ກ່ອນນີ້ 70 ປີ, ວັນທີ 18 ມັງກອນ 1950 ໄດ້ເປັນຂີດໝາຍປະຫວັດສາດແຫ່ງການພົວພັນຫວຽດນາມ-ຈີນ, ເຊິ່ງແມ່ນຂີດໝາຍທີ່ສໍາຄັນ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນຢ່າງບໍ່ດົນປານໃດ, ປະເທດ ສປ ຈີນແມ່ນປະເທດທໍາອິດທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ). ໃນໄລຍະທາງ 70 ປີແຫ່ງການພັດທະນາ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດໄດ້ຄຽງບ່າຄຽງໄຫຼ່, ສະຫງວນການສະໜັບສະໜູນ, ຊ່ວຍເຫຼືອອັນຍິ່ງໃຫຍ່ ແລະລ້ໍາຄ່າໃຫ້ກັນ, ປະກອບສ່ວນເຂົ້າຜົນສໍາເລັດຂອງພາລະກິດການປະຕິວັດປົດປ່ອຍຊາດ ແລະສ້າງລັດທິສັງຄົມນິຍົມຢູ່ແຕ່ລະປະເທດ. ພັກ, ລັດຫວຽດນາມ ຕີລາຄາສູງ ແລະບໍ່ມີວັນຈະຫຼົງລື່ມສິ່ງດັ່ງກ່າວໄດ້.

leftcenterrightdel
ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: mofahcm.gov.vn.

ພິເສດ, ນັບແຕ່ວັນສ້າງຕັ້ງການພົວພັນເປັນປົກກະຕິໃນປີ 1991 ມາຮອດປະຈຸບັນ, ການພົວພັນຫວຽດນາມ-ຈີນ ໄດ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ເສດຖະກິດເຖິງວັດທະນະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການພົບປະແລກປ່ຽນ ແລະການພົບປະຂັ້ນສູງໄດ້ດຳເນີນເປັນປະຈໍາດ້ວຍຫຼາຍຮູບການທີ່ມີໄຫວພິບ. ສອງຝ່າຍໄດ້ກໍານົດ, ພັດທະນາການພົວພັນສອງປະເທດຕາມທິດນໍາ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ” (ປີ 1999) ແລະຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອມິດທີ່ດີ, ເປັນສະຫາຍທີ່ດີ ແລະເປັນຄູ່ຮ່ວມມືທີ່ດີ” (ປີ 2005). ປີ 2008, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ.

ການຮ່ວມມືລະຫວ່າງສອງພັກໄດ້ຮັບການຍູ້ແຮງ, ປະກອບສ່ວນສໍາຄັນເຂົ້າໃນການສ້າງສາຍພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະ ແລະສ້າງກົນໄກພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາຄະນະພັກເປັນປະຈໍາ, ໂດຍສະເພາະແມ່ນໃນຂົງເຂດກໍ່ສ້າງພະນັກງານ, ກໍ່ສ້າງພັກ...

ມາຮອດປະຈຸບັນ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງ 11 ກອງປະຊຸມຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍກໍ່ຄືຜັນຂະຫຍາຍກິດຈະກຳພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ, ການເຈລະຈາປ້ອງກັນຄວາມສະຫງົບຍຸດທະສາດ, ການເຈລະຈາຍຸດທະສາດປ້ອງກັນຊາດສຳເລັດຜົນ; ຮັກສາການຈັດສົ່ງກໍາປັ່ນທະຫານເຮືອຢ້ຽມຢາມເຊິ່ງກັນ ແລະກັນ, ການລາດຕະເວນຮ່ວມໃນເຂດດິນຕໍ່ແຜ່ນ ແລະອ່າວພາກເໜືຶອ... ເປັນຢ່າງດີ.

ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງ, ນະຄອນຂອງ ຈີນ ໄດ້ດໍາເນີນຢ່າງຄືກຄື້ນ, ບັນລຸໄດ້ບັນດາຜົນງານທີ່ແທດຈິງ. ໄລ່ມາຮອດປະຈຸບັນ, ໄດ້ມີເກືອບ 50 ແຂວງ/ນະຄອນຂອງຫວຽດນາມ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບກັບບັນດາແຂວງ/ນະຄອນ/ເຂດປົກຄອງຕົນເອງຂອງຈີນ.

ການພົບປະແລກປ່ຽນ, ແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນທີ່ນັບມື້ນັບເປີດກວ້າງ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງຫຼາຍກິດຈະກໍາທີ່ອຸດົມສົມບຸນ, ຄື: ເວທີປາໄສປະຊາຊົນ, ງານມະໂຫລານມິດຕະພາບປະຊາຊົນ, ງານມະໂຫລານປະຊາຊົນເຂດຊາຍແດນ, ພົບປະມິດຕະພາບຊາວໜຸ່ມ.

ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ... ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ເຂົ້າສູ່ເນື້ອແທ້. ເດືອນ ພະຈິກ 2017, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກ່ຽວກັບການເຊື່ອມຕໍ່ລະຫວ່າງຂອບເຂດ “ສອງແລວທາງ, ໜຶ່ງຂອບອ້ອມ” ດ້ວຍຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”. ນັບແຕ່ປີ 2004, ຈີນໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ. ມາຮອດປະຈຸບັນ, ຈີນ ແມ່ນຕະຫຼາດນໍາເຂົ້າໃຫຍ່ທີ່ສຸດ ແລະຕະຫຼາດສົ່ງອອກໃຫຍ່ທີສອງຂອງຫວຽດນາມ, ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ, ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 8, ແມ່ນຕະຫຼາດສົ່ງອອກໃຫຍ່ທີ 5 ແລະແມ່ນຕະຫຼາດນໍາເຂົ້າໃຫຍ່ທີ 9 ຂອງຈີນ ໃນໂລກ.

ບັນດາບົດຮຽນອັນລໍ້າຄ່າໃນວິວັດການເຈລະຈາແກ້ໄຂບັນຫາຊາຍແດນດິນຕໍ່ແຜ່ນ ແລະຂີດອ່າວພາກເໜືຶອພ້ອມກັບ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນໍາການແກ້ໄຂບັນຫາຢູ່ທະເລຫວຽດນາມ-ຈີນ” ແລະຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງສອງປະເທດຈະສ້າງປະຖົມປັດໄຈ, ຄວາມໄວ້້ເນື້ອເຊື່ອໃຈ ເພື່ອໃຫ້ສອງຝ່າຍສືບຕໍ່ເຈລະຈາ, ຊອກຫາມາດຕະການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານການພົວພັນມິດຕະພາບລະຫວ່າງສອງປະເທດ, ເຄົາລົບສິດ ແລະຜົນປະໂຫຍດທີ່ສົມເຫດສົມຜົນຂອງກັນ, ເໝາະສົມກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ແລະຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເຊິ່ງໄດ້ລົງນາມລະຫວ່າງອາຊຽນ ແລະຈີນ.

ເນື່ອງໃນໂອກາດລະດູບານໃໝ່ປີຊວດທີ່ໃກ້ຈະມາຮອດ, ພວກເຮົາພ້ອມກັນຝາກຄໍາອວຍພອນທີ່ດີງາມທີ່ສຸດເຖິງປະຊາຊົນຈີນ. ຊົມເຊີຍນໍ້າໃຈມິດຕະພາບ ແລະການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ໄຊນີດາ