ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຢືນຢັນວ່າ ໃນຕະຫຼອດ 95 ປີຜ່ານມາ, ສື່ມວນຊົນປະຕິວັດຫວຽດນາມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຢັ້ງຢືນໄດ້ຖານະຕໍາແໜ່ງຂອງຕົນ ແລະນັບມື້ນັບປະກອບສ່ວນສໍາຄັນເຂົ້າໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ພ້ອມກັບຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ ມອບຊໍ່ດອກໄມ້ໃຫ້ແກ່ຖັນແຖວນັກຂ່າວຫວຽດນາມ ທີ່ພວມປະຕິບັດງານຢູ່ລາວ. ພາບ: vov.vn.

ນອກຈາກການໂຄສະນາກ່ຽວກັບແຜນນະໂຍບາຍຂອງພັກ ແລະລັດຫວຽດນາມແລ້ວ, ບັນດາອົງການສື່ມວນຊົນຫວຽດນາມ ປະຈໍາ ລາວ ຍັງມີໜ້າທີ່ອັນສູງສົ່ງນັ້ນແມ່ນປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະສາຍພົວພັນການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ການສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ແມ່ນໂອກາດເພື່ອໃຫ້ຖັນແຖວນັກຂ່າວຫວຽດນາມທີ່ປະຕິບັດງານຢູ່ລາວ ມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າງາມຂອງສື່ມວນຊົນປະຕິວັດ, ພ້ອມທັງກໍານົດໜ້າທີ່ອັນສູງສົ່ງຂອງຕົນແມ່ນຄຽງບ່າຄຽງໄຫຼ່ພ້ອມກັບສະຖານທູດ ແລະບັນດາອົງການຕາງໜ້າຫວຽດນາມອ້ອມຂ້າງສະຖານທູດປະກອບສ່ວນໂຄສະນາເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດ, ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນ, ຍືນຍົງຄົງຕົວ.

ໂດຍ: ທູຈາງ