leftcenterrightdel
ຄວາມສາມັກຄີ ແລະຈິດໜຶ່ງໃຈດຽວຂອງປະຊາຊົນໄດ້ປະກອບສ່ວນສ້າງເປັນຜົນສໍາເລັດໃນການປ້ອງກັນຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ. ພາບ: vnepress.net.

ບົດຂ່າວໃຫ້ຂໍ້ສັງເກດວ່າ ມີ 4 ສາຍເຫດສ້າງເປັນຜົນສໍາເລັດຂອງຫວຽດນາມ. ທີໜຶ່ງ, ລັດຖະບານຫວຽດນາມ ໄດ້ຍົກອອກບັນດາມາດຕະການຄວບຄຸມຢ່າງວ່ອງໄວພາຍຫຼັງພົບເຫັນບັນດາກໍລະນີຕິດເຊື້ອພະຍາດທໍາອິດ ແລະເປັນປະເທດທໍາອິດປະຕິບັດການແຍກປ່ຽວດ້ວຍຂະໜາດໃຫຍ່ຖັດຈາກຈີນ. ທີສອງ, ເກືອບຄືວ່າບໍ່ມີປະເທດໃດປະຕິບັດການຊອກຫາຜູ້ທີ່ມີການສໍາຜັດກັບຜູ້ຕິດພະຍາດຢ່າງຂ້ຽວຂາດໄດ້ຄືຫວຽດນາມ ແລະຫວຽດນາມໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານວ່າມີອັດຕາສ່ວນການວິເຄາະທີ່ດີ. ທີສາມ, ຫວຽດນາມ ສະໜອງຂໍ້ມູນຂ່າວສານຢ່າງຈະແຈ້ງ. ທີສີ່ແມ່ນຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຂອງປະຊາຊົນ.

ໂດຍ: ທູຈາງ