ປີ 2020, ຫວຽດນາມ ຮັບດຳລົງສອງຕຳແໜ່ງທັງແມ່ນປະທານອາຊຽນ, ທັງແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ຫວຽດນາມ ໄດ້ຮັບຄວາມຫວັງວ່າຈະສ້າງໄດ້ຄວາມເຫັນດີເປັນເອກະພາບລວມໃນອາຊຽນ ດ້ວຍຫຼາຍບັນຫາພາກພື້ນ ແລະສາກົນ, ພ້ອມທັງຍົກສູງບົບບາດ, ທັດສະນະຂອງອາຊຽນ ໃນເວທີສາກົນ. ໜັງສືພິມ Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງບົດບາດຂອງຫວຽດນາມ ຕໍ່ກັບການພັດທະນາ ແລະຄວາມສາມັກຄີຂອງອາຊຽນ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດເຖິງຫຼາຍປະເທດໃນໂລກ. ສະຖານີວິທະຍຸກະຈາຍສຽງຫວຽດນາມ ຂໍແນະນຳເນື້ອໃນບົດຂຽນດັ່ງກ່າວເຖິງເພື່ອນຜູ້ອ່ານ:

leftcenterrightdel
Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ. ພາບ: vov.vn.

ປີ  2020 ແມ່ນປີພິເສດສຳລັບຫວຽດນາມ. ນີ້ແມ່ນກາລະໂອກາດດີທີ່ສຸດ ເພື່ອໃຫ້ຫວຽດນາມ ຍົກສູງຖານະບົດບາດໃນເວທີສາກົນເມື່ອຫວຽດນາມ ດຳລົງຕຳແໜ່ງທັງແມ່ນປະທານອາຊຽນ ແລະທັງແມ່ນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ.

ໃນສະພາບການໂລກພະຍາດ Covid 19 ພວມແຜ່ລະບາດໃນທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດປະທານອາຊຽນ ແລະຖືນີ້ຄືແມ່ນກາລະໂອກາດເພື່ອນຳມາເຊິ່ງຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງ 10 ປະເທດສະມາຊິກອາຊຽນ, ພາຍຫຼັງຖະແຫຼງການຮ່ວມ “ບັນດາປະເທດອາຊຽນ ເພີ່ມທະວີການຮ່ວມມືບຸລິມະສິດຮັບມືກັບໂລກພະຍາດ Covid-19” ຂອງອາຊຽນ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງດ້ວຍຖານະຕຳແໜ່ງປະທານອາຊຽນ (ວັນທີ 14 ກຸມພາ), ກອງປະຊຸມລັດຖະມົນຕີການຕ່າງປະເທດ ຈີນ - ອາຊຽນ ສະໄໝພິເສດ ໄດ້ຈັດຕັ້ງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ເພື່ອເພີ່ມທະວີການຮ່ວມມືຮັບມືກັບໂລກພະຍາດ Covid-19.

ໂລກພະຍາດ Covid-19 ແຜ່ລະບາດສົ່ງຜົນສະທ້ອນເຖິງເສດຖະກິດບັນດາປະເທດອາຊຽນ ລວມທັງຫວຽດນາມ, ຜ່ານນັ້ນສະແດງໃຫ້ເຫັນຄວາມຈຳເປັນຕ້ອງເພີ່ມທະວີກົນໄກຮ່ວມມືໃນອາຊຽນ. ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໄດ້ຮັບການຕີລາຄາວ່າແມ່ນແບບຢ່າງພົ້ນເດັ່ນທີ່ລະອຽດໃຫ້ຄຳຂວັນ “ສະໜິດຕິດພັນ ແລະເປັນເຈົ້າການປັບຕົວ”.

leftcenterrightdel
ບັນດາຜູ້ແທນສະແດງໃຫ້ເຫັນນ້ຳໃຈສາມັກຄີຢູ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ທີ່ດຳເນີນໃນວັນທີ 17 ມັງກອນ ຢູ່ ຍາຈາງ, ແຄ໊ງຮວ່າ. ພາບ: vov.vn.

ບົນພື້ນຖານການສະເໜີຂອງຫວຽດນາມ, ການປຶກສາຫາລືລະຫວ່າງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະອາຊຽນ ໄດ້ຈັດຕັ້ງເປັນຄັ້ງທຳອິດພາຍຫຼັງ 52 ປີ ທີ່ອາຊຽນ ໄດ້ຮັບການສ້າງຕັ້ງ. ທ້າຍເດືອນມັງກອນ 2020, ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຮ່ວມສະພາຄວາມໝັ້ນຄົງ ແລະປຶກສາຫາລືກ່ຽວກັບບັນດາວິທີທາບທາມຄຳເຫັນ. ຫຼາຍປະເທດສະມາຊິກອາຊຽນ ກໍ່ປາດຖະໜາຢາກເພີ່ມທະວີຖານະບົດບາດຂອງອາຊຽນ ໃນປະຊາຄົມສາກົນກວ່າອີກ.

ບັນດາໂຄງການດຳເນີນງານ, ຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຄາດຄະເນຈະໄດ້ລົງນາມຢູ່ຫວຽດນາມ ໃນປີນີ້ ແລະກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ກໍ່ໄດ້ຮັບຄວາມມຸ່ງຫວັງວ່າຈະບັນລຸໄດ້ໝາກຜົນຢ່າງມີເນື້ອແທ້ເມື່ອຫວຽດນາມ ເປັນປະທານອາຊຽນ.

ໃນພາກມ້ວນທ້າຍ, ບົດຂຽນໄດ້ຄັດສະເໜີການຕີລາຄາຂອງທ່ານ Choi Sing Kwok ຫົວໜ້າສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບຄວາມສາມາດຊັກຈູງ, ນຳພາກໍຄືບົດບາດຂອງຫວຽດນາມ ໃນການຍົກສູງຖານະບົດບາດຂອງອາຊຽນ ໃນເວທີສາກົນ: “ເລື່ອງຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໄດ້ສ້າງກາລະໂອກາດເພື່ອໃຫ້ຫວຽດນາມ ສະແດງບົດບາດນຳພາໃນທົ່ວໂລກ ແລະນຳມາເຊິ່ງຜົນປະໂຫຍດໃຫ້ອາຊຽນ. ຫຼັກໝັ້ນ, ທັດສະນະ ແລະບົດບາດໃຈກາງຂອງອາຊຽນ ຈະສະແດງໃຫ້ເຫັນຢູ່ເວທີສາກົນ”.

leftcenterrightdel
ທີ່ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 26, ບັນດາລັດຖະມົນຕີເສດຖະກິດອາຊຽນ (AEM) ໄດ້ເຫັນດີເປັນເອກະພາບອອກຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນ ຮັບມືກັບໂລກພະຍາດ Covid-19. ພາບ: vov.vn.

ນັບແຕ່ເຂົ້າເປັນສະມາຊິກອາຊຽນ (ເດືອນກໍລະກົດ 1995) ຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ແມ່ນປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ການພັດທະນາ, ການເຕີບໃຫຍ່ເຂັ້ມແຂງຂອງອາຊຽນ. ໃນອາຍຸການປະທານອາຊຽນ 2010, ຫວຽດນາມ ໄດ້ສະແດງໃຫ້ເຫັນຂີດໝາຍສຳຄັນຫຼາຍຢ່າງ, ໃນນັ້ນໄດ້ສະເໜີຂໍ້ລິເລີ່ມຈຳນວນໜຶ່ງ ແລະໄດ້ປະກົດຜົນເປັນຈິງ, ຄື: ກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ(ADMM+); ສ້າງຕັ້ງຄະນະກໍາມະການຊຸກຍູ້ ແລະປົກປ້ອງສິດຂອງແມ່ຍິງ ແລະເດັກນ້ອຍອາຊຽນ, ພ້ອມທັງສ້າງຄວາມເຫັນດີເປັນເອກະພາບກ່ຽວກັບການຕັດສິນເປີດກວ້າງຂັ້ນສູງອາຊີຕາເວັນອອກເພື່ອໃຫ້ລັດເຊຍ ແລະອາເມລິກາ ເຂົ້າຮ່ວມ.

ໃນອາຍຸການປະທານອາຊຽນ  ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ ຍ້ອນສະພາບການຢູ່ພາກພື້ນ ແລະສາກົນພວມຜັນແປຢ່າງວ່ອງໄວ, ສັບສົນ, ພິເສດແມ່ນການນາບຂູ່ຂອງໂລກພະຍາດ Covid – 19.

ເຖິງຢ່າງໃດກໍ່ຕາມ, ດ້ວຍນະໂຍບາຍປ່ຽນແປງໃໝ່, ເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງກັບໂລກ, ມີບັນດາບາດກ້າວກະໂດດຂັ້ນທັງດ້ານເສດຖະກິດ ແລະການເມືອງ, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈພາຍໃນກຸ່ມອາຊຽນ, ພາກພື້ນ ແລະສາກົນ, ຫວຽດນາມ ຈະມີຄວາມສາມາດກໍຄືບົດຮຽນຢ່່າງພຽງພໍ ເພື່ອປະຕິບັດສຳເລັດທັງສອງໜ້າທີ່ສຳຄັນນັ້ນແມ່ນປະທານອາຊຽນ 2020 ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຜ່ານນັ້ນຢັ້ງຢືນໄດ້ຖານະບົດບາດ, ອິດທິພົນຊື່ສຽງກໍຄືຄວາມສາມາດນຳພາຍຸດທະສາດ, ຊັກນຳອາຊຽນ ນັບມື້ນັບພັດທະນາ, ເຕີບໃຫຍ່ເຂັ້ມແຂງ ແລະຢັ້ງຢືນບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະສາກົນ./.

ໂດຍ: ແສງເດືອນ