leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີມອບລາງວັນ. ພາບ: qdnd.vn.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດານັກປະພັນ ແລະຕີລາຄາສູງບັນດາຄວາມມານະພະຍາຍາມຂອງຖັນແຖວນັກຂ່າວປະຕິວັດຫວຽດນາມ ຕໍ່ພາລະກິດປ່ຽນແປງໃໝ່, ເຊື່ອມໂຍງຂອງປະເທດຊາດ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ສື່ມວນຊົນປະຕິວັດຫວຽດນາມ ແມ່ນເຄື່ອງມືທີ່ແຫຼມຄົມຂອງພັກໃນການໂຄສະນາ, ຂົນຂວາຍທົ່ວພັກ, ທ່ົວປວງຊົນ, ທ່ົວກອງທັບສາມັກຄີ, ເຫັນດີເປັນເອກະພາບ, ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ນໍາການປະຕິວັດບັນລຸໄດ້ຜົນງານອັນໃຫຍ່ຫຼວງ. ໃນນັ້ນ, ບັນດາບົດປະພັນຂອງນັກຂ່າວທີ່ຂຽນກ່ຽວກັບການກໍ່ສ້າງພັກມີຄວາມໝາຍສໍາຄັນພິເສດ ແຕ່ກໍ່ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ ເຊິ່ງຮຽກຮ້ອງໃຫ້ບັນດານັກຂ່າວບໍ່ພຽງແຕ່ມີຄວາມຮູ້ຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບພາລະກິດປະຕິວັດຂອງພັກໃນທຸກດ້ານຂອງຊີວິດສັງຄົມເທົ່ານັ້ນ ຫາກຍັງຕ້ອງມີລະດັບຄວາມຮູ້ສູງ, ມີຄວາມເມົາມົວ, ກ້າຫານ, ທຸ່ມກາຍທຸ່ມໃຈເພື່ອອຸດົມຄະຕິອັນສູງສົ່ງ, ເພື່ອພາລະກິດປະຕິວັດຂອງພັກ ອີກດ້ວຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີມອບລາງວັນ. ພາບ: qdnd.vn.
leftcenterrightdel
ລາຍການສະແດງສິລະປະທີ່ພິທີມອບລາງວັນຄ້ອນຕີກ່ຽວຄຳ ຄັ້ງທີ IV  ປີ 2019. ພາບ: qdnd.vn

ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ, ບັນດາບົດປະພັນເຂົ້າຮ່ວມຊິງລາງວັນຄ້ອນຕີກ່ຽວຄຳໃນປີນີ້ ໄດ້ໃກ້ຊິດຕິດແທດກັບບັນດາບັນຫາສະຖານະການ, ສ່ອງແສງເຖິງພຶດຕິກໍາຕົວຈິງຂອງວຽກງານກໍ່ສ້າງພັກໃນປີ 2019 ຢ່າງມີຊີວິດຊີວາ, ຄື: ການປົກປ້ອງພື້ນຖານແນວຄິດຂອງພັກ, ພັດທະນາທິດສະດີກ່ຽວກັບການກໍ່ສ້າງພັກ ແລະພຶດຕິກຳຕົວຈິງໃນວຽກງານກໍ່ສ້າງພັກ. ຄະນະຈັດຕັ້ງໄດ້ຄັດເລືອກເອົາບົດປະພັນດີເດັ່ນ 57 ບົດ, ໃນນັ້ນມີ: ລາງວັນ A 5 ລາງວັນ, ລາງວັນ B 10 ລາງວັນ B, ລາງວັນ C 15 ລາງວັນ, ລາງວັນຊົມເຊີຍ 25 ລາງວັນ ແລະລາງວັນໃໝ່ 2 ລາງວັນ, ນັ້ນແມ່ນ: ລາງວັນສໍາລັບບົດປະພັນດີເດັ່ນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ ແລະລາງວັນສໍາລັບບົດປະພັນດີເດັ່ນຂອງນັກປະພັນແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ມອບລາງວັນ A ໃຫ້ແກ່ບັນດານັກປະພັນ. ພາບ: qdnd.vn.
leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບບັນດານັກປະພັນຍາດໄດ້ລາງວັນຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ປີ 2019, ໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາອົງການສື່ມວນຊົນທີ່ມີບົດປະພັນຍາດໄດ້ຫຼາຍລາງວັນ, ໃນນັ້ນມີກຸ່ມນັກປະພັນຍາດໄດ້ລາງວັນ B ດ້ວຍບົດປະພັນ “ປ້ອງກັນ ແລະຕ້ານການປ່ຽນທາດ ແລະບັນດາການກະທຳຜິດມາດຕະຖານວັດທະນະທໍາ”; ລາງວັນ C ດ້ວຍບົດປະພັນຮູບພາບ “ເຈື່ອງຊາແຫ່ງວັນໃໝ່” ຂອງນັກປະພັນ ຫງວຽນມີງເຈື່ອງ. ກຸ່ມນັກປະພັນ: ຫງວຽນຮົ່ງຫ໋າຍ, ຮວ່າງລຽນຫວຽດ ຍາດໄດ້ລາງວັນ C ດ້ວຍບົດປະພັນ “ປົກປ້ອງພື້ນຖານແນວຄິດຂອງພັກກ່ອນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ”.

ໂດຍ: ທູຈາງ