ທີ່ກອງປະຊຸມ, ບັນດາປະເທດສ່ວນຫຼາຍໄດ້ແບ່ງປັນຄວາມວິຕົກກັງວົນຕໍ່ບັນດາຄວາມເຄັ່ງຕຶງ, ສັບສົນໃນການພົວພັນລະຫວ່າງອິດສະຣາແອນ-ປາແລດສະຕິນ ແລະຄວາມສາມາດເກີດການປະທະກັນຖ້າວ່າ ອິດສະຣາແອນ ດໍາເນີນການໂຮມຝັ່ງຕາເວັນຕົກເຂົ້າເປັນຂອງຕົນ; ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະມະຕິຕ່າງໆທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ, ເພີ່ມທະວີການໄກ່ເກ່ຍ  ແລະເຈລະຈາ, ໂດຍສະເພາະແມ່ນຍັງບໍ່ທັນຄວບຄຸມໄດ້ພະຍາດໂຄວິດ-19 ຢູ່ໃນໂລກ ແລະ ພາກພື້ນເປັນຢ່າງດີ.

leftcenterrightdel
ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກນັດສາມັນປະຈຳເດືອນຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ສະພາບຕາເວັນອອກກາງ, ລວມທັງບັນຫາປາແລດສະຕິນ”. ພາບ: ບ໋າວຈີ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງມິງຄອຍ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນການຕໍ່ສູ້ອັນເປັນທໍາ, ບັນດາສິດອັນຊອບທຳຂອງປະຊາຊົນປາແລດສະຕິນຢ່າງສະເໝີຕົ້ນສະເໝີປາຍ; ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນຂ່າວຊຶ່ງຝ່າຍ ອິດສະຣາແອນ ສາມາດໂຮມບັນດາເຂດແຄວ້ນທີ່ກໍາລັງຖືກຢຶດຄອງຂອງປາແລດສະຕິນ ຢູ່ ຝັ່ງຕາເວັນຕົກ.

ທ່ານ ດັ້ງມິງຄອຍ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນມາດຕະການສອງລັດດ້ວຍການສ້າງຕັ້ງລັດປາແລດສະຕິນ ເຊິ່ງຮັບຮອງເອົາ Jerusalem ຕາເວັນອອກ, ເປັນນະຄອນຫຼວງ ທີ່ຄົງຕົວຢ່າງສັນຕິພາບ ຄຽງຂ້າງກັບລັດອິດສະຣາແອນ, ອີງໃສ່ເສັ້ນຊາຍແດນທີ່ໄດ້ຮັບຮອງເອົາເມື່ອປີ 1967 ກໍ່ຄືບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ຕໍ່ກັບບັນຫານີ້.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ. ພາບ: ບ໋າວຈີ.

ທ່ານ ດ້ັງມິງຄອຍ ເນັ້ນໜັກວ່າ ຫວຽດນາມ ຊົມເຊີຍບັນດາຄວາມມານະພະຍາຍາມທັງໝົດເພື່ອດໍາເນີນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງຄືນໃໝ່ ແລະກຽມພ້ອມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຈລະຈາ, ການປຶກສາຫາລືລະຫວ່າງອິດສະຣາແອນ ແລະປາແລດສະຕິນ; ພ້ອມທັງທ່ານ ໃຫ້ຮູ້ວ່າ ໃນເງື່ອນໄຂ ແລະຄວາມສາມາດຂອງຕົນ ຫວຽດນາມ ຈະສືບຕໍ່ປະກອບສ່ວນໃຫ້ອົງການ ສປຊ ກ່ຽວກັບການກູ້ຊ່ວຍຄົນລີ້ໄພປາແລດສະຕິນ (UNWRA) ແລະຫວັງວ່າປະຊາຄົມສາກົນ ແລະປະເທດຕ່າງໆຈະມີຄວາມເອົາໃຈໃສ່, ໜູນຊ່ວຍບັນດາການເຄື່ອນໄຫວຂອງອົງການນີ້ ເພື່ອເປົ້າໝາຍມະນຸດສະທໍາໃຫ້ປະຊາຊົນປາແລດສະຕິນ.

ໂດຍ: ເກື່ອງດັ້ງ