ທີ່ພິທີ, ທ່ານ ຫງວຽນທຽບ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝລັ່ງ ໄດ້ມອບຜ້າອັດປາກ-ອັດດັງເກືອບ 270.000 ອັນ ພ້ອມກັບຊຸດປ້ອງກັນ, ອຸປະກອນການແພດຕ່າງໆ ໃຫ້ແກ່ອໍານາດການປົກຄອງບັນດາທ້ອງຖິ່ນ, ສະຫະສະມາຄົມ, ບັນດາໂຮງໝໍຢູ່ຝລັ່ງ.

leftcenterrightdel
ສະຖານທູດຫວຽດນາມ ປະຈໍາຝລັ່ງ ມອບຜ້າອັດປາກ-ອັດດັງໃຫ້ແກ່ພວກເພື່ອນຝລັ່ງ. ພາບ: vov.vn.

ບັນດາອຸປະກອນການແພດ ແລະຜ້າອັດປາກ-ອັດດັງ ໂດຍຫວຽດນາມ ມອບໃຫ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະຖືກກັບເວລາເມື່ອຝລັ່ງ ເລີ່ມຕົ້ນຍົກເລີກການປິດລ້ອມ, ສະນັ້ນຈຶ່ງຕ້ອງການມີຜ້າອັດປາກ-ອັດດັງຫຼາຍທີ່ສຸດ ໃນຂະນະທີ່ພະຍາດຍັງແຜ່ລະບາດຢູ່ຫຼາຍເຂດ, ພິເສດແມ່ນຢູ່ນະຄອນຫຼວງ ປາຣີ ແລະບັນດາແຂວງທີ່ຢູ່ໃກ້ຄຽງ.

ໂດຍ: ທູຈາງ