“ຂໍຮຽນພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ,

ໂລກພະຍາດ Covid-19 ພວມສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວໂລກ, ສົ່ງຜົນກະທົບຢ່າງເລິກເຊິ່ງຮອບດ້ານເຖິງທຸກດ້ານຂອງຊີວິດເສດຖະກິດ-ສັງຄົມຂອງທຸກປະເທດ. ຮອດປະຈຸບັນ, ໄດ້ມີຜູ້ຕິດພະຍາດກວ່າ 720.000 ຄົນ, ຜູ້ເສຍຊີວິດເກືອບ 35.000 ຄົນ ຢູ່ເກືອບ 200 ປະເທດ ແລະເຂດແຄ້ວນໃນໂລກ. ສະພາບໂລກພະຍາດໄດ້ຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອາດສາມາດກໍ່ຜົນຮ້າຍຢ້ອນຫຼັງຮ້າຍແຮງກວ່າອີກ.

leftcenterrightdel
ທ່ານຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນໄລຍະຜ່ານມາ, ພາຍໃຕ້ການນຳພາຂອງພັກ ແລະລັດ, ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດ Covid-19, ບັນດາຂະແໜງການ, ບັນດາຂັ້ນ, ບັນດາທ້ອງຖິ່ນ, ທັງລະບົບການເມືອງໄດ້ສາມັກຄີ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍມາດຕະການຄົບຊຸດ, ທັງສະກັດກັ້ນ, ທັງຈຳກັດການແຜ່ລະບາດຂອງພະຍາດ, ທັງຮັບປະກັນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດສັງຄົມ, ຄວາມປອດໄພທາງສັງຄົມ; ໄລຍະຕົ້ນບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ສະແດງໃຫ້ເຫັນກຳລັງແຮງສາມັກຄີຂອງຊາດ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາໃນການຕໍ່ສູ້ຕ້ານພະຍາດເຊິ່ງໄດ້ຮັບການຮັບຮອງ ແລະຕີລາຄາສູງຈາກໂລກ.

ຂ້າພະເຈົ້າຂໍຕາງໜ້າໃຫ້ພັກ ແລະລັດ, ສະແດງຄວາມຊົມເຊີຍ ແລະສັນລະເສີນຕໍ່ການເຂົ້າຮ່ວມຂອງຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງແຕ່ສູນກາງລົງຮອດຮາກຖານ. ຊົມເຊີຍຄວາມມານະພະຍາຍາມບໍ່ຮູ້ອິດຮູ້ເມື່ອຍຂອງຂະແໜງສາທາລະນະສຸກ, ກຳລັງກອງທັບ, ຕຳຫຼວດ ແລະບັນດາຄະນະ, ກະຊວງ, ຂະແໜງການສູນກາງ; ການເຂົ້າຮ່ວມຢ່າງທັນການ, ຕັ້ງໜ້າຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ປະຊາຄົມວິສາຫະກິດ ແລະບັນດາສຳນັກຂ່າວສານ, ສື່ມວນຊົນ. ພິເສດຂ້າພະເຈົ້າຂອບໃຈພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ໄດ້ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ແລະຕອບສະໜອງວຽກງານປ້ອງກັນ, ຕ້ານໂລກພະຍາດຢ່າງສຸດຈິດສຸດໃຈ.

ປະຈຸບັນ, ພວກເຮົາພວມຢູ່ໃນໄລຍະມີຄວາມສ່ຽງແຜ່ລະບາດພະຍາດໃນວົງຄະນະຍາດນັບມື້ນັບສູງທົ່ວລະບົບການເມືອງຕ້ອງສຸມໃສ່ເພື່ອສືບຕໍ່ເປັນເຈົ້າການສະກັດກັ້ນ ແລະຄວບຄຸມໂລກພະຍາດໃຫ້ມີປະສິດທິຜົນ; ບໍ່ກະວົນກະວາຍແຕກຕື່ນແຕ່ວ່າກໍ່ບໍ່ໄດ້ປະໝາດ, ຕ້ອງກຳແໜ້ນສະພາບການ, ວາງອອກບັນດາມາດຕະການທີ່ມີປະສິດທິຜົນເພື່ອຄວບຄຸມ, ສະກັດກັ້ນການແຜ່ລະບາດໃຫ້ໄດ້. ແຕ່ລະສຳນັກງານ, ກົມກອງ, ອົງການຈັດຕັ້ງ, ແຕ່ລະທ້ອງຖິ່ນຕ້ອງໃກ້ຊິດຕິດແທດກັບການຊີ້ນຳຂອງຂັ້ນເທິງ, ເປັນເຈົ້າການ ແລະສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດ; ບຸລິມະສິດແຫຼ່ງກຳລັງ, ເວລາ ແລະກຳລັງເຫື່ອແຮງໃຫ້ວຽກງານສຳຄັນນີ້.

ຂໍຮຽນພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ,

ປະຊາຊົນຫວຽດນາມ ມີມູນເຊື້ອຮັກຊາດ, ມີຄວາມເປັນທຳ, ແຕ່ລະເທື່ອເມື່ອປະເທດປະສົບກັບຄວາມຫຍຸ້ງຍາກ, ມູນເຊື້ອນັ້ນຍິ່ງໄດ້ທະວີຄູນຂຶ້ນທົບຫຼາຍເທົ່າ. ໄລຍະຜ່ານມາ, ທົ່ວປວງຊົນທັງຊາດໄດ້ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈກັບພັກ, ລັດ ສະກັດກັ້ນ ແລະຄວບຄຸມໂລກພະຍາດໃນເບື້ອງຕົ້ນໄດ້ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ພວກເຮົາອາດສາມາດຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກທົບຫຼາຍເທົ່າ, ສະນັ້ນຮຽກຮ້ອງຕ້ອງມີຄວາມມານະພະຍາຍາມກວ່າອີກ.

ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດຢູ່ໃນໄລຍະສຳຄັນທີ່ສຸດນີ້, ບາງມາດຕະການປ້ອງກັນ, ຕ້ານໂລກພະຍາດຈະສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ, ບຸກຄົນ, ກໍ່ຄືຊີວິດການເປັນຢູ່ປະຈຳວັນຂອງພໍ່ແມ່ປະຊາຊົນເຮົາຢ່່າງແນ່ນອນ. ແຕ່ດ້ວຍຈິດໃຈຖືສຸຂະພາບ ແລະຊີວິດຂອງມະນຸດແມ່ນໜ້າທີ່ສຳຄັນກ່ອນໝູ່, ຂ້າພະເຈົ້າຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ ແລະນັກຮົບໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວ, ເອກະພາບດ້ານເຈດຈຳນົງ ແລະການກະທຳ, ປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະລັດ, ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ ຢ່າງຂ້ຽວຂາດ ແລະມີປະສິດທິຜົນ. ປະຊາຊົນແຕ່ລະຄົນແມ່ນນັກຮົບຢູ່ສະໜາມຮົບປ້ອງກັນ, ຕ້ານໂລກພະຍາດ.

ໂດຍແມ່ນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຈະມານະພະຍາຍາມຮ່ວມມືຢ່າງມີເນື້ອແທ້, ສົມທົບກັບປະເທດຕ່າງໆຢ່າງທັນການ, ໂດຍສະເພາະແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນພະຍາດ Covid-19. ຂ້າພະເຈົ້າຖືວ່າ, ໃນສະພາບການຄືປະຈຸບັນ, ຄວາມສາມັກຄີ ແລະສົມທົບກັນກະທຳໃນທົ່ວໂລກແມ່ນພື້ນຖານຮັບປະກັນໄຊຊະນະສຸດທ້າຍຂອງໂລກໃນການສະກັດກັ້ນໂລກພະຍາດນີ້.

ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອເອົາຊະນະພະຍາດ Covid-19!

ໂດຍ: ແສງເດືອນ