leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເປັນປະທານກອງປະຊຸມ. ພາບ: ມິງອານ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ. ບັນດາກອງປະຊຸມ, ການປຶກສາຫາລືລົງເລິກທາງໄກຂອງບັນດາຝ່າຍເຂົ້າຮ່ວມການເຈລະຈາ RCEP ຍັງດໍາເນີນໄປຖືກຕ້ອງຕາມຄວາມຄືບໜ້າ, ພິເສດແມ່ນໃນສະພາບການພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ມິງອານ.

ທ່ານ ເຈິ່ນຕ໊ວນແອັງ ກໍ່ຢັ້ງຢືນວ່າ ດ້ວຍຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ ແລະກໍາລັງສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ໃນການຮັກສາບົດບາດນໍາພາຂອງອາຊຽນ ແລະການຮ່ວມມືຢ່າງແໜ້ນແຟ້ນກັບ 6 ປະເທດຄູ່ຮ່ວມມື ເພື່ອຊຸກຍູ້ການສິ້ນສຸດການເຈລະຈາສັນຍາ RCEP ໂດຍໄວ, ກວດກາຄືນນິຕິກໍາ, ສຳນວນການຂີດຂຽນໃຫ້ສຳເລັດໂດຍໄວເພື່ອກະກຽມໃຫ້ແກ່ການລົງນາມສັນຍາ ໃນເດືອນ ພະຈິກ 2020 ຢູ່ຮ່າໂນ້ຍ. ດ້ວຍຈຸດປະສົງແມ່ນບັນລຸໄດ້ສັນຍາສະບັບໜຶ່ງທີ່ມີຄຸນນະພາບສູງ ແລະມີຄວາມສົມດຸນທາງດ້ານຜົນປະໂຫຍດ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື ແລະເປັນເຈົ້າການສະເໜີບັນດາມາດຕະການຢ່າງມີໄຫວພິບໃນບັນດາຂົງເຂດເພື່ອແກ້ໄຂບັນດາບັນຫາທີ່ຕິດຂັດລະຫວ່າງບັນດາຝ່າຍໃນຂະນະທີ່ຍັງຮັບປະກັນຜົນປະໂຫຍດແຫ່ງຊາດ.

ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດເຂົ້າຮ່ວມການເຈລະຈາ RCEP ຮັບຮູ້ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນເຊິ່ງຂົງເຂດການຄ້າ, ການລົງທຶນ ແລະລະບົບສະໜອງທົ່ວໂລກ ກໍາລັງປະເຊີນໜ້າໂດຍພະຍາດໂຄວິດ-19 ກໍ່ຂຶ້ນ, ສະນັ້ນ, ຕ້ອງເພີ່ມທະວີການຮ່ວມມື ແລະສົມທົບກັນເພື່ອຊຸກຍູ້ການຟື້ນຟູເສດຖະກິດຢ່າງແຮງ ແລະມີໄຫວພິບ, ພ້ອມທັງຊຸກຍູູ້ການເຕີບໂຕແບບຍືນຍົງ, ສົມດຸນ ແລະຮອບດ້ານພາຍຫຼັງພະຍາດໂຄວິດ-19.

ໂດຍ: ໄຊຊະນະ