leftcenterrightdel
ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ບັນດາການນໍາສະຫະປະຊາຊາດ ແລະບັນດາປະເທດລ້ວນແຕ່ຕີລາຄາສູງຖານະບົດບາດສາກົນຂອງຫວຽດນາມ, ທັງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະທັງເປັນປະທານອາຊຽນ 2020; ຖືວ່າວາລະປະຊຸມປຶກສາຫາລືເປີດໂດຍ ຫວຽດນາມ ຈັດຕັ້ງໄດ້ປະສົບຜົນສໍາເລັດຢ່າງໜ້າປະທັບໃຈດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກສະຫະປະຊາຊາດເປັນຈໍານວນຫຼວງຫຼາຍ; ຕີລາຄາສູງຫົວຂໍ້ປຶກສາຫາລືກ່ຽວກັບກົດບັດສະຫະປະຊາຊາດບໍ່ພຽງແຕ່ມີຄວາມເໝາະສົມເພື່ອເລີ່ມຕົ້ນປີ 2020 ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະປະຊາຊາດຄົບຮອບ 75 ປີເທົ່ານັ້ນ, ຫາກຍັງມີລັກສະນະສະຖານະການສູງຕໍ່ບັນດາການຜັນແປທີ່ສັບສົນຫຼາຍຢ່າງໃນສະພາບການໂລກ, ຕອບສະໜອງຖືກຕ້ອງຕາມການເອົາໃຈໃສ່ຂອງບັນດາປະເທດ.

ໂດຍ: ເກື່ອງດັ້ງ