ນີ້ແມ່ນກິດຈະກໍາເພື່ອແນໃສ່ຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍລະຫວ່າງຫວຽດນາມ-ອິນເດຍ ແລະພິເສດແມ່ນສຸມໃສ່ເຂົ້າໃນບັນດາແຂວງ, ນະຄອນຂອງຫວຽດນາມ. ເຂົ້າຮ່ວມກິດຈະກໍາດັ່ງກ່າວມີຜູ້ຕາງໜ້າທີ່ມາຈາກ 25 ແຂວງ, ນະຄອນຂອງຫວຽດນາມ, ພ້ອມດ້ວຍບັນດາສະມາຊິກປະຊາຄົມວິສາຫະກິດຫວຽດນາມ ແລະປະຊາຄົມວິສາຫະກິດອິນເດຍ ຢູ່ຫວຽດນາມ.

leftcenterrightdel
ພົບປະອິນເດຍ 2020 ເປັນຂົ່ວເຊື່ອມຕໍ່ເປີດກວ້າງການຮ່ວມມືລະຫວ່າງອິນເດຍ ແລະຫວຽດນາມ. ພາບ: laodong.vn.

ກ່າວຄໍາເຫັນທີ່ເຫດການ, ທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ຢັ້ງຢືນວ່າ, ອິນເດຍ ຖືຫວຽດນາມ ແມ່ນເສົາຄໍ້າສໍາຄັນໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ ແລະເປັນຄູ່ຮ່ວມມືຕົ້ນຕໍໃນວິໄສທັດອິນເດຍ-ປາຊີຟິກ. ທ່ານ Pranay Verma ໃຫ້ຮູ້ວ່າ ການພົວພັນຄູ່ຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໄດ້ເຕີບໂຕຢ່າງແຮງໃນຊຸມປີມໍ່ໆມານີ້. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່ ແລະຍັງບໍ່ທັນໄດ້ຂຸດຄົ້ນໝົດເທື່ອ.

ໃນການພົວພັນດ້ານການຄ້າ ແລະການລົງທຶນສອງຝ່າຍ, ປະຈຸບັນ, ອິນເດຍ ຍັງແມ່ນໜຶ່ງໃນສິບຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ, ສ່ວນຫວຽດນາມ ກໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 18 ຂອງອິນເດຍ. ເຫດການ “ພົບປະອິນເດຍ 2020” ແມ່ນກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ແລະບັນດາອົງການ, ວິສາຫະກິດຂອງອິນເດຍ ພົບປະ, ແລກປ່ຽນ, ແບ່ງປັນ, ເຊື່ອມຕໍ່ນຳກັນ. ເຫດການຕົ້ນຕໍແມ່ນສຸມໃສ່ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາກາລະໂອກາດລົງທຶນເຂົ້າໃນບັນດາຂະແໜງການ, ຄື: ການຢາ, ພະລັງງານ, ອຸດສາຫະກໍາປະດິດສ້າງເຄື່ອງອາໄຫຼ່ລົດໂອໂຕ, ນະຄອນສະຫຼາດ ແລະເຕັກໂນໂລຢີຂໍ້ມູນຂ່າວສານຢູ່ຫວຽດນາມ, ພ້ອມທັງຊຸກຍູ້ການພົວພັນຄູ່ຮ່ວມມືໃນຂົງເຂດທ່ອງທ່ຽວຂອງສອງປະເທດ.

ໂດຍ: ໄຊນີດາ