ມາຮອດປະຈຸບັນ, ມີນັກການທູດ, ບັນດານັກການເມືອງ, ນັກຊ່ຽວຊານດ້ານເສດຖະກິດຫຼາຍຄົນ... ບໍ່ອາດຫຼົງລືມຈຸດເວລານັ້ນໄດ້ ແລະເອີ້ນມັນແມ່ນຈຸດເວລາຂອງ “ມື້ກັບຄືນມາ”.

ສ່ວນຂ້າພະເຈົ້າ, ເມື່ອຈັບບິກຂຶ້ນມາບັນທຶກຄວາມຮູ້ສຶກຂອງຕົນ, ຂ້າພະເຈົ້າຍັງຈື່ໄດ້ຄຳເວົ້າຂອງທ່ານ Kamal Malhotra, ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມວ່າ: “... ຫວຽດນາມ ມີຖານະບົດບາດພິເສດ “ຫາຍາກທີ່ສຸດ” ຍ້ອນວ່າບໍ່ມີຫຼາຍປະເທດທັງແມ່ນສະມາຊິກສະພາຄວາມໝັ້ນຄົງ ສປຊ ທັງແມ່ນປະທານກຸ່ມຫຼາຍຝ່າຍໃຫຍ່ຄືອາຊຽນ. ນີ້ຈະແມ່ນກາລະໂອກາດໃຫຍ່ສຳລັບຫວຽດນາມ”. ສ່ວນທ່ານ Koro Bessho, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຍີ່ປຸ່ນ ປະຈຳ ສປຊ ເວົ້າວ່າ: “... ຫວຽດນາມ ມີໄລຍະທາງປະຫວັດສາດສຳຄັນເມື່ອຕ້ອງຜ່ານຜ່າສົງຄາມ, ໄດ້ສ້າງສັນຕິພາບ ແລະພັດທະນາເສດຖະກິດເປັນໜ້າຈັບໃຈ. ບັນດາບົດຮຽນນັ້ນສ້າງໃຫ້ຫວຽດນາມ ມີຖານະບົດບາດຢູ່ສະພາຄວາມໝ້ັນຄົງ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຮັບຄ້ອນຕີປະທານອາຊຽນ ຈາກທ່ານ Prayuth Chan-ocha ນາຍົກລັດຖະມົນຕີໄທ. ພາບ: ສຳນັກຂ່າວສານຫວຽດນາມ.

ເມື່ອຫວນຄືນໄລຍະທາງໃນປີ 2019 ຜ່ານມາ, ສາມາດເວົ້າໄດ້ວ່າໃນປີທີ່ໂລກເຕັມໄປດ້ວຍການຜັນແປຫຼາຍຢ່າງ, ປະເທດຫວຽດນາມ  ກໍ່ກ້າວຂຶ້ນໄປທາງໜ້າ ແລະມີບັນດາບາດກ້າວພັດທະນາທີ່ເປັນໜ້າປະທັບໃຈ. ປີໜຶ່ງເຊິ່ງໂລກເອີ້ນວ່າປີຂອງການເກີດສົງຄາມດ້ານການຄ້າ. ການປະເຊີນໜ້າຂອງບັນດາພື້ນຖານເສດຖະກິດໃຫຍ່ລະຫວ່າງ ອາເມລິກາ-ຈີນ, ສ. ເກົາຫຼີ-ຍີ່ປຸ່ນ ມາຮອດປະຈຸບັນຍັງບໍ່ທັນມີສັນຍານຫຼຸດລົງເທື່ອ. ເມື່ອເວົ້າເຖິງປະໂຫຍກທີ່ຂ້າພະເຈົ້າຄັດສະເໜີຢູ່ຂ້າງເທິງ, ຂ້າພະເຈົ້າຄິດວ່າທ່ານ Koro Bessho ແມ່ນຜູ້ທີ່ເຂົ້າໃຈຢ່່າງເລິກເຊິ່ງກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາ ແລະສ້າງສາຂອງຊາດຫວຽດນາມ. ທ່ານຮູ້ວ່າສົງຄາມການຄ້າປີນຂັ້ນໄດລະຫວ່າງບັນດາພື້ນຖານໃຫຍ່ນັ້ນໄດ້ສ້າງສິ່ງທ້າທາຍຕ່າງໆຕໍ່ກັບບັນດາປະເທດຄືຫວຽດນາມ. ແຕ່ທ່ານກໍ່ຮູ້ວ່າຊາດຫວຽດນາມ ມີມູນເຊື້ອບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ!

ຊຸມເດືອນປີນີ້, ເລີ່ມແຕ່ບັນດາເວທີປາໄສເສດຖະກິດ, ເວທີປາໄສວິທະຍາສາດເຕັກໂນໂລຢີຕະຫຼອດຮອດຊີວິດການເປັນຢູ່ທາງດ້ານວັດຖຸ  ແລະຈິດໃຈຂອງປະຊາຊົນ, ທຸກໆມື້ພວກເຮົາໄດ້ລື້ງເຄີຍກັບຄຳວ່າ “ອັດສະລິຍະ”. ໄປເຂດອຸດສາຫະກຳ ຫຼືໄປເຂດຊົນນະບົດ, ກຳມະກອນ, ຊາວນາກໍ່ເວົ້າເຖິງ “ພະລັງງານອັດສະລິຍະ”, "ຕົວເມືອງອັດສະລິຍະ”... ເມື່ອການປະຕິວັດອຸດສາຫະກຳ 4.0 ໄດ້ປະກົດຕົວ, ຄົນເຮົາເຂົ້າໃຈວ່າຕົນເອງພວມສຳຜັດກັບສັງຄົມທີ່ໄດ້ເຄື່ອນໄຫວດ້ວຍພື້ນຖານບໍລິຫານເຕັກໂນໂລຢີປັນຍາປະດິດ. ນັ້ນແມ່ນມາດຕະການເພື່ອໃຫ້ຄົນເຮົາໄດ້ດຳລົງຊີວິດແບບສະຫຼາດໃນສະພາບແວດລ້ອມຊີວິດທີ່ສະຫຼາດ. ມີໃຜວາດພາບໄດ້ພຽງແຕ່ສອງທົດສະວັດກ່ອນແມ່ນໄດ້ເວົ້າເຖິງຫຸ່ນຍົນ, ພວກເຮົາພຽງແຕ່ຄິດວ່າມັນແມ່ນເຄື່ອງມືໂດຍຄົນປະດິດສ້າງເພື່ອມາຮັບໃຊ້ຄົນເຮົາ. ແຕ່ວ່າມາໃນປະຈຸບັນ, ຫຸ່ນຍົນນັ້ນໄດ້ກາຍເປັນ “ຄົນ” ແລະແມ່ນຄູ່ຮ່ວມງານຂອງຄົນ!

ມຸ່ງໄປເຖິງສິດມີຊີວິດທີ່ສະຫຼາດຂອງປະຊາຊົນແຕ່ລະຄົນ, ນັ້ນແມ່ນໝາກຜົນຂອງບັນດາບາດກ້າວເດີນທາງດ້ານວິທະຍາສາດ ແລະບັນດາລັດຖະນະໂຍບາຍຖືກຕ້ອງ, ທັນການຂອງພັກ, ລັດເຮົາ. ປີ 2019 ແມ່ນປີ “ເຊື່ອມຕໍ່ກັບປັນຍາຊົນຫວຽດນາມ” ດ້ວຍຄວາມມຸ່ງຫວັງຂອງປະເທດຊາດ. ລອງເບິ່ງຈາກເວທີປາໄສຊາວຫວຽດນາມ ມີອິດທິພົນຊື່ສຽງທີ່ໄດ້ຈັດຕັ້ງຂຶ້ນຢູ່ປະເທດຝະລັ່ງດ້ວຍຫົວຂໍ້ “ຍົກລະດັບເຄື່ອງໝາຍການຄ້າຫວຽດນາມ” ເຖິງ “ເວທີປາໄສຂັ້ນສູງ ແລະງານວາງສະແດງສາກົນກ່ຽວກັບການປະຕິວັດອຸດສາຫະກຳ 4.0-Industry 4.0 Summit 2019” ແມ່ນຈະເຫັນໄດ້ຢ່າງຈະແຈ້ງ. ພວກເຮົາໄດ້ໄປເຕົ້າໂຮມຢູ່ ປາຣີ ມີແຂກຖືກເຊີນເຂົ້າຮ່ວມ 200 ຄົນແມ່ນຊາວຫວຽດນາມ ມີອິດທິພົນຊື່ສຽງໃນທົ່ວໂລກໃນບັນດາຂົງເຂດແຕກຕ່າງກັນທີ່ມາຈາກ 25 ປະເທດ. ພວກເຮົາກໍ່ເຕົ້າໂຮມໄດ້ຜູ້ແທນຂັ້ນສູງ 2.500 ຄົນແມ່ນບັນດານັກຊ່ຽວຊານເຕັກໂນໂລຢີ, ວິສາຫະກິດທີ່ມາຈາກບັນດາປະເທດເຂົ້າຮ່ວມເຫດການຢູ່ຮ່າໂນ້ຍ. ເຊື່ອມຕໍ່ກັບປັນຍາຊົນຫວຽດນາມໃນທົ່ວໂລກດ້ວຍຄວາມມຸ່ງຫວັງຂອງປະເທດຊາດ ໄດ້ພິສູດໃຫ້ເຫັນແຜນນະໂຍບາຍໄກ່ເກ່ຍປອງດອງຊາດທີ່ຖືກຕ້ອງ ແລະຢັ້ງຢືນເສັ້ນທາງກໍ່ສ້າງ ແລະກ້າວຂຶ້ນຂອງປະເທດຊາດພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.

ດ້ວຍຜົນງານໃນຂົງເຂດການເມືອງ, ການພົວພັນຕ່າງປະເທດ, ເສດຖະກິດ... ໃນສາຍຕາຂອງເພື່ອນມິດສາກົນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ບັນດາຕົວເລກປະທັບໃຈຂອງຫວຽດນາມ ໄດ້ເວົ້າເຖິງສິ່ງເຫຼົ່ານັ້ນ: ການພົວພັນທາງການທູດກັບ 187 ປະເທດ; ເປັນສະມາຊິກຂອງກວ່າ 70 ອົງການຈັດຕັ້ງສາກົນ; ການຮ່ວມມືດ້ານເສດຖະກິດ-ການຄ້າກັບ 224 ປະເທດ ແລະເຂດແຄ້ວນ; ສັນຍາການຄ້າເສລີ (FTA) ໄດ້ລົງນາມ, ພວມເຈລະຈາກັບ 58 ຄູ່ຮ່ວມມືອາຊີ, ເອີລົບ, ທະວີບອາເມລິກາ ແລະຕາເວັນອອກກາງ... ສະເພາະຂົງເຂດເສດຖະກິດ, ທະນາຄານພັດທະນາອາຊີ (ADB) ອອກຄວາມເຫັນວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດມີການເຕີບໂຕທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປີ 2019.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຫົວໜ້າຄະນະທີ່ກອງປະຊຸມຂັ້ນສູງສັນຍາ RCEP ຄັ້ງທີ 3 ໃນລາຍການກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35. ພາບ: ສຳນັກຂ່າວສານຫວຽດນາມ.

ດ້ວຍຄວາມສະຫງຽມຈຽມຕົວ, ມີຄວາມເຊື່ອໝັ້ນຕົນເອງຕໍ່ກາລະໂອກາດ ແລະສິ່ງທ້າທາຍທຸກຢ່າງ, ມື້ນີ້ພວກເຮົາສາມາດເຫັນໄດ້ຮູບພາບຫວຽດນາມ ທີ່ໄວ້ເນື້ອເຊື່ອໃຈ ແລະຮັກແພງໃນດວງໃຈຂອງເພື່ອນມິດ. ພວກເຮົາມີສິດເອກອ້າງທະນົງໃຈພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່ຮອບດ້ານ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ທ່າແຮງ ແລະກຳລັງແຮງຂອງປະເທດໄດ້ຮັບການຍົກສູງຂຶ້ນ. ຫວຽດນາມ ກາຍເປັນຈຸດນັດພົບຂອງຫຼາຍເຫດການສຳຄັນຂອງໂລກ. ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ໃນຕົ້ນປີ 2019 ນັ້ນໄດ້ຖືວ່າແມ່ນການພົບປະມີລັກສະນະເປັນສັນຍາລັກ ເພື່ອແນໃສ່ຊອກຫາເສັ້ນທາງສັນຕິພາບຢູ່ “ນະຄອນເພື່ອສັນຕິພາບ”. ປີ 2019 ກໍ່ແມ່ນປີຈຸດນັດພົບຂອງນັກລົງທຶນຕ່າງປະເທດຫຼາຍຄົນມາລົງທຶນເຂົ້າຫວຽດນາມ. ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະການລົງທຶນຫວຽດນາມ) ຫາກໍ່ໃຫ້ຮູ້ວ່າ,  ການດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ໃນປີ 2019 ບັນລຸ 38,02 ຕື້ໂດລາສະຫະລັດ, ສູງທີ່ສຸດໃນຮອບ 10 ປີມໍ່ໆມານີ້.

ພວກເຮົາກ້າວຂຶ້ນຢ່າງເອກອ້າງທະນົງໃຈໃຕ້ຄັນທຸງທີ່ສະຫງ່າລາສີຂອງພັກ, ຂອງລຸງໂຮ່. ຍ້ອນວ່າພວກເຮົາໄດ້ມີຄວາມເຊື່ອໝັ້ນ ແລະຮັກແພງຕໍ່ພັກ, ເຊື່ອໝັ້ນຕົນເອງຜ່ານສິ່ງທ້າທາຍຫຼາຍຢ່າງ. ມື້ຫວຽດນາມ ກັບຄືນສູ່ສະພາຄວາມໝ້ັນຄົງ ສປຊ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານທີ່ວ່າ “ຫວຽດນາມ-ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ”: “...ນີ້ແມ່ນຄວາມຮັບຮູ້ສຳຄັນ ແລະຕີລາຄາສູງຂອງປະຊາຄົມສາກົນຕໍ່ກັບບົດບາດ ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນວຽກງານຂອງສາກົນ ແລະພາກພື້ນ. ສະແດງໃຫ້ເຫັນຖານະບົດບາດ, ອິດທິພົນຊື່ສຽງນັບມື້ນັບສູງຂອງຫວຽດນາມ ໃນເວທີສາກົນ...”

ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຊາດໜຶ່ງນັ້ນແມ່ນຊາດນັ້ນໄດ້ຮັບໄຊຊະນະ ແລະຮູ້ໄຊຊະນະຕົນເອງ!

ໂດຍ: ສົມເພັດ