ນັກຂ່າວ: ຂໍຮຽນທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ນີ້ກໍ່ແມ່ນເຫດການໂດຍບັງເອີນ ຫຼື ບໍ່? ເມື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກໃນແຕ່ລະປີກົງກັບໂອກາດປະເທດຊາດກ້າວເຂົ້າສູ່ລະດູບານໃໝ່ ແລະໃນສະຕິຮູ້ສຶກຂອງປະຊາຊົນແຕ່ລະຄົນ: ພັກແມ່ນລະດູບານໃໝ່, ພັກເປີດອອກລະດູບານໃໝ່, ພັກນຳເອົາລະດູບານໃໝ່ມາໃຫ້ແກ່ປະເທດຊາດ?

leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ຫງວຽນຕ໊ວນຮຸຍ.

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ກ້າວເຂົ້າສູ່ປີ 2020 ແມ່ນຄົບຮອບ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມທີ່ມີກຽດສະຫງ່າ. ປະຫວັດສາດຂອງປະເທດ ໄດ້ບັນທຶກໄລຍະທາງ 9 ທົດສະວັດແຫ່ງການສ້າງຕັ້ງ, ເຕີບໃຫຍ່ຂະຫຍາຍຕົວຂອງພັກກໍ່ແມ່ນ 90 ລະດູບານໃໝ່ທີ່ຊາດເຮົາມີພັກ ນຳພາ, ນຳພາລະກິດແຫ່ງການປະຕິວັດຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.

ນັ້ນອາດຈະແມ່ນການຈັດວາງ ແລະການສ້າງຂຶ້ນຂອງປະຫວັດສາດ, ກໍ່ແມ່ນກົດເກນໃນວິວັດທະນາການພັດທະນາກ້າວຂຶ້ນຂອງການປະຕິວັດຫວຽດນາມ. ພັກກໍາເນີດໃນລະດູບານໃໝ່, ຕິດພັນກັບລະດູບານໃໝ່ບາງເທື່ອກໍ່ອາດຈະແມ່ນເຈດຈຳນົງ ແລະຄວາມຕັດສິນໃຈດ້ານການເມືອງຂອງບັນດາການນຳອາວຸໂສປະຕິວັດຫວຽດນາມ ສ້າງຕັ້ງພັກກອມມູນິດຫວຽດນາມ.

ລະດູບານໃໝ່ປີ 1930, ຜູ້ນຳ ຫງວຽນອ໊າຍກ໊ວກ, ໄດ້ເປັນປະທານກອງປະຊຸມໂຮມ 3 ອົງການຈັດຕັ້ງກອມມູນິດຢູ່ຫວຽດນາມ ແລະອິນດູຈີນ ເຂົ້າກັນນັ້ນແມ່ນພັກກອມມູນິດອິນດູຈີນ,  ພັກກອມມູນິດອານນາມ, ພັກກອມມູນິດອິນດູຈີນສະຫະພັນ, ກາຍເປັນອົງການຈັດຕັ້ງກອມມູນິດໜຶ່ງດຽວ, ນຳພາການປະຕິວັດແມ່ນພັກກອມມູນິດຫວຽດນາມ. ຜ່ານບັນດາການຜັນແປຂອງປະຫວັດສາດ, ເສັ້ນທາງກ້າວຂຶ້ນຂອງຊາດຫວຽດນາມ ຈາກລະດູບານໃໝ່ນັ້ນມາຮອດປັດຈຸບັນ ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ລຳບາກກາກກຳຫຼາຍຢ່າງກໍ່ຕາມ, ແຕ່ວ່າພາຍໃຕ້ການນຳພາຂອງພັກ, ຊາດເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກໍາຫຼາຍຢ່າງ ເພື່ອເອກອ້າງທະນົງໃຈເດີນຕາມເສັ້ນທາງສັນຕິພາບສວຍງາມ, ສົດໃສ ແລະສະຫວາດສະເຫວີຍຄືໃນປະຈຸບັນ.

90 ປີນັບແຕ່ເມື່ອມີພັກ, 75 ປິີແຫ່ງວັນສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ) ແລະ 45 ປີແຫ່ງວັນທ້ອນໂຮມປະເທດຫວຽດນາມ ເປັນເອກະພາບ, ແຕ່ລະລະດູບານໃໝ່ທີ່ມີພັກແມ່ນລະດູແຫ່ງຄວາມຜາສຸກ, ປອດໄພ, ເບີກບານມ່ວນຊື່ນຕໍ່ກັບປະຊາຊົນແຕ່ລະຄົນ ແລະຄອບຄົວຂອງຊາວຫວຽດນາມ. ສິ່ງເຫຼ່ົານັ້ນໄດ້ອະທິບາຍວ່າເປັນຫຍັງພັກກອມມູນິດຫວຽດນາມ ຈຶ່ງກາຍເປັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຂອງຊາດ; ແມ່ນອົງການຈັດຕັ້ງນຳໜ້າໜຶ່ງດຽວທີ່ໄດ້ຮັບການເຊີດຊູຈາກໝູ່ມະຫາຊົນ, ເອີ້ນດ້ວຍຄວາມຮັກແພງ ແລະສະໜິດສະໜົມວ່າ “ພັກເຮົາ!".

ນັກຂ່າວ: ສະນັ້ນຜົນງານໃຫຍ່ຫຼວງທ່ີສຸດ ເຊິ່ງພັກເຮົາບັນລຸໄດ້ໃນ 9 ທົດສະວັດຜ່ານມາແມ່ນຫຍັງ ຂໍຮຽນທ່ານ?

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ທົບທວນຄືນຜົນງານການປະຕິວັດນັ້ນແມ່ນມີຫຼາຍສິ່ງຫຼາຍຢ່າງທີ່ສຸດ ແລະສາມາດຂຽນເປັນບົດບັນທຶກປະຫວັດສາດໄດ້ນັບພັນເຫຼັ້ມ, ແຕ່ສະຫຼຸບແລ້ວ: ຜົນງານອັນໃຫຍ່ຫຼວງທີ່ສຸດແມ່ນພັກເຮົາຍາມໃດກໍ່ປະຕິບັດສຳເລັດພາລະກຳໃນການນຳພາ ພາລະກິດປະຕິວັດ, ນຳເອົາເອກະລາດມາໃຫ້ປະເທດຊາດ, ນຳເອົາເຂົ້າເອົານ້ຳ, ເຄື່ອງນຸ່ງຫົ່ມ, ນຳເອົາເອກະລາດ, ຄວາມຜາສຸກມາໃຫ້ປະຊາຊົນຫວຽດນາມ ແລະປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເສີມສ້າງສັນຕິພາບ, ພັດທະນາໃນໂລກ.

90 ປີທີ່ຜ່ານຜ່າໄລຍະທາງແຕກຕ່າງກັນ ແລະເຕັມໄປດ້ວຍຂວາກໝາມ, ແຕ່ວ່າພັກເຮົາກໍ່ໄດ້ນຳປະເທດຫວຽດນາມ ຈາກເຄິ່ງສັກດິນາ, ຫົວເມືອງຂຶ້ນ, ຂາດເຂີນອຶດຢາກ, ກາຍເປັນປະເທດພັດທະນາມີທ່າແຮງ ແລະມີກຳລັງແຮງ, ມີອິດທິພົນຊື່ສຽງໃນເວທີສາກົນ. ຖານະບົດບາດຂອງພັກກໍ່ຍ້ອນສິ່ງດັ່ງກ່າວນັ້ນຈຶ່ງໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກພັກນຳພາການປະຕິວັດເຖິງພັກກຳອຳນາດ, ນຳພາການສ້າງສາປະເທດຊາດ, ປ່ຽນແປງໃໝ່ຢ່າງບຸກທະລຸດ້ວຍບັນດາຜົນງານທີ່ເປັນໜ້າປະທັບໃຈ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກສາກົນ. ພ້ອມກັນນັ້ນ, ພັກເຮົາກໍ່ເປັນເຈົ້າການ, ຕັ້ງໜ້າຮ່ວມມື, ເຊື່ອມໂຍງເຂົ້າກັບສາກົນເພື່ອປະເທດຊາດໝ້ັນຄົງເຂັ້ມແຂງ ແລະວັດທະນາຖາວອນ, ເພື່ອພື້ນຖານສັນຕິພາບ, ມິດຕະພາບ, ການຮ່ວມມື ແລະເພື່ອຄວາມກ້າວໜ້າ, ສະເໝີພາບ, ພັດທະນາຂອງມວນມະນຸດ.

ນັກຂ່າວ: ໃນປີ 2019 - ປີທີ 89 ຂອງພັກເຮົາ, ຕາມທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລ້ວພັກເຮົາ ບັນລຸໄດ້ບັນດາຜົນງານໃດແດ່ທີ່ເປັນໜ້າຮັບຮູ້ທີ່ສຸດ ຂໍຮຽນທ່ານ?

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ປີ 2019 ແມ່ນປີທີ່ປະສົບຜົນສຳເລັດຫຼາຍຢ່າງ, ດ້ວຍຫຼາຍຄາດໝາຍ, ເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ປະຕິບັດສໍາເລັດກ່ອນ ຫຼື ຖືກຕ້ອງຕາມຄວາມຄືບໜ້າ. ປີ 2019 ກໍ່ແມ່ນປີສໍາເລັດບັນດາເປົ້າໝາຍແຜນການພັດທະນາ ເຊິ່ງ ພັກ ແລະລັດວາງອອກໄດ້ຢ່າງມີໄຊ, ຄື: ເສດຖະກິດພັດທະນາກະໂດດຂັ້ນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນຢ່າງມີສະຖຽນລະພາບ, ຄວາມໝັ້ນຄົງໜັກແໜ້ນ; ບັນດາຂົງເຂດວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ... ລ້ວນແຕ່ມີບັນດາບາດກ້າວຢ່າງເປັນໜ້າປະທັບໃຈ. ສິ່ງທີ່ຕ້ອງເວົ້າເຖິງນັ້ນແມ່ນທີ່ຕັ້ງ, ຖານະບົດບາດ, ອິດທິພົນຊື່ສຽງຂອງພັກ ແລະປະເທດຊາດ ໄດ້ຮັບການຍົກລະດັບໃນຫຼາຍດ້ານ. ຢູ່ທີ່ນີ້, ຂໍເນັ້ນໜັກພຽງແຕ່ສອງໝາກຜົນເທົ່ານັ້ນທີ່ຖືວ່າເປັນໜ້າປະທັບໃຈທີ່ສຸດ:

ທີໜຶ່ງ, ພາຍຫຼັງມີແຜນນະໂຍບາຍຫຼາຍສະບັບ, ມາດຕະການກໍ່ສ້າງພັກທີ່ຖືກຕ້ອງຂອງສູນກາງຜ່ານຫຼາຍອາຍຸການນັ້ນ, ມາຮອດປະຈຸບັນ, ພັກເຮົາມີຄວາມໝັ້ນຄົງເຂັ້ມແຂງກວ່າ, ປອດໃສກວ່າ. ພາຍໃນພັກ ແລະລະບົບການເມືອງມີຄວາມສາມັກຄີກັນກວ່າ, ກະທັດຮັດ, ມີປະສິດທິຜົນ ແລະປະສິດທິພາບກວ່າ. ພ້ອມກັນນັ້ນ, ຖັນແຖວພະນັກງານໄດ້ຮັບການຝຶກຝົນຫຼໍ່ຫຼອມ, ສຶກສາອົບຮົມຢ່າງເຂັ້ມງວດຈາກສູນກາງ ແລະຂັ້ນຕ່າງໆ ສະນັ້ນໄດ້ກຳນົດຢ່າງຄົບຖ້ວນກ່ຽວກັບພາລະໜ້າທີ່, ການອຸທິດ, ນໍ້າໃຈເສຍສະຫຼະເພື່ອພັກ, ເພື່ອປະເທດ, ເພື່ອປະຊາຊົນ. ພະນັກງານທຸກຂັ້ນໄດ້ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ. ກໍ່ຍ້ອນເຫດນັ້ນຄວາມສາມາດໃນການນຳພາຂອງພັກ ຈຶ່ງໄດ້ຮັບການຍົກສູງຂຶ້ນ; ກຳລັງແຮງສູ້ຮົບຂອງບັນດາອົງການຈັດຕັ້ງພັກ ໄດ້ຮັບການເພີ່ມທະວີ; ຄຸນສົມບັດສິນທໍາປະຕິວັດໄດ້ຮັບການເພີ່ມພູນຄູນສ້າງຢ່າງດີງາມ.

ທີສອງ, ແມ່ນຜົນສຳເລັດຂອງການປະຕິວັດອັນໃຫຍ່ຫຼວງທີ່ສຸດ, ແມ່ນປະຊາຊົນຫວຽດນາມ ໄດ້ຍົກສູງຈິດໃຈປະຕິບັດຄວາມສາມັກຄີຢ່າງກວ້າງຂວາງ. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະລະບົບການເມືອງໄດ້ຮັບການປັບປຸງຢ່າງໝັ້ນຄົງໜັກແໜ້ນ; ສະຕິຮູ້ສຶກຂອງພົນລະເມືອງ ແລະຄວາມຮັບຜິດຊອບຕໍ່ການອຸທິດໃຫ້ແກ່ປະຊາຄົມ,  ສັງຄົມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ທຸກຊັ້ນວັນນະ, ພາກສ່ວນຂອງສັງຄົມ ແລະພົນລະເມືອງຫວຽດນາມແຕ່ລະຄົນ.

ເວົ້າລວມແລ້ວ: ຜົນງານອັນໃຫຍ່ຫຼວງທ່ີສຸດແມ່ນພັກເຮົາໄດ້ວາງແຜນກຳນົດບັນດາແຜນນະໂຍບາຍ, ນະໂຍບາຍ; ລະດົມໄດ້ອາລົມຈິດ, ສະຕິປັນຍາ ແລະກຳລັງແຮງຂອງທົ່ວປວງຊົນ; ໄດ້ຮັບຄວາມເຊື່ອໝັ້ນ ແລະຮັກແພງຈາກປະຊາຊົນ; ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020, ຕາງໜ້າການນຳພັກ ແລະລັດຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳຂອບອົກຂອບໃຈເຖິງພົນລະເມືອງຫວຽດນາມ ທຸກໆຄົນ, ຂໍສົ່ງຄຳອວຍພອນປີໃໝ່ເຖິງທຸກຄອບຄົວຫວຽດນາມ ທີ່ພວມດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ ແລະໃນໂລກຈົ່ງຢູ່ດີມີແຮງ, ມີຄວາມຢູ່ເຢັນເປັນສຸກ ແລະວັດທະນາຖາວອນ.

ກໍ່ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນປິໃໝ່ເຖິງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ-ບັນດາທະຫານປະຕິວັດໃນຖັນແຖວຂອງກອງທັບທຸກຖ້ວນໜ້າດ້ວຍໄລຍະທາງແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວກວ່າ 75 ປີ-ກອງທັບປະຕິວັດ, ວິລະຊົນ “ຮົບຮ້ອຍຄັ້ງກໍ່ຊະນະຮ້ອຍຄັ້ງ” ເຊິ່ງໄດ້ຮັບຄວາມເຊື່ອໝັ້ນ ແລະຮັກແພງຈາກພັກ, ລັດ ແລະປະຊາຊົນ!

leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງພົບປະກັບບັນດາຕົວແບບດີເດັ່ນທົ່ວປະເທດໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງໄລຍະ 2009-2019. ພາບ: ຫງວຽນຕ໊ວນຮຸຍ.

ນັກຂ່າວ: ປີ 2020 ແມ່ນປີສຳຄັນທີ່ສຸດ-ປີມ້ວນທ້າຍແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ໄດ້ສົ່ງສານໃດແດ່ເຖິງພະນັກງານ, ສະມາຊິກພັກ ແລະປະຊາຊົນ?

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ກ້າວເຂົ້າສູ່ປີໃໝ່, ໜ້າທີ່ທຳອິດຂອງທົ່ວພັກ ແລະຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ຕ້ອງຕັ້ງໜ້າ, ຮີບເຮັ່ງກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໃຫ້ປະສົບຜົນສຳເລັດ. ນີ້ແມ່ນໜ້າທີ່ສຳຄັນທີ່ສຸດ, ກໍ່ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ ແລະທົ່ວປວງຊົນ; ນັບແຕ່ການກະກຽມເອກະສານ, ບຸກຄະລາກອນຕະຫຼອດຮອດການຈັດຕັ້ງກອງປະຊຸມໃຫຍ່. ບັນດາເອກະສານ, ໂດຍສະເພາະແມ່ນບົດລາຍງານການເມືອງ-ເອກະສານສຳຄັນຂອງແຕ່ລະກອງປະຊຸມໃຫຍ່ເຖິງເລື່ອງສຳຄັນແມ່ນກະກຽມບຸກຄະລາກອນ-ຖັນແຖວບຸກຄະລາກອນໃຫ້ແກ່ຊຸດໃໝ່ຢູ່ແຕ່ລະຂັ້ນ. ຍ້ອນແນວນັ້ນ, ຕ້ອງສືບຕໍ່, ເຮັດວຽກງານພະນັກງານເປັນປະຈຳ; ພ້ອມທັງປະຕິບັດໃຫ້ສຳເລັດຂັ້ນຕອນ, ຂໍ້ກຳນົດ, ກົດລະບຽບທີ່ກ່ຽວຂ້ອງເຖິງວຽກງານບຸກຄະລາກອນ ແລະຄຸ້ມຄອງຖັນແຖວພະນັກງານຢ່າງມີປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ. ເພີ່ມທະວີການແບ່ງຂັ້ນຕິດພັນກັບການກວດກາ, ຕິດຕາມກວດກາ, ຄວບຄຸມສິດອຳນາດຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນວຽກງານຈັດຕັ້ງ, ພະນັກງານ. ຍິ່ງກວ່າເວລາໃດໝົດ, ພະນັກງານ, ສະມາຊິກພັກ, ມະຫາຊົນແຕ່ລະຄົນຕ້ອງຍົກສູງຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈກັນຄົ້ນພົບ, ສະເໜີຜູ້ທີ່ມີຄວາມເກັ່ງກ້າສາມາດໃຫ້ພັກ.

ກໍ່ຕ້ອງຈົດຈຳໄວ້ວ່າ, ພ້ອມກັບວິວັດການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງສຸມໃສ່ກຳລັງແຮງເຂົ້າໃນການຊີ້ນຳ, ນຳພາ, ສູ້ຊົນຍູ້ໄວ, ຍູ້ແຮງ,  ເພື່ອສຳເລັດບັນດາຄາດໝາຍ, ເປົ້າໝາຍ, ໜ້າທີ່ ເຊິ່ງກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນໃນອາຍຸການກ່ອນວາງອອກ, ປະກອບສ່ວນປະຕິບັດສຳເລັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ຢ່າງມີິໄຊ.

ກ່ຽວກັບວຽກງານພົວພັນຕ່າງປະເທດ, ປະຕິບັດບົດບາດເປັນປະທານອາຊຽນ 2020 ແລະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ແລະຫຼາຍເຫດການການເມືອງສໍາຄັນຕ່າງໆໃຫ້ເປັນຢ່່າງດີ.

90 ປີຜ່ານພົ້ນໄປ, ພັກເຮົາ-ເຊິ່ງແມ່ນພັກ ໂດຍລຸງໂຮ່ ທີ່ແສນເຄົາລົບຮັກສ້າງຂຶ້ນ, ຝຶກຝົນຫຼໍ່ຫຼອມ ແລະພັດທະນາຍັງບໍ່ມີຈັກເທື່ອທີ່ເຫີນຫ່າງຈາກເປົ້າໝາຍສູງສຸດຂອງຕົນ, ນັ້ນແມ່ນ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ. ປີ 2020 ແລະຕະຫຼອດວິວັດການສືບທອດການປະຕິວັດໃນອະນາຄົດ, ດ້ວຍມູນເຊື້ອອັນສະຫງ່າລາສີ, ຜົນງານປະຕິວັດອັນໃຫຍ່ຫຼວງ ແລະທາດແທ້ອັນດີງາມ, ພັກເຮົາຈະສືບຕໍ່ສຳເລັດພາລະກຳທີ່ສະຫງ່າລາສີ ເຊິ່ງປະຊາຊົນມອບໝາຍໃຫ້ດ້ວຍຄວາມເຊື່ອໝ້ັນ ແລະຮັກແພງ.

ອີກເທື່ອໜຶ່ງ, ເນື່ອງໃນໂອກາດປີໃໝ່ປະຈຳຊາດ, ອວຍພອນພັກເຮົາ, ປະເທດເຮົາ ແລະປະຊາຊົນເຮົາ ຈົ່ງປະສົບຜົນສຳເລັດໄດ້ຢ່າງມີໄຊ.

ນັກຂ່າວ: ຂໍຂອບໃຈ!