leftcenterrightdel
ທ່ານພົນເອກ ໂຕເລິມ ແລະທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ. ພາບ: Bocongan.gov.vn.

ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລິມ ຊີ້ແຈ້ງວ່າໃນຊຸມປີຜ່ານມາ, ການພົວພັນ “ຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ” ສືບຕໍ່ພັດທະນາ ແລະເຂົ້າສູ່ລວງເລິກໃນຂົງເຂດຕ່າງໆ. ຕໍ່ໜ້າສະພາບການພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ, ທ່ານພົນເອກ ໂຕເລິມ ຢັ້ງຢືນວ່າ ລັດຖະບານຫວຽດນາມ ເວົ້າລວມ, ກະຊວງຕໍາຫຼວດຫວຽດນາມ ເວົ້າສະເພາະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ຊ່ວຍເຫຼືອ ຍີ່ປຸ່ນ ໃນວຽກງານປ້ອງກັນ, ຕ້ານພະຍາດ; ໜູນຊ່ວຍບັນດາວິສາຫະກິດ, ນັກຊ່ຽວຊານຍີ່ປຸ່ນ ກັບຄືນເຮັດວຽກຢູ່ຫວຽດນາມ.

ສ່ວນທ່ານ Yamada Takio ຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນທ່ານຈະຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ.

ເນື່ອງໃນໂອກາດນີ້, ຕາງໜ້າກະຊວງຕໍາຫຼວດຫວຽດນາມ, ທ່ານພົນເອກ ໂຕເລິມ ໄດ້ມອບຜ້າອັດປາກ-ອັດດັງ 10.000 ອັນໃຫ້ອົງການຕໍາຫຼວດ ແຫ່ງຊາດຍີ່ປຸ່ນ.

ໂດຍ: ທູຈາງ