ໃນບົດຂຽນນີ້, ຂ້າພະເຈົ້າຂໍຄັດສະເໜີບາງເລື່ອງລາວຂອງປະທານໂຮ່ຈິມິນ ເພື່ອຍົກໃຫ້ເຫັນແນວຄິດອັນໃຫຍ່ຫຼວງຂອງເພິ່ນກ່ຽວກັບຄຸນຄ່າຂອງຄວາມສາມັກຄີ, ເອກະພາບພາຍໃນພັກ, ແລະກວ້າງກວ່າແມ່ນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະຄວາມສາມັກຄີສາກົນກັບອ້າຍນ້ອງ, ເພື່ອນມິດໃນທົ່ວຫ້າທະວີບ. ສຳລັບລຸງໂຮ່, ຄວາມສາມັກຄີ, ເອກະພາບບໍ່ພຽງແຕ່ແມ່ນກຳລັງແຮງດ້ານຈິດໃຈເທົ່ານັ້ນ, ຫາກຍັງແມ່ນກຳລັງດ້ານວັດຖຸທີ່ໃຫຍ່ຫຼວງອີກດ້ວຍ.

leftcenterrightdel
ລຸງໂຮ່ ຕີຈັງຫວະບົດເພງ “ສາມັກຄີ”. ພາບ: ເລີມຮົ່ງລອງ.

ກ່ຽວກັບຄວາມສາມັກຄີ, ເອກະພາບພາຍໃນພັກ

ເວົ້າເຖິງວັນສ້າງຕັ້ງພັກ, ລຸງໂຮ່, ດ້ວຍນາມປາກກາ ເຈິ່ນຖັ໊ງເລິ້ຍ, ໃນບົດໜັງສືພິມໂດຍພັກເຮົາຂຽນໃນປີ 1949, ເລົ່າຄືນວ່າ: ປີ 1929, ເມື່ອສະຫາຍ ຫງວຽນອ໊າຍກ໊ວກ ບໍ່ຢູ່ໃນປະເທດ, ສະມາຄົມຊາວໜູ່ມປະຕິວັດຫວຽດນາມ ຈັດຕັ້ງກອງປະຊຸມຢູ່ຮົ່ງກົງ. ບັນດາຜູ້ແທນພາກເໜືອຫວຽດນາມ ສະເໜີຈັດຕັ້ງພັກກອມມູນິດ, ແຕ່ຖືກປະຕິເສດໄດ້ກັບຄືນປະເທດບໍ່ເຂົ້າຮ່ວມກອງປະຊຸມອີກ.

ຫຼັງຈາກນັ້ນ, ໃນປະເທດຄ່ອຍໆສ້າງຕັ້ງສາມກຸ່ມກອມມູນິດ: ພັກກອມມູນິດອິນດູຈີນ, ພັກກອມມູນິດອານນາມ ແລະ ສະຫະພັນກອມມູນິດອິນດູຈີນ.

ປະເທດໜຶ່ງແຕ່ມີສາມພັກກອມມູນິດ. ທັງສາມກຸ່ມລ້ວນແຕ່ເຂົ້າໃຈວ່າຄືແນວນັ້ນແມ່ນບໍ່ຖືກ. ໝູ່ມະຫາຊົນລ້ວນແຕ່ເຂົ້າໃຈວ່າຄືແນວນັ້ນແມ່ນບໍ່ຖືກ. ທັງສາມກຸ່ມລ້ວນແຕ່ຊອກຫາວິທີເພື່ອທ້ອນໂຮມເປັນເອກະພາບ. ແຕ່ຍ້ອນພະຍາດໃຈແຄບ ແລະວິທີເຮັດບໍ່ຄ່ອງແຄ້ວ, ສະນັ້ນຍິ່ງປາດຖະໜາຢາກໄດ້ໃກ້ກັນ, ຍິ່ງຖືກຫ່າງໄກກັນ.

ທ້າຍປີ 1929, ສະຫາຍ ຫງວຽນອ໊າຍກ໊ວກ ກັບຄືນຈີນ, ພ້ອມກັບຜູ້ແທນບັນດາກຸ່ມໄຂກອງປະຊຸມຢູ່ຮົ່ງກົງ...

ພາຍຫຼັງການປຶກສາຫາລືຢ່າງຟົດຟ້ືນ ແລະພາຍຫຼັງຮັບຟັງຄຳອະທິບາຍຢ່າງຈະແຈ້ງຂອງສະຫາຍ ຫງວຽນອ໊າຍກ໊ວກ, ທຸກຄົນລ້ວນແຕ່ເຫັນດີເປັນເອກະພາບໂຮມສາມກຸ່ມກອມມູນິດເປັນພັກໜຶ່ງດຽວ.

ຍ້ອນເຫດນັ້ນ, ພັກເຮົາໄດ້ຮັບການສ້າງຕັ້ງ”.

ໃນບົດຂຽນ, ລຸງໂຮ່ ຍັງຂຽນວ່າ: “ຄວາມເປັນເອກະພາບເຮັດໃຫ້ສະມາຊິກພັກ ແລະໝູ່ມະຫາຊົນໃນທົ່ວປະເທດ ມ່ວນຊື່ນທີ່ສຸດ ແລະຈູບຈ້າວຫ້າວຫັນຕື່ມ. ຍ້ອນແນວນັ້ນພັກເຮົາ ໄດ້ຮັບການພັດທະນາໂດຍໄວ, ເຄື່ອນໄຫວຢ່າງແຮງ. ນັບແຕ່ຄາວນັ້ນເປັນຕົ້ນໄປ, ຂະບວນການປະຕິວັດຢູ່ປະເທດຫວຽດນາມ ລ້ວນແຕ່ພາຍໃຕ້ການນຳພາຂອງພັກເຮົາ”.

ສະນັ້ນ, ນັບແຕ່ຄາວເລີ່ມຕົ້ນການກໍ່ສ້າງພັກ, ຜູ້ນຳ ຫງວຽນອ໊າຍກ໊ວກ ໄດ້ຖືບົດຮຽນກ່ຽວກັບຄວາມສາມັກຄີ, ເອກະພາບພາຍໃນພັກເປັນສຳຄັນທ່ີສຸດ.

ປີ 1947, ດ້ວຍບົດປະພັນປ່ຽນແປງແບບແຜນເຮັດວຽກ, ບົດປະພັນທີ່ມີຄຸນຄ່າອັນເລິກເຊິ່ງ, ຍາວນານກ່ຽວກັບການກໍ່ສ້າງພັກ, ລຸງໂຮ່ ຕຳໜິຕິຊົມກ່ຽວກັບພະຍາດໃຈແຄບ, ນັ້ນແມ່ນຄວາມຂາດຕົກບົກພ່ອງກ່ຽວກັບການພົວພັນພາຍໃນພັກ ແລະນອກພັກ.

ລຸງໂຮ່ ຂຽນວ່າ “ພະຍາດນີ້ອັນຕະລາຍທີ່ສຸດ, ແຕ່ຍັງມີພະນັກງານ, ສະມາຊິກພັກ ຫຼາຍຄົນຕິດພະຍາດນີ້ຢູ່. ຢູ່ພາຍໃນພັກ, ພະຍາດນີ້ໄດ້ຈະກີດຂວາງຄວາມເປັນເອກະພາບ ແລະສາມັກຄີຂອງພັກ. ຢູ່ນອກພັກ, ພະຍາດນີ້ຈະທຳລາຍຄວາມສາມັກຄີທ່ົວປວງຊົນ”.

ສາມັກຄີແມ່ນມູນເຊື້ອອັນລ້ຳຄ່າທີ່ສຸດຂອງພັກ ແລະຂອງປະຊາຊົນຫວຽດນາມ. ບັນດາສະຫາຍນັບແຕ່ສູນກາງຮອດບັນດາໜ່ວຍພັກຕ້ອງຮັກສາຄວາມສາມັກຄີຂອງພັກຄືຮັກສາແກ້ວຕາຂອງຕົນ”.

ສຳລັບຄວາມສາມັກຄີທົ່ວປວງຊົນທັງຊາດ

ພາຍຫຼັງຮັບການສ້າງຕັ້ງ, ພັກເຮົາໄດ້ຈັດຕັ້ງບັນດາອົງການຈັດຕັ້ງມະຫາຊົນກຳມະກອນ, ຊາວນາ, ຊາວໜຸ່ມ, ແມ່ຍິງເພື່ອລະດົມກຳລັງໃຈທຸກກຳລັງຂອງປະຊາຊົນເຂົ້າຮ່ວມ ແລະສະໜັບສະໜູນການປະຕິວັດ.

ປີ 1941, ແນວໂຮມຫວຽດມິນ ກຳເນີດ, ລວມມີບໍ່ພຽງແຕ່ບັນດາອົງການຈັດຕັ້ງມະຫາຊົນກຳມະກອນ, ຊາວນາ, ຊາວໜູ່ມ, ແມ່ຍິງເທົ່ານັ້ນຫາກຍັງມີວົງການປັນຍາຊົນ ແລະບັນດາອົງການຈັດຕັ້ງຊົນເຜົ່າ, ສາສະໜາ. ບັນດາພັກປະຊາທິປະໄຕ ແລະສັງຄົມກໍ່ຢືນຢູ່ໃນຖັນແຖວການປະຕິວັດອີກດ້ວຍ.

ໃນໜັງສືພິມຫວຽດນາມ ເອກະລາດຂອງຫວຽດມິນ, ລຸງໂຮ່ ແຕ່ງບົດກະວີ:

“ຫວຽດນາມ ເອກະລາດ” ເປົ່າແຄນ/ຮຽກຮ້ອງປະຊາຊົນເຮົາທັງຜູ້ໜຸ່ມຜູ້ເຖົ້າ/ສາມັກຄີຍືນຍົງຄືກ້ອນເຫຼັກ/ເພື່ອພ້ອມກັນກູ້ເອົາປະເທດເຮົາ”.

ເດືອນທັນວາ 1946, ການຕໍ່ຕ້ານລະເບີດຂຶ້ນໃນທົ່ວປະເທດ, ລຸງໂຮ່ ອອກຄຳຮຽກຮ້ອງ:

“ພໍ່ແມ່ປະຊາຊົນທີ່ຮັກແພງ!

ພວກເຮົາ ຕ້ອງລຸກຮືຂຶ້ນ!

ບໍ່ວ່າຜູ້ຊາຍ, ຜູ້ຍິງ, ບໍ່ວ່າຜູ້ເຖົ້າ, ຜູ້ໜຸ່ມ, ບໍ່ຈຳແນກສາສະໜາ, ພັກຝ່າຍ, ຊົນຊາດ. ແມ່ນຄົນຫວຽດນາມ ຕ້ອງລຸກຮືຂຶ້ນຕີພວກລ່າເມືອງຂຶ້ນຝະລັ່ງເພື່ອກູ້ເອົາປະເທດ. ຜູ້ໃດມີປືນນຳໃຊ້ປືນ. ຜູ້ໃດມີດາບນຳໃຊ້ດາບ, ບໍ່ມີດາບນຳໃຊ້ຈົກ, ສຽມ, ໄມ້ຄ້ອນ. ໃຜກໍ່ຕ້ອງອອກກຳລັງຕ້ານພວກລ່າເມືອງຂຶ້ນຝະລັ່ງກູ້ຊາດ”.

ເດືອນເມສາ  1961, ແນວໂຮມປະເທດຊາດ ຈັດຕັ້ງກອງປະຊຸມ ຄັ້ງທີ 2. ໂອ້ລົມຢ່າງສະໜິດສະໜົມທີ່ກອງປະຊຸມໃຫຍ່, ລຸງໂຮ່ ຢັ້ງຢືນວ່າ “ແນວໂຮມຂອງປະຊາຊົນສາມັກຄີ ຢ່າງແໜ້ນແຟ້ນ ແລະກວ້າງຂວາງແມ່ນກຳລັງຈະຮັບໄຊຊະນະຢ່າງແນ່ນອນ”. ເພິ່ນ ກໍ່ສະຫຼຸບການໂອ້ລົມດ້ວຍຄຳເວົ້າອະມະຕະ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ/ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”.

ສຳລັບຄວາມສາມັກຄີສາກົນ

ປີ 1951, ທີ່ກອງປະຊຸມໃຫຍ່ເອກະພາບຫວຽດມິນ-ລຽນຫວຽດ, ໃນບົດກ່າວປາໄສໄຂກອງປະຊຸມໃຫຍ່, ຊົມເຊີຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່, ລຸງໂຮ່ ເວົ້າວ່າ:

“ຂ້າພະເຈົ້າຮູ້ສຶກສະໜຸກສະໜານກ່ວາຍ້ອນວ່ານັບແຕ່ນີ້ເປັນຕົ້ນໄປພໍ່ພຽງແຕ່ແມ່ນທົ່ວປວງຊົນຫວຽດນາມ ມະຫາສາມັກຄີເທົ່ານັ້ນ, ຫາກຍັງທົ່ວປວງຊົນສອງປະເທດອ້າຍນ້ອງແມ່ນກຳປູເຈຍ ແລະລາວ ກໍ່ຮ່ວມກັນໄປເຖິງມະຫາສາມັກຄີ. ຂ່າວດີຂ່າວມ່ວນກ່ຽວກັບຄວາມມະຫາສາມັກຄີຂອງສອງຊາດອ້າຍນ້ອງນັ້ນໂດຍບັນດາຜູ້ແທນກຳປູເຈຍ, ລາວ ນຳມາໃຫ້ພວກເຮົາ.

ຈັ່ງຊັ້ນແມ່ນຊາດຫວຽດນາມ ມະຫາສາມັກຄີ, ຊາດກຳປູເຈຍ ມະຫາສາມັກຄີ, ຊາດລາວ ມະຫາສາມັກຄີ. ໃນຕໍ່ໜ້າພວກເຮົາຈະໄປເຖິງຫວຽດ-ມຽນ-ລາວ ມະຫາສາມັກຄີຢ່າງແນ່ນອນ”.

ປີ 1969, ໃນພິໄນກໍາ, ລຸງໂຮ່ ຂຽນວ່າ: “ຂ້າພະເຈົ້າ ຫວັງວ່າພັກເຮົາຈະອອກແຮງເຄື່ອນໄຫວ, ປະກອບສ່ວນຢ່າງໄດ້ການໄດ້ງານເຂົ້າໃນວຽກງານຟື້ນຟູກຸ່ມກ້ອນສາມັກຄີລະຫວ່າງບັນດາພັກອ້າຍນ້ອງບົນພື້ນຖານລັດທິມາກ-ເລນິນ ແລະລັດທິສາກົນກຳມະຊີບຄືນ, ສົມເຫດສົມຜົນ”.

ສາມັກຄີກັບບັນດາປະເທດເອກະລາດຊົນຊາດ ແລະຂະບວນການປົດປ່ອຍຊາດແມ່ນທິດທາງຍຸດທະສາດຂອງພັກເຮົາ ເຊິ່ງລຸງໂຮ່ ແມ່ນຜູ້ດີເດັ່ນທີ່ສຸດ.

ພາຍຫຼັງສົງຄາມໂລກ ຄັ້ງທີ 2, ໂລກແບ່ງອອກເປັນສອງຝ່າຍ: ຝ່າຍໜຶ່່ງແມ່ນທຶນນິຍົມຈັກະພັດ ແລະຝ່າຍໜຶ່ງແມ່ນລັດທິສັງຄົມນິຍົມ; “ຢູ່ກາງ” ແມ່ນຂະບວນການເອກະລາດຊົນຊາດ, ເວົ້າກວ້າງແມ່ນຂະບວນການບໍ່ຮ່ວມກຸ່ມ. ຫວຽດນາມ ທັງຢືນຢູ່ໃນຝ່າຍລັດທິສັງຄົມນິຍົມ, ທັງແມ່ນນັກຮົບປະຈັນບານຂອງຂະບວນການເອກະລາດຊົນຊາດ, ສະມາຊິກຫຼັກແຫຼ່ງຂອງກຳລັງບໍ່ຮ່ວມກຸ່ມ. ຫວຽດນາມ ຢຶດໝັ້ນຕ້ານບັນດາອິດທິກຳລັງຈັກກະພັດ, ລ່າເມືອງຂຶ້ນ, ແຕ່ຍັງຄົງຖືປະຊາຊົນບັນດາປະເທດນັ້ນແມ່ນເພື່ອນມິດ.

ຄວາມເປັນຈິງນັ້ນສະແດງໃຫ້ເຫັນວ່າ, ເປັນຫຍັງຫວຽດນາມ ຈຶ່ງມີນ້ຳໃຈສາມັກຄີສາກົນຢ່າງເຕັມປ່ຽມຄືແນວນັ້ນ!

ໂດຍ: ແສງເດືອນ