ການແລກປ່ຽນຂອງພວກຂ້າພະເຈົ້າກັບທ່ານ ໂງດຶກແມັ້ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ດຳເນີນຢູ່ສະໜາມຫຼວງທີ່ໃສ່ຊື່ປະທານໂຮ່ຈິມິນ ຢູ່ໃຈກາງນະຄອນຫຼວງມົດສະກຸ ເນື່ອງໃນໂອກາດທ່ານມາແຫ່ງນີ້ວາງດອກໄມ້ທີ່ສົດໃສເພື່ອອາໄລຫາຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ.

ທ່ານ ໂງດຶກແມັ້ງ ໃຫ້ຮູ້ວ່າ, ທຸກໆປີ, ເນື່ອງໃນໂອກາດວັນທີ 19 ພຶດສະພາ, ພະນັກງານການທູດ, ບັນດາເພື່ອນມິດລັດເຊຍ ແລະປະຊາຊົນລັດເຊຍ ລ້ວນແຕ່ມາແຫ່ງນີ້ວາງດອກໄມ້ ແລະອາໄລຫາປະທານໂຮ່ຈິມິນ ເປັນຈຳນວນຫຼວງຫຼາຍ. ປີນີ້, ຍ້ອນ ສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນຢູ່ສະຫະພັນລັດເຊຍ ແລະນະຄອນຫຼວງມົດສະກຸ ເຮັດໃຫ້ບັນດາການເຄື່ອນໄຫວຂອງມະຫາຊົນບໍ່ໄດ້ດຳເນີນ.

leftcenterrightdel
ປະທານໂຮ່ຈິມິນ ພ້ອມກັບຜູ້ແທນໂຊວຽດ ແລະສາກົນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 22 ພັກກອມມູນິດໂຊວຽດ, ດຳເນີນຢູ່ມົດສະກຸ, ເດືອນຕຸລາ 1961. ພາບ: ເອກະສານສຳນັກຂ່າວສານຫວຽດນາມ.

ໃນການແລກປ່ຽນ, ທ່ານ ໂງດຶກແມັ້ງ ຢັ້ງຢືນວ່າ ປະຊາຊົນໂຊວຽດ ແລະລັດເຊຍ ຍາມໃດກໍ່ຈື່ຈຳອາລົມຈິດພິເສດສຳລັບປະທານໂຮ່ຈິມິນ. ທ່ານ ໂງດຶກແມັ້ງ ແບ່ງປັນວ່າ: “ໃນຖານະຕຳແໜ່ງປະຕິບັດງານຂອງຕົນ ຂ້າພະເຈົ້າມີຫຼາຍໂອກາດໄດ້ພົບປະ, ສຳຜັດກັບບັນດາການນຳສະຫະພັນລັດເຊຍ, ບັນດາການນຳທ້ອງຖິ່ນ, ບັນດານັກຄົ້ນຄວ້າຫວຽດນາມຄົນລັດເຊຍ, ເພື່ອນມິດ ແລະປະຊາຊົນລັດເຊຍ ເປັນຈຳນວນຫຼວງຫຼາຍ. ຢູ່ໃສຂ້າພະເຈົ້າກໍ່ເຫັນຄວາມຮັກ ແລະຄວາມເຄົາລົບນັບຖືທີ່ສຸດສໍາລັບລຸງໂຮ່ຂອງພວກເຮົາ”.

ທ່ານ ໂງດຶກແມັ້ງ ກໍ່ເນັ້ນໜັກເຖິງບົດບາດຂອງປະທານໂຮ່ຈິມິນ ແມ່ນຜູ້ກໍ່ຕັ້ງພື້ນຖານໃຫ້ແກ່ການພົວພັນມິດຕະພາບລະຫວ່າງຫວຽດນາມ ກັບໂຊວຽດ ແລະປະເທດລັດເຊຍ ປະຈຸບັນ. ທ່ານ ເວົ້າວ່າ: “ເພິ່ນແມ່ນຕົວແທນຂອງລັດທິສາກົນກຳມະຊີບ ແລະນ້ຳໃຈມິດຕະພາບຫວຽດນາມ-ໂຊວຽດ ແລະຂອງປະຊາຊົນຫວຽດນາມ ກັບປະຊາຊົນລັດເຊຍ ໃນປະຈຸບັນ. ນີ້ແມ່ນອາລົມຈິດອັນລ້ຳຄ່າເຊິ່ງພວກຂ້າພະເຈົ້າ-ບັນດາພະນັກງານການທູດພວມປະຕິບັດງານຢູ່ລັດເຊຍ, ໝັ້ນໝາຍວ່າຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດບັນດາຄຳສັ່ງສອນຂອງລຸງໂຮ່”.

ທ່ານ  ໂງດຶດແມັ້ງ ໃຫ້ຮູ້ວ່າ, ປີນີ້, ກົງກັບວັນສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19-5-1890 / 19-5-2020) ຈະດໍາເນີນກອງປະຊຸມສໍາມະນາທາງໄກລະຫວ່າງນະຄອນ Saint Petersburg ກັບນະຄອນໂຮ່ຈິມິນ ດ້ວຍການເຂົ້າຮ່ວມຂອງການນຳສູງສຸດຂອງສອງທ້ອງຖິ່ນ. ຄາດຄະເນ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈິມິນ ແລະທ່ານ Aleksandr Beglov ຜູ້ວ່າການລັດ Saint Petersburg Saint Petersburg ຈະເຂົ້າຮ່ວມ ແລະມີບົດກ່າວປາໄສທີ່ກອງປະຊຸມສຳມະນາ. ເຂົ້າຮ່ວມເຫດການນີ້ຍັງມີຜູ້ຕາງໜ້າຂອງຄະນະພົວພັນຕ່າງປະເທດສູນກາງພັກ ແລະນັກຄົ້ນຄວ້າ ແລະນັກຮຽນຮູ້ລັດເຊຍ ເປັນຈຳນວນຫຼວງຫຼາຍ.

ນອກຈາກນັ້ນ, ຕາມ ທ່ານໂງດຶກແມັ້ງ, ບັນດາອົງການຕາງໜ້າການທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ພວມຕັ້ງໜ້າເຮັດວຽກກັບການນຳນະຄອນ Saint Petersburg ເພື່ອສົ່ງເສີມການກໍ່ສ້າງອະນຸສາວະລີລຸງໂຮ່ ຢູ່ນະຄອນນີ້.

ກໍ່ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ມີການແລກປ່ຽນກັບທ່ານ ສຈ. ປອ Vladimir Kolotov ນັກຄົ້ນຄວ້າປະຫວັດສາດມະຫາວິທະຍາໄລສັງລວມ Saint Petersburg. ທ່ານ Kolotov ແມ່ນໜຶ່ງໃນບັນດານັກຄົ້ນຄວ້າຫວຽດນາມ ແຖວໜ້າຢູ່ລັດເຊຍໃນປະຈຸບັນ, ທ່ານແມ່ນຫົວໜ້າສະຖາບັນໂຮ່ຈິມິນ ຂຶ້ນກັບມະຫາວິທະຍາໄລສັງລວມ Saint Petersburg. ນີ້ກໍ່ແມ່ນສະຖາບັນຄົ້ນຄວ້າແຫ່ງທຳອິດທີ່ໃສ່ຊື່ປະທານໂຮ່ຈິມິນ ໄດ້ຮັບການສ້າງຕັ້ງຢູ່ຕ່າງປະເທດ.

ຕີລາຄາກ່ຽວກັບອາລົມຈິດຂອງເພື່ອນມິດສາກົນເວົ້າລວມ, ເພື່ອນມິດໂຊວຽດ ແລະລັດເຊຍ ເວົ້າສະເພາະຕໍ່ກັບປະທານໂຮ່ຈິມິນ, ທ່ານ Vladimir Kolotov ຢັ້ງຢືນວ່າ ປະທານໂຮ່ຈິມິນ ຍາມໃດກໍ່ສ້າງຄວາມປະທັບໃຈອັນດີງາມຕໍ່ກັບບັນດາຜູ້ທີ່ມີກຽດໄດ້ ພົບປະເພິ່ນ.

ທ່ານ ສຈ. Vladimir Kolotov ໃຫ້ຮູ້ວ່າ “ສະເພາະໃນຂະແໜງຫວຽດນາມ ວິທະຍາຂອງລັດເຊຍ, ຍັງມີບັນດາຜູ້ໃນເມື່ອກ່ອນເຄີຍພົບປະ ແລະເຮັດວຽກກັບປະທານໂຮ່ຈິມິນ, ຄື: ລຸງ Evgheny Kobelev ແລະຄູອາຈານຂອງຂ້າພະເຈົ້າແມ່ນທ່ານ ສຈ. Palfilov. ບັນດາເລື່ອງລາວເຊິ່ງເຂົາເຈົ້າເລົ່າກ່ຽວກັບການພົບປະກັບປະທານໂຮ່ຈິມິນ ແມ່ນສຳຄັນທີ່ສຸດ ແລະມີບົດບາດອັນໃຫຍ່ຫຼວງໃນການສຶກສາໃຫ້ບັນດານັກຫວຽດນາມ ວິທະຍາຮຸ່ນຕ່າງໆ.

ປະຈຸບັນ, ຢູ່ນະຄອນ Saint Petersburg ຍັງຮັກສາຫຼາຍຮ່ອງຮອຍກ່ຽວກັບປະທານໂຮ່ຈິມິນ. Saint Petersburg (ເມື່ອກ່ອນ-Petrograd)  ແມ່ນນະຄອນທໍາອິດເຊິ່ງປະທານໂຮ່ຈິມິນ ຢ້ຽມຢາມເມື່ອມາລັດເຊຍ-ໂຊວຽດ ໃນວັນທີ 30 ມິຖຸນາ 1923. ລຸງໂຮ່ ພັກຢູ່ໂຮງແຮມ “Estonia”, ເມື່ອນັ້ນໂດຍສາກົນກໍາມະຊີບຄຸ້ມຄອງ. ທ່ານ ສຈ. Kolotov ໃຫ້ຮູ້ວ່າ, ໂຮງແຮມແຫ່ງນີ້ຍັງຄົງຢູ່ເຖິງປະຈຸບັນ. ທ່ານໄດ້ມາໂຮງແຮມເພື່ອຊອກຫາບັນດາເອກະສານກ່ຽວຂ້ອງເຖິງເວລາລຸງໂຮ່ພັກຢູ່ນີ້. ເຖິງຢ່າງໃດກໍ່ຕາມສາງສຳເນົາຂອງໂຮງແຮມ ພ້ອມເອກະສານທຸກຢ່າງຖືກໄຟໄໝ້ໝົດກ້ຽງໃນໄລຍະນະຄອນຖືກປິດລ້ອມຍ້ອນກອງທັບຟາດຊີດເຢຍລະມັນ ໃນໄລຍະສົງຄາມປົກປັກຮັກສາປະເທດຊາດ.

ຕາມທ່ານ ສຈ. Kolotov ແລ້ວ, ຢູ່ນະຄອນນີ້ຍັງມີນັກຈິດຕະກອນຊາວລັດເຊຍ ມີຊື່ວ່າ Alexei Kuznetsov, ເປັນນັກຈິດຕະກອນດີເດັ່ນຂອງໂຊວຽດ, ໃນຕົ້ນທົດສະວັດ 60 ໄດ້ຢູ່ຫວຽດນາມ ເປັນເວລາ 2 ປີ, ໄດ້ພົບລຸງໂຮ່ ແລະແຕ້ມຮູບເຄິ່ງຄີງຂອງລຸງໂຮ່. ປະຈຸບັນ, ຄອບຄົວຂອງນັກຈິດຕະກອນນັ້ນຍັງດຳລົງຊີວິດຢູ່ Saint Petersburg.

ທ່ານ ສຈ. Kolotov ເວົ້າວ່າ: “ພວກຂ້າພະເຈົ້າກໍ່ມີມໍລະດົກແນວຄິດໂຮ່ຈິມິນຂອງຕົນ. ນັ້ນແມ່ນສະຖາບັນໂຮ່ຈິມິນ ແຫ່ງທຳອິດຢູ່ຕ່າງປະເທດ ແລະມາຮອດປະຈຸບັນຍັງແມ່ນແຫ່ງໜຶ່ງດຽວໃນໂລກ. ວັນທີ 19 ພຶດສະພາປີນີ້ຈະແມ່ນປີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງສະຖາບັນໂຮ່ຈິມິນ”.

ສິ້ນສຸດການແລກປ່ຽນ, ທ່ານ ສຈ. Kolotov ແບ່ງປັນກັບພວກຂ້າພະເຈົ້າກ່ຽວກັບເລື່ອງເຊິ່ງທ່ານເອີ້ນວ່າ “ປະກົດການໜ້າຈັບອົກຈັບໃຈ” ຢູ່ສະຖາບັນໂຮ່ຈິມິນ. ຢູ່ສະຖາບັນແຫ່ງນີ້ມີຕົ້ນດອກຊາກຸຣະໄດ້ປູກກ່ອນນີ້ 10 ປີກົງກັບໂອກາດສ້າງຕັ້ງສະຖາບັນ. ໃນຕະຫຼອດ 10 ປີຜ່ານມາ, ເມື່ອຮອດວັນທີ 19 ພຶດສະພາ ດອກຊາກຸຣະກໍ່ເບັ່ງບານດ້ວຍສີສົດໃສ, ເບື້ອງຕົ້ນມີສີບົວອ່ອນຕໍ່ມາກໍ່ປ່ຽນເປັນສີແດງສ້າງຄວາມງາມໃຫ້ປ່ອງຢ້ຽມຂອງສະຖາບັນໂຮ່ຈິມິນ.

ໂດຍ: ແສງເດືອນ