງເຖິງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະບັນດາການພົບປະທີ່ກ່ຽວຂ້ອງລ້ວນແຕ່ແມ່ນຄວາມສົນໃຈລວມຂອງບັນດາປະເທດໃນພາກພື້ນປະຈຸບັນນີ້ ຄື ວິທີການສຳຜັດພາຍຫຼັງພະຍາດໂຄວິດ-19, ການພັດທະນາຊັບພະຍາກອນມະນຸດໃນສະໄໝດີຈີຕອນ, ການເພີ່ມເຕີ່ມສິດໃຫ້ແມ່ຍິງ…

ຍົກສູງຄວາມເຫັນດີເຫັນພ້ອມຂອງອາຊຽນ ໃນບັນດາບັນຫາພາກພື້ນ

ເຊື້ອພະຍາດໂຄວິດ-19 ເກີດຂຶ້ນ ແລະການຜັນແປຢ່າງສັບສົນໃນໂລກເວົ້າລວມ ແລະໃນພາກພື້ນເວົ້າສະເພາະໄດ້ກາຍເປັນຄວາມສົນໃຈແຖວໜ້າຂອງບັນດາປະເທດສະມາຊິກອາຊຽນ. ດ້ວຍບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ເປັນປະທານຫຼາຍກອງປະຊຸມທາງໄກ ແລະໄດ້ຮັບປະສິດທິຜົນຕັ້ງໜ້າ, ປະກອບສ່ວນຮັກສາທ່າຮ່ວມມືຂອງອາຊຽນ. ໃນ 6 ເດືອນຜ່ານມາ, ການຮ່ວມມືອາຊຽນ ຕາມຈິດໃຈສະໜິດຕິດພັນ, ເປັນເຈົ້າການຮັບມືໄດ້ຊ່ວຍໃຫ້ອາຊຽນ ມີຄວາມໝັ້ນຄົງ ແລະຮັບມືກັບເຊື້ອພະຍາດໂຄວິດ-19. ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ນີ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກອາຊຽນ ສືບຕໍ່ແລກປ່ຽນບັນດາວິທີພັດທະນາພາຍຫຼັງພະຍາດໂຄວິດ-19, ພ້ອມກັບບັນດາມາດຕະການອັນຮີບດ່ວນ ເພື່ອສາມາດຟື້ນຟູອາຊຽນ  ໃຫ້ໄວທີ່ສຸດໃນທຸກຂົງເຂດ.

leftcenterrightdel
ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານນາງ ເລທິທຸຮັ່ງ ຫົວໜ້າກົມຂໍ້ມູນຂ່າວສານສື່ມວນຊົນ-ກະຊວງການຕ່າງປະເທດຫວຽດນາມ ເປັນປະທານຮ່ວມການປະຊຸມຂ່າວ. ພາບ: ມິງເຍິດ

ອີງໃສ່ບັນດາຄວາມສົນໃຈລວມຂອງປະຊາຄົມ, ຫວຽດນາມ ໄດ້ສ້າງ, ປຶກສາຫາລືກັບບັນດາປະເທດອາຊຽນ ເພື່ອຮັບຮອງເອົາຖະແຫຼງການກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອໂລກແຫ່ງວຽກເຮັດງານທໍາກໍາລັງປ່ຽນແປງ. ສິ່ງນີ້ເພື່ອແນໃສ່ຊ່ວຍຊັບພະຍາກອນມະນຸດຂອງອາຊຽນ ເໝາະສົມກວ່າກັບທ່າອຽງພັດທະນາຂອງວິທະຍາສາດເຕັກໂນໂລຢີໃນໂລກ, ສ້າງທ່າໄດ້ປຽບໃນການແກ່ງແຍ້ງໃຫ້ພາກພື້ນ.

ການປະຕິວັດອຸດສາຫະກໍາ 4.0 ກໍ່ຮຽກຮ້ອງພາກພື້ນອາຊຽນ ຕ້ອງມີວິທີສຳຜັດໃໝ່ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ດ້ວຍບົດບາດເປັນປະທານອາຊຽນ 2020, ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ຫວຽດນາມ ໄດ້ຈັດຕັ້ງວາລະປະຊຸມພິເສດຂອງບັນດາການນໍາອາຊຽນ ກ່ຽວກັບການເພີ່ມເຕີ່ມສິດໃຫ້ແກ່ແມ່ຍິງໃນສະໄໝດີຈີຕອນ. ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນພິເສດເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍເມື່ອນີ້ແມ່ນຄັ້ງທໍາອິດທີ່ບັນດາການນໍາອາຊຽນ ປຶກສາຫາລືກ່ຽວກັບການມອບສິດໃຫ້ແກ່ແມ່ຍິງຢ່າງ ເປັນທາງການ.

ບັນດາການຕີລາຄາທີ່ຕັ້ງໜ້າ

ຄວາມມານະພະຍາຍາມປະສານງານຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020 ໃນຫຼາຍຂົງເຂດໄດ້ຮັບການຕີລາຄາສູງຈາກບັນດາປະເທດໃນພາກພື້ນ ແລະບັນດາຄູ່ຮ່ວມມື. ຫົວຂໍ້ “ສ້າງອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ໃນປີປະທານອາຊຽນ 2020 ຂອງຫວຽດນາມ ແມ່ນເໝາະສົບກັບສະພາບການທີ່ພາກພື້ນພວມຜ່ານຜ່າ. ອາຊຽນ ໄດ້ສາມັກຄີ ແລະຮັບມືກັບພະຍາດໂຄວິດ-19 ນັບແຕ່ເດືອນກຸມພາໂດຍໄວ ແລະຮັບຮອງເອົາສອງກອງປະຊຸມສຸດຍອດພິເສດທີ່ຈັດຕັ້ງໃນວັນທີ 14 ເມສາ.

ບັນດາປະເທດອາຊຽນ ກໍ່ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຢັ້ງຢືນຄວາມສະໜັບສະໜູນຕໍ່ການຜັນຂະຫຍາຍບັນດາຜົນຕົ້ນຕໍຂອງບັນດາກອງປະຊຸມສຸດຍອດພິເສດອາຊຽນ ແລະອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໂດຍຫວຽດນາມ ສະເໜີບັນດາປະເທດຮັບຮູ້ຄວາມຕັ້ງໜ້າກ່ຽວກັບວິວັດການຜັນຂະຫຍາຍບັນດາໝາກຜົນບູລິມະສິດໃນປີ 2020 ແລະໃຫ້ຄໍາໝັ້ນສັນຍາຈະສືບຕໍ່ສົມທົບກັບຫວຽດນາມ ເພື່ອສໍາເລັດບັນດາໝາກຜົນບູລິມະສິດທີ່ໄດ້ວາງອອກ.

ເລື່ອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020 ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງຄວາມສົນໃຈລວມຂອງບັນດາປະເທດອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນປະກົດການລະອຽດກ່ຽວກັບຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ, ປັບປຸງຄວາມສາມັກຄີພາຍໃນກຸ່ມອາຊຽນ.

ໂດຍ: ຈາງຫງວຽນ