ທີ່ການໂອ້ລົມທາງໂທລະສັບ, ທ່ານ Luigi Di Maio ໄດ້ຕີລາຄາສູງຜົນງານຂອງຫວຽດນາມ ໃນວຽກງານຮັບມືກັບພະຍາດໂຄວິດ-19; ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າເຊິ່ງລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ລັດຖະບານ ແລະປະຊາຊົນອີຕາລີ ໃນໄລຍະຫຍຸ້ງຍາກນີ້, ຕີລາຄາວ່ານີ້ແມ່ນການກະທຳສະແດງໃຫ້ເຫັນນໍ້າໃຈມິດຕະພາບ ແລະຄວາມສາມັກຄີລະຫວ່າງສອງປະເທດເຊິ່ງລັດຖະບານ ແລະປະຊາຊົນອີຕາລີ ຈະຈົດຈໍາໄວ້.

leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບທ່ານ Luigi Di Maio ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນອີຕາລີ. ພາບ: ຫາຍມິງ.

ທ່ານ ຟ້າມບິ່ງມິນ ໄດ້ແຈ້ງໃຫ້ຊາບບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງລັດຖະບານຫວຽດນາມ ຜັນຂະຫຍາຍໄດ້ນຳມາເຊິ່ງບັນດາຜົນງານຕັ້ງໜ້າ, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ທ່ານຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືກັບອີຕາລີ ແລະປະຊາຄົມສາກົນໃນການຕ້ານພະຍາດໂຄວິດ-19.

ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເຫັນດີເປັນເອກະພາບຊຸກຍູ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພ້ອມທັງເພີ່ມທະວີບັນດາກົນໄກທາບທາມ ແລະປະສານການພົວພັນເພື່ອກໍານົດທິດຜັນຂະຫຍາຍການຮ່ວມມືຫວຽດນາມ-ອີຕາລີ ໃນໄລຍະໃໝ່ໃຫ້ມີປະສິດທິຜົນ...

ທ່ານ ຟ້າມບິ່ງມິນ ໄດ້ຂອບໃຈ ແລະສະເໜີອີຕາລີ ສືບຕໍ່ສະໜັບສະໜູນການພັດທະນາສາຍພົວພັນຫວຽດນາມ-ອີຢູ, ໂດຍສະເພາະແມ່ນເສີມຂະຫຍາຍຜົນປະໂຫຍດເຊິ່ງສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ແລະສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ນຳມາໃຫ້ໃນໄລຍະຈະມາເຖິງ.

ໂດຍ: ເກື່ອງດັ້ງ