ນັບແຕ່ທ້າຍປີ 2018, ຫວຽດນາມ ໄດ້ຕັ້ງໜ້າກະກຽມໃຫ້ບົດບາດປະທານອາຊຽນ ດ້ວຍຄວາມປາດຖະໜາຢາກຕັ້ງພື້ນຖານຕໍ່ໄປເພື່ອກໍ່ສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງຂຶ້ນຕື່ມ, ສົມທົບບົດບາດປະທານອາຊຽນ ດ້ວຍຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ເປັນຢ່າງດີ, ເພື່ອຈາກນັ້ນຜັນຂະຫຍາຍມະຕິເລກທີ 22-NQ/TW ລົງວັນທີ 10 ເມສາ 2013 ຂອງກົມການເມືອງວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ ແລະຄຳສັ່ງເລກທີ 25-CT/TW ລົງວັນທີ 8 ສິງຫາ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030.

leftcenterrightdel
ທ່ານ ຟ້າມບິ່ງມິນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967, ອາຊຽນ ອອກຖະແຫຼງການບາງກອກ ສະແດງຄວາມຝັກໃຝ່ກ່ຽວກັບສະມາຄົມປະຊາຊາດເຕົ້າໂຮມທຸກປະເທດອາຊີຕາເວັນອອກສ່ຽງໃຕ້ມຸ່ງໄປເຖິງພາກພື້ນສັນຕິພາບ-ເສລີພາບ-ວັດທະນາຖາວອນ. ຜ່ານຊຸມປີເດືອນ, ຄວາມຝັນກ່ຽວກັບອາຊຽນດ້ວຍ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນຕົວຈິງ. ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 31 ທັນວາ 2015, ຄ່ອຍໆກາຍເປັນຮູບແບບກ່ຽວກັບປະຊາຄົມມີຄວາມສະໜິດຕິດພັນດ້ານການເມືອງ, ຮ່ວມສຳພັນດ້ານເສດຖະກິດ ແລະແບ່ງປັນຄວາມຮັບຜິດຊອບສັງຄົມ. ຍ້ອນແນວນັ້ນ, ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງບັນດາປະເທດນອກພາກພື້ນ, ເປັນແກ່ນສານໃນບັນດາວິວັດການເຈລະຈາ ແລະຮ່ວມມື. ມຸ່ງໄປເຖິງເປົ້າໝາຍຫັນວິໄສທັດອາຊຽນ 2025 ໃຫ້ປະກົດຜົນເປັນຈິງ, ປະຊາຄົມອາຊຽນ ສືບຕໍ່ສະໜິດຕິດພັນ, ຢັ້ງຢືນບົດບາດໃຈກາງໃນບັນດາວິວັດທະນາການພາກພື້ນເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້, ມີທັດສະນະສຳຄັນໃນພາກພື້ນ ແລະໃນຫຼາຍບັນຫາສາກົນສຳຄັນ. ໃນຍຸດທະສາດຂອງບັນດາປະເທດມະຫາອໍານາດ, ອາຊຽນ ແມ່ນຄູ່ຮ່ວມມືສຳຄັນເພື່ອການເຈລະຈາ ແລະຮ່ວມມືໃນພາກພື້ນ.

ໃນສະພາບການໂລກພວມຜັນແປໄປຢ່າງສັບສົນ, ການແກ່ງແຍ້ງລະຫວ່າງບັນດາປະເທດມະຫາອໍານາດເພີ່ມຂຶ້ນ, ອາຊຽນ ດ້ວຍທີ່ຕັ້ງພູມສາດ-ຍຸດທະສາດຢູ່ໃຈກາງຂອງພາກພື້ນທີ່ກວ້າງໃຫຍ່ເຊື່ອມຕໍ່ສອງເຂດທະເລມະຫາສະໝຸດອິນເດຍ ແລະປາຊີຟິກ, ພວມຢືນຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍໃໝ່. ດ້ວຍປະຊາກອນກວ່າ 642 ລ້ານຄົນ ແລະເນື້ອທີ່ກວ່າ 1,7 ລ້ານກິໂລຕາແມັດ, ອາຊຽນ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນດ້ວຍພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ. ບັນດາປະເທດອາຊຽນ ກໍບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເດີນທາງລັດໜ້າບັນດາຜົນປະໂຫຍດຂອງການປະຕິວັດອຸດສາຫະກຳ 4.0 ດ້ວຍການເຂົ້າຮ່ວມບັນດາຂົງເຂດອຸດສາຫະກຳໃໝ່ຢ່າງແຮງ, ຄື: ປັນຍາປະດິດ, ຫຸ່ນຍົນທີ່ກ້າວໜ້າ... ເຖິງຢ່າງໃດກໍ່ຕາມ, ລັດທິອາລັກຂາເພີ່ມຂຶ້ນ, ການແກ່ງແຍ້ງດ້ານການຄ້າລະຫວ່າງບັນດາປະເທດມະຫາອໍານາດກໍເປັນສິ່ງທ້າທາຍ, ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງລະດັບການພັດທະນາເສດຖະກິດ ແລະການຄ້າສາກົນ. ຄຽງຂ້າງນັ້ນ, ຄວາມແຕກຕ່າງກັນໃນການພັດທະນາເສດຖະກິດລະຫວ່າງບັນດາປະເທດສະມາຊິກ ແລະໃນໄລຍະໃໝ່ບັນດາຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງສູງກວ່າ, ເລິກກວ່າໄດ້ຮຽກຮ້ອງໃຫ້ບັນດາລັດຖະບານຕ້ອງມີບັນດາລັດຖະນະໂຍບາຍເສດຖະກິດທີ່ເໝາະສົມ. ຍ້ອນເຫດນັ້ນ, ອາຊຽນ ພວມຢືນຕໍ່ໜ້າຄວາມຮຽກຮ້ອງຕ້ອງການໝູນໃຊ້ກາລະໂອກາດຢ່າງສຸດຂີດ, ແກ້ໄຂບັນດາສິ່ງທ້າທາຍເປັນຢ່າງດີ, ຫຼີກເວັ້ນໄພຖອຍຫຼັງເພື່ອສືບຕໍ່ບືນຕົວຂຶ້ນແບບຍືນຍົງ.

ເລືອກເອົາຫົວຂໍ້ໃຫ້ປີອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະເປັນເຈົ້າການໃນການປັບຕົວ”, ຫວຽດນາມ ປາດຖະໜາຢາກຢັ້ງຢືນວ່າຄວາມສາມັກຄີມີຄວາມໝາຍຕັດສິນດ້ວຍຄວາມຍືນຍົງຂອງອາຊຽນ. ປະຊາຄົມອາຊຽນ ສະໜິດຕິດພັນ ແລະພັດທະນາໃໝ່ສາມາດຮັບມືຢ່າງມີປະສິດທິຜົນຕໍ່ກັບບັນດາປັດໄຈກະທົບຈາກພາຍນອກ ແລະກົງກັນຂ້າມ, ການເປັນເຈົ້າການໃນການປັບຕົວຈະຊ່ວຍໃຫ້ອາຊຽນ ສະໜິດຕິດພັນຢ່າງແໜ້ນແຟ້ນ, ຈາກນັ້ນເພີ່ມທະວີກຳລັງແຮງສັງລວມ. ຫົວຂໍ້ນີ້ມີລັກສະນະສືບທອດບັນດາຫົວຂໍ້ຂອງອາຊຽນ ປີ 2019 ແມ່ນ “ເພີ່ມທະວີຄູ່ຮ່ວມມືເພື່ອຄວາມຍືນຍົງ” ແລະປີ 2018 ແມ່ນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ”. ຫົວຂໍ້ນີ້ກໍ່ໄດ້ຮັບການຕອບສະໜອງຢ່າງສູງຈາກບັນດາປະເທດສະມາຊິກອາຊຽນ ແລະຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກບັນດາປະເທດຄູ່ຮ່ວມມືຂອງອາຊຽນ.

ເພື່ອຫັນຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການໃນການປັບຕົວ” ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ໄດ້ກຳນົດ 5 ບຸລິມະສິດໃຫຍ່ທີ່ຈະຊຸກຍູ້ໃນອາຍຸການເປັນປະທານອາຊຽນ 2020.

ທີໜຶ່ງແມ່ນ, ເສີມຂະຫຍາຍບົດບາດ ແລະປະກອບສ່ວນຢ່າງຕັ້ງໜ້າຂອງອາຊຽນ ເຂົ້າໃນກິດຈະການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນບົນພື້ນຖານເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນອາຊຽນ, ຍູ້ແຮງຈິດໃຈສະໜິດຕິດພັນ, ໜູນຊ່ວຍ ແລະສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງບັນດາປະເທດສະມາຊິກ, ຍົກສູງຄວາມສາມາດສົມທົບຫຼັກໝັ້ນລວມຂອງອາຊຽນ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະສາກົນ, ຍູ້ແຮງການກຳເນີດ ແລະເຄົາລົບບັນດາລະບຽບຫຼັກການ, ບັນທັດຖານປະພຶດລວມໃນການພົວພັນລະຫວ່າງປະເທດຕ່າງໆ, ຜ່ານນັ້ນຮັບມືຢ່າງທັນການ, ມີປະສິດທິຜົນກັບບັນດາສິ່ງທ້າທາຍທີ່ຂົ່ມຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ.

ທີສອງແມ່ນ, ຊຸກຍູ້ການຮ່ວມສຳພັນ ແລະເຊື່ອມຕໍ່ພາກພື້ນ, ຍົກສູງຄວາມສາມາດໃນການຮັບມື ແລະໝູນໃຊ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0, ຕາມນັ້ນແລ້ວ, ການຮ່ວມສຳພັນດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ ແລະການເຊື່ອມຕໍ່ຢ່າງຮອບດ້ານພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມື, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະກວມລວມດ້ານເສດຖະກິດ, ການເງິນ ແລະສັງຄົມບົນພື້ນຖານປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະບັນດາເຕັກໂນໂລຢີໃໝ່, ສືບຕໍ່ມານະພະຍາຍາມຮັດແຄບຊ່ອງຫວ່າງດ້ານການພັດທະນາ, ກໍ່ສ້າງຊັບພະຍາກອນມະນຸດທີ່ີມີຄຸນນະພາບສູງ, ເພີ່ມທະວີບັນດາການບໍລິການສັງຄົມຮັບໃຊ້ປະຊາຊົນ.

ທີສາມແມ່ນ, ຊຸກຍູ້ສະຕິປະຊາຄົມສາກົນ ແລະສີສັນອາຊຽນ ດ້ວຍການສ້າງບັນດາຄຸນຄ່າລວມຂອງອາຊຽນ ແລະເຜີຍແຜ່ຢ່າງກວ້າງຂວາງໃນໝູ່ປະຊາຊົນ, ຊຸກຍູ້ຄວາມຮັບຮູ້ກ່ຽວກັບປະຊາຄົມອາຊຽນ ເປັນເອກະພາບ, ຍົກສູງຮູບພາບຂອງປະຊາຄົມອາຊຽນຢູ່ພາກພື້ນ ແລະໃນໂລກ.

ທີສີ່ແມ່ນ, ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະພັດທະນາແບບຍືນຍົງກັບບັນດາປະເທດໃນໂລກ, ເສີມຂະຫຍາຍບົດບາດ ແລະການປະກອບສ່ວນຂອງອາຊຽນ ໃນປະຊາຄົມສາກົນ, ເປີດກວ້າງ ແລະຍົກລະດັບການພົວພັນກັບບັນດາຄູ່ຮ່ວມມືໃນທົ່ວໂລກ.

ສຸດທ້າຍ, ເພື່ອຜັນຂະຫຍາຍບັນດາບຸລິມະສິດດັ່ງກ່າວໃຫ້ສຳເລັດຜົນ, ຫວຽດນາມ ກຳນົດບຸລິມະສິດທີຫ້າແມ່ນບຸລິມະສິດສຳຄັນທີ່ສຸດເພື່ອແນໃສ່ຍົກສູງກຳລັງຄວາມສາມາດປັບຕົວ ແລະປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນຜ່ານການປະຕິຮູບ ແລະຍົກລະດັບບັນດາຂັ້ນຕອນ, ມາດຕະຖານໃນອາຊຽນ.

ນັບແຕ່ເດືອນທັນວາ 2018, ດ້ວຍການສ້າງຕັ້ງຄະນະກຳມະການແຫ່ງຊາດອາຊຽນ 2020, ວຽກງານກະກຽມໃຫ້ປີເປັນປະທານ ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານໃນທຸກດ້ານຈາກເນື້ອໃນ, ພິທີການ, ການໂຄສະນາເຜີຍແຜ່ວັດທະນະທຳ, ວັດຖຸ-ພະລາທິການຕະຫຼອດຮອດການປ້ອງກັນຄວາມສະຫງົບ-ສາທາລະນະສຸກ. ພ້ອມກັບການສະໜັບສະໜູນຂອງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື, ເພື່ອນມິດຂອງອາຊຽນ, ການຕອບສະໜອງຢ່າງຕັ້ງໜ້າຂອງທຸກອົງການ, ຂະແໜງການ, ທ້ອງຖິ່ນ ແລະພິເສດແມ່ນປະຊາຊົນທົ່ວປະເທດ, ຫວຽດນາມ ເຊື່ອໝັ້ນວ່າ ຈະສຳເລັດໜ້າທີ່ເປັນປະທານອາຊຽນ 2020, ປະກອບສ່ວນເຮັດໃຫ້ອາຊຽນ ມີຄວາມສະໜິດຕິດພັນ ແລະເປັນເຈົ້າການໃນການປັບຕົວ, ປະກອບສ່ວນຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ກໍຫວັງວ່າດ້ວຍບົດບາດເປັນປະທານອາຊຽນ 2020 ຈະຊຸກຍູ້ການພົວພັນສະໜິດຕິດພັນລະຫວ່າງບັນດາອົງການຈັດຕັ້ງພາກພື້ນກັບທົ່ວໂລກຜ່ານບົດບາດກຳມະການບໍ່ປະຈຳການ ສປຊ, ຜ່ານນັ້ນຍົກສູງຖານະບົດບາດຂອງອາຊຽນ ພ້ອມທັງສືບຕໍ່ຢັ້ງຢືນບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ ແລະໃນໂລກ.

ໂດຍ: ສົມເພັດ