ປະທານໂຮ່ຈີມິນ - ແບບຢ່າງທີ່ສະຫວ່າງສະໄຫວກ່ຽວກັບລັດທິຮັກຊາດ

ຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ ແມ່ນບົດເພງແຫ່ງການປະຕິວັດທີ່ສະຫງ່າຜ່າເຜີຍ, ແມ່ນແບບຢ່າງທີ່ສະຫວ່າງສະໄຫວກ່ຽວກັບລັດທິຮັກຊາດ, ກ່ຽວກັບຄຸນນະທາດກອມມູນິດ, ພູມປັນຍາຄວາມຮູ້ຮອບຕົວຢ່າງເລິກເຊິ່ງ, ຄຸນສົມບັດສິນທໍາປະຕິວັດທີ່ຂາວສະອາດ ແລະແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫຍ່ຫຼວງຕໍ່ກັບບັນດາຊາວຫວຽດນາມ ຮຸ່ນຕ່າງໆ.

ທ່ານ ຫງວຽນວັນກົງ ຜູ້ອໍານວຍການເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ເນັ້ນໜັກເຖິງແບບຢ່າງທີ່ສະຫວ່າງສະໄຫວກ່ຽວກັບລັດທິຮັກຊາດຂອງປະທານໂຮ່ຈີມິນ, ທ່ານຢັ້ງຢືນວ່າ ຊີວິດຂອງປະທານໂຮ່ຈີມິນ ແລະຄຸນສົມບັດອັນດີເລີດຂອງເພິ່ນແມ່ນການສົມທົບບັນດາມູນເຊື້ອອັນດີງາມຂອງປະເທດຊາດຕິດພັນກັບຄຸນນະທາດທີ່ປະເສີດເລີດລ້ຳຂອງນັກກອມມູນິດໃນຍຸກສະໄໝໃໝ່. ປະທານໂຮ່ຈີມິນ ບໍ່ພຽງແຕ່ຮັກຊາດ ແລະປະຊາຊົນຂອງປະເທດເຮົາເທົ່ານັ້ນຍາມໃດເພິ່ນກໍ່ໄຝ່ຝັນ, ສູ້ຊົນເພື່ອໃຫ້ສັງຄົມໜຶ່ງມີຄວາມດີງາມ, ມີສັນຕິພາບ ແລະນຳເອົາຄວາມຜາສຸກມາໃຫ້ຜູ້ທຸກຍາກໝົດທຸກຄົນອີກດ້ວຍ.

leftcenterrightdel
ປະທານໂຮ່ຈີມິນ. ພາບເອກະສານ.

ລັດທິຮັກຊາດຂອງປະທານໂຮ່ຈີມິນ ຍັງສະແດງອອກຢູ່ໃນບັນດາຂໍ້ຕົກລົງທີ່ມີລັກສະນະປະຫວັດສາດ, ໃນບົດປະກອບຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເລວັນເລີ້ຍ ຮອງຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຢັ້ງຢືນວ່າ ປະທານໂຮ່ຈີມິນ ແມ່ນຄົນຂອງປະຫວັດສາດ, ຂອງບັນດາຂໍ້ຕົກລົງປະຫວັດສາດໃນບັນດາບາດລ້ຽວຂອງວິວັດການປົດປ່ອຍ ແລະພັດທະນາຂອງປະເທດຫວຽດນາມ ແລະປະຊາຊົນໃນໂລກ. ປະທານໂຮ່ຈີມິນ ໄດ້ຊອກເຫັນຄຸນຄ່າຂອງເອກະລາດ, ເສລີພາບ, ຄວາມຜາສຸກໃນເປົ້າໝາຍອຸດົມການຂອງລັດທິສັງຄົມນິຍົມ ແລະໃນການນໍາພາຂອງພັກ, ຂອງຊາດເຮົາເທື່ອລະກ້າວ, ເພື່ອຫັນເປົ້າໝາຍອຸດົມການນັ້ນໃຫ້ປະກົດຜົນເປັນຈິງ.

ໂຮ່ຈີມິນ - ຜູ້ສ້າງຕັ້ງພັກກອມມູນິດຫວຽດນາມ

ເມື່ອເວົ້າເຖິງການສ້າງຕັ້ງພັກກອມມູນິດຫວຽດນາມ ແມ່ນໄດ້ຕິດພັນກັບຜູ້ສ້າງຕັ້ງ-ປະທານໂຮ່ຈີມິນ, ທ່ານ ຫງວຽນວັນກົງ ຜູ້ອໍານວຍການເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນນັ້ນ, ແມ່ນໄດ້ຕິດພັນກັບຊື່ສຽງຮຽງນາມ, ພູມປັນຍາຄວາມຮູ້, ອິດທິພົນ ແລະຄຸນສົມບັດສິນທໍາປະຕິວັດ, ລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງປະທານໂຮ່ຈີມິນ. ດ້ວຍອິດທິພົນຊື່ສຽງ ແລະພູມປັນຍາຂອງຕົນ, ປະທານໂຮ່ຈີມິນ ໄດ້ສໍາເລັດພາລະກໍາປະຫວັດສາດ, ກາຍເປັນຜູ້ສ້າງຕັ້ງພັກ-ພັກຂອງຊົນຊັ້ນກໍາມະກອນ ແລະປະເທດຫວຽດນາມ. ພາຍຫຼັງສ້າງຕັ້ງ, ພັກໄດ້ນໍາພາປະຊາຊົນຂອງປະເທດເຮົາປະຕິບັດການປະຕິວັດຊາດ, ປະຊາທິປະໄຕຍາດໄດ້ໄຊຊະນະ, ນໍາພາສ້າງຕັ້ງປະເທດ ແລະນໍາພາສ້າງລັດແຫ່ງອໍານາດກົດໝາຍຂອງປະຊາຊົນເພື່ອປະຊາຊົນ ແລະສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ.

ໃນຕະຫຼອດເວລາທີ່ໄປຊອກຫາສັດຈະທໍາໃຫ້ປະເທດຊາດນັ້ນ, ເຖິງວ່າ ຕ້ອງຜ່ານຜ່າຊຸມມື້ທີ່ທຸກຍາກ, ລໍາບາກ ແລະໄດ້ສໍາຜັດກັບທຸກໆສະພາບການກໍ່ຕາມ, ແຕ່ລຸງໂຮ່ ຍາມໃດກໍ່ສະແດງອອກໃຫ້ເຫັນການດຳລົງຊີວິດທີ່ສະຫງຽມຄ່ຽມຄົມ, ງ່າຍດາຍ. ຄວາມສະຫງຽມຄ່ຽມຄົມ, ງ່າຍດາຍ ຂອງລຸງໂຮ່ ນັ້ນໄດ້ກາຍເປັນບຸກຄະລິກກະພາບໃນການດຳລົງຊີວິດຂອງທົ່ວພັກເຮົາ. ບຸກຄະລິກກະພາບນັ້ນໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງພັກກອມມູນິດຫວຽດນາມ ນັ້ນແມ່ນ “ພັກມີຄຸນສົມບັດ, ພັກມີຄວາມສີວິໄລ”.

ໂດຍ: ຈາງຫງວຽນ