ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ການາດາ ໃຫ້ຮູ້ວ່າ ທ່ານເອງພວມຝັກໃຝ່ແນວຄວາມຄິດເປີດຫ້ອງວາງສະແດງໂຮ່ຈີມິນ ຢູ່ເຮືອນຫວຽດນາມ (Vietnam House) ເລກທີ  85 ຖະໜົນ Glebe, ນະຄອນຫຼວງ Ottawa. ເຮືອນຫວຽດນາມ ບໍ່ພຽງແຕ່ແນະນໍາກ່ຽວກັບປະຫວັດສາດ, ມູນເຊື້ອ, ວັດທະນະທໍາຂອງຫວຽດນາມເທົ່ານັ້ນ, ຫາກຍັງໂຄສະນາເຜີຍແຜ່ຮູບພາບຫວຽດນາມ ເຖິງທົ່ວໂລກ.

leftcenterrightdel
ສະຖານທູດຫວຽດນາມ ປະຈໍາ ການາດາ ຈັດຕັ້ງພິທີຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມກາວຟອງ ໃຫ້ຮູ້ຄາດຄະເນວ່າຫ້ອງວາງສະແດງໂຮ່ຈີມິນ ລວມມີບັນດາຮູບແຕ້ມ, ຮູບພາບ, ປື້ມກ່ຽວກັບຊີວິດ ແລະການເຄື່ອນໄຫວປະຕິວັດຂອງເພິ່ນ. ນີ້ກໍ່ແມ່ນສະຖານທີ່ເຕົ້າໂຮມພໍ່ແມ່ປະຊາຊົນໃນປະຊາຄົມອວ່າຍໜ້າເມືອຫາລຸງໂຮ່ ແລະປະເທດຊາດ. ສະຖານທູດຫວຽດນາມ ປະຈໍາ ການາດາ ພວມກະກຽມເພື່ອອາດສາມາດຈະເປີດນໍາໃຊ້ຫ້ອງວາງສະແດງໂຮ່ຈີມິນ ຢູ່ເຮືອນຫວຽດນາມ ກົງກັບໂອກາດວັນສະຖາປະນາປະເທດ 2/9.

ໂດຍ: ທູຈາງ