ສິນຄ້າໜູນຊ່ວຍດັ່ງກ່າວລວມມີຜ້າອັດປາກ-ອັດດັງ, ຊຸດປ້ອງກັນພະຍາດ, ຊຸດວິເຄາະໄວຣັດ SARS-CoV-2 ໂດຍຫວຽດນາມ ຜະລິດດ້ວຍມູນຄ່າທັງໝົດແມ່ນ 420.000 ໂດລາສະຫະລັດ.

leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມອບສັນຍາລັກວັດຖຸອຸປະກອນການແພດໃຫ້ແກ່ປະຊາຊົນອົດສະຕາລີ. ພາບ: baoquocte.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນກວກຢູງ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກແບ່ງປັນແຫຼ່ງກໍາລັງສ່ວນໜຶ່ງໃນຄວາມສາມາດຂອງຕົນເພື່ອປະກອບສ່ວນພ້ອມກັບປະຊາຊົນ ແລະກໍາລັງແນວໜ້າຂອງປະເທດຕ່າງໆຮັບມືກັບພະຍາດ.

leftcenterrightdel
ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດບັນດາປະເທດ. ພາບ: baoquocte.vn.

ໃນບົດກ່າວປາໄສຂອງຕົນ, ເອກອັກຄະລັດຖະທູດບັນດາປະເທດລ້ວນແຕ່ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ, ພ້ອມທັງເນັ້ນໜັກວ່າ ຈໍານວນວັດຖຸອຸປະກອນການແພດດັ່ງກ່າວບໍ່ພຽງແຕ່ແມ່ນການສະໜັບສະໜູນອັນລໍ້າຄ່າທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາຂອງນໍ້າໃຈມິດຕະພາບ ແລະການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມກັບບັນດາປະເທດອີກດ້ວຍ.

ໂດຍ: ທູຈາງ