ໜ້າທີ່ສຳຄັນໃໝ່ໃນສະພາບການໃໝ່ເຕັມໄປດ້ວຍສິ່ງທ້າທາຍ

ຫວຽດນາມ ດຳລົງຕຳແໜ່ງໜ້າທີ່ສຳຄັນໃໝ່ໃນສະພາບການໂລກ ແລະພາກພື້ນມີການຜັນປ່ຽນຫຼາຍຢ່າງ. ບັນດາການກະທຳຕາມລຳພັງຝ່າຍດຽວ, ບໍ່ເຄົາລົບກົດໝາຍສາກົນ, ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ, ລະເມີດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດຕ່າງໆ... ກໍ່ໄດ້ສ້າງສິ່ງທ້າທາຍໂດຍກົງຕໍ່ສັນຕິພາບ ແລະຄວາມໝັ້ນຄົງສາກົນ. ເຖິງວ່າສັນຕິພາບ, ການຮ່ວມມື ແລະພັດທະນາຍັງຄົງແມ່ນທ່າອ່ຽງເປັນເຈົ້າພາທາງ, ລັດທິຫຼາຍຝ່າຍ, ບັນດາກົນໄກຫຼາຍຝ່າຍໃນທົ່ວໂລກ ແລະພາກພື້ນລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

leftcenterrightdel
ທ່ານ ຟ້າມບິ່ງມິນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ ໃນສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງນັ້ນ, ພວກເຮົາຈະຢຶດໝັ້ນຕໍ່ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ມານະພະຍາຍາມຊຸກຍູ້ການເຈລະຈາ, ຫຼຸດຜ່ອນຄວາມເຄັ່ງຕຶງ, ຊອກຫາມາດຕະການຍຸຕິທຳ, ເໝາະສົມໃຫ້ບັນດາບັນຫານາບຂູ່ສັນຕິພາບ, ຄວາມໝັ້ນຄົງພາກພື້ນ ແລະສາກົນ; ຊຸກຍູ້ການເຄົາລົບກົດໝາຍສາກົນ, ກົດບັດ ສປຊ, ໂດຍສະເພາະແມ່ນບັນດາຫຼັກການພື້ນຖານກ່ຽວກັບຄວາມສະເໝີພາບອະທິປະໄຕລະຫວ່າງບັນດາປະເທດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງ-ສັງຄົມ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ. ຫວຽດນາມ ຈະຍົກສູງຈິດໃຈ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ” ດ້ວຍຫຼາຍເນື້ອໃນສຳຄັນກ່ຽວກັບການສະກັດກັ້ນການປະທະກັນ, ສ້າງສັນຕິພາບ, ສ້າງສາພາຍຫຼັງການປະທະກັນ, ເພີ່ມທະວີລັດທິຫຼາຍຝ່າຍ ແລະບັນດາລະບອບລະບຽບການຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ ແລະບັນດາອົງການຈັັດຕັ້ງພາກພື້ນ.

ປະທານສະພາຄວາມໝັ້ນຄົງ ສປຊ: ໜ້າທີ່ສຳຄັນໃຫຍ່ຢູ່ອົງການມີຄວາມຮັບຜິດຊອບແຖວໜ້າກ່ຽວກັບສັນຕິພາບ ແລະຄວາມໝັ້ນຄົງສາກົນ

ສະພາຄວາມໝັ້ນຄົງ ໄດ້ຮັບການມອບໝາຍໜ້າທີ່ແຖວໜ້າໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນຈາກກົດບັດ ສປຊ, ກໍ່ແມ່ນອົງການໜຶ່ງດຽວຂອງ ສປຊ ສາມາດອອກຂໍ້ຕົກລົງບັງຄັບກັບ 193 ປະເທດສະມາຊິກ. ໃນ 75 ປີຜ່ານມາ, ເຖິງວ່າຍັງມີບັນດາຂໍ້ຈຳກັດກ່ຽວກັບລັກສະນະປະສິດທິຜົນ, ປະຊາທິປະໄຕ, ຄວາມກະຈ່າງແຈ້ງໃນການເຄື່ອນໄຫວກໍ່ຕາມ, ແຕ່ວ່າສະພາຄວາມໝັ້ນຄົງ ໄດ້ມີບັນດາການປະກອບສ່ວນສຳຄັນຊ່ວຍມະນຸດບໍ່ຕ້ອງທົນຕໍ່ສົງຄາມໂລກຄັ້ງໃໝ່, ເຊິ່ງມີຜົນສະທ້ອນເຖິງຊີວິດດ້ານການເມືອງ-ຄວາມໝັ້ນຄົງສາກົນນັບມື້ນັບໃຫຍ່ຫຼວງ ແລະເລິກເຊິ່ງກວ້າງຂວາງ, ແມ່ນກົນໄກເຊິ່ງຍາມໃດກໍ່ໄດ້ຮັບການຖືເປັນສຳຄັນຈາກບັນດາປະເທດຕ່າງໆ, ນັບທັງປະເທດໃຫຍ່.

ປະທານສະພາຄວາມໝັ້ນຄົງ-ຕຳແໜ່ງທີ່ໄດ້ໝູນວຽນໃນແຕ່ລະເດືອນລະຫວ່າງ 15 ປະເທດສະມາຊິກສະພາຄວາມໝັ້ນຄົງ-ມີຄວາມຮັບຜິດຊອບກໍ່ສ້າງ ແລະຮັບຮອງເອົາລາຍການເຮັດວຽກເປັນເດືອນຂອງສະພາຄວາມໝັ້ນຄົງ, ເປັນປະທານບັນດາກອງປະຊຸມ, ຮັບຮອງເອົາເອກະສານຂອງສະພາຄວາມໝັ້ນຄົງ, ເປັນ “ກຳມະການ” ແກ້ໄຂບັນດາກໍລະນີສັບສົນເກີດຂຶ້ນ, ບັນດາຄວາມແຕກຕ່າງລະຫວ່າງບັນດາສະມາຊິກສະພາຄວາມໝັ້ນຄົງຢ່າງສົມເຫດສົມຜົນ, ຕາງໜ້າໃຫ້ສະພາຄວາມໝ້ັນຄົງໃນການພົວພັນກັບການນຳຂອງບັນດາອົງການຂອງ ສປຊ, ກໍ່ຄືບັນດາປະເທດສະມາຊິກ ສປຊ, ບັນດາອົງການສື່ມວນຊົນສາກົນ...

ດ້ວຍບົດບາດສຳຄັນນັ້ນ, ບັນດາປະເທດກຳມະການບໍ່ປະຈຳການ ທີ່ບໍ່ມີສິດທິພິເສດຄືບັນດາປະເທດກຳມະການປະຈຳການ-ພຽງແຕ່ມີອາຍຸການສອງປີ ແລະບໍ່ມີສິດຢັບຢັ້ງ-ຖືເປັນສຳຄັນໜ້າທີ່ໃນເດືອນເປັນປະທານ, ຜ່ານນັ້ນບໍ່ພຽງແຕ່ສະແດງໃຫ້ເຫັນກຳລັງຄວາມສາມາດໃນການເປັນປະທານ, ບໍລິຫານວຽກງານຂອງສະພາຄວາມໝັ້ນຄົງເທົ່ານັ້ນ, ຫາກຍັງຊຸກຍູ້ບັນດາບັນຫາບຸລິມະສິດຂອງຕົນ, ສ້າງຂີດໝາຍ ແລະປະກອບສ່ວນແທດຈິງໃຫ້ແກ່ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງອີກດ້ວຍເຖິງວ່າວຽກງານນີ້ປະສົບກັບສິ່ງທ້າທາຍບໍ່ໜ້ອຍໃນສະພາບການດ້ານການເມືອງ-ຄວາມໝັ້ນຄົງຢູ່ບາງພາກພື້ນຍັງຜັນແປຢ່າງສັບສົນກໍ່ຕາມ.

ມານະພະຍາຍາມຊຸກຍູ້ຄວາມເອົາໃຈໃສ່, ຜົນປະໂຫຍດລວມຂອງປະຊາຄົມສາກົນ, ສ້າງຂີິດໝາຍຫວຽດນາມ ນັບແຕ່ເດືອນທຳອິດທີ່ເຂົ້າຮ່ວມສະພາຄວາມໝັ້ນຄົງ

ສຳລັບຫວຽດນາມ ແລ້ວ, ການດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ໃນເດືອນທຳອິດທີ່ເຂົ້າຮ່ວມສະພາຄວາມໝັ້ນຄົງແມ່ນມີຄວາມໝາຍພິເສດສຳຄັນ, ຊ່ວຍສ້າງພື້ນຖານ ແລະສ້າງທ່າສະດວກໃຫ້ແກ່ການເຂົ້າຮ່ວມຂອງຫວຽດນາມ ໃນທັງອາຍຸການ 2020-2021.

ຜັນຂະຫຍາຍແຜນນະໂຍບາຍລວມ ເຊິ່ງການນຳພັກ, ລັດໄດ້ວາງອອກ, ດ້ວຍຖານະແມ່ນປະທານສະພາຄວາມໝັ້ນຄົງ, ພວກເຮົາຈະມານະພະຍາຍາມເຮັດບົດບາດເປັນປະທານ, ບໍລິຫານການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ, ຊຸກຍູ້ການຊອກຫາມາດຕະການໃຫ້ບັນດາບັນຫາໃນໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງໃຫ້ເໝາະສົມກັບຄວາມສົນໃຈ ແລະຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ, ສ້າງພື້ນຖານເພີ່ມທະວີການຮ່ວມມືກັບບັນດາປະເທດຕ່າງໆ. ຫວຽດນາມ ຈະສວມບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ແກ້ໄຂວຽກງານຢ່າງມີຫຼັກການ, ພາວະວິໄສ, ກະຈ່າງແຈ້ງ, ເຄົາລົບກົດບັດ ສປຊ. ແມ່ນຜູ້ຕາງໜ້າຂອງສະພາຄວາມໝັ້ນຄົງ ໃນການພົວພັນກັບພາຍນອກ, ຫວຽດນາມ ກໍ່ຈະມານະພະຍາຍາມສະໜອງຂໍ້ມູນຂ່າວສານ, ທາບທາມຄຳເຫັນຢ່າງກວ້າງຂວາງກັບບັນດາປະເທດສະມາຊິກ ສປຊ ນອກສະພາຄວາມໝັ້ນຄົງ, ພິເສດແມ່ນບັນດາປະເທດອາຊີ, ອາຊຽນ ແລະເອົາໃຈໃສ່ຕໍ່ການພົວພັນກັບສື່ມວນຊົນ ເພື່ອຍົກສູງລັກສະນະປະຊາທິປະໄຕ, ກະຈ່າງແຈ້ງໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ, ໂດຍສືບທອດບັນດາການປະກອບສ່ວນແທດຈິງ ເຊິ່ງສາກົນໄດ້ຮັບຮູ້ໝາກຜົນຂອງພວກເຮົາກ່ຽວກັບການປະຕິຮູບວິທີການເຮັດວຽກຂອງສະພາຄວາມໝັ້ນຄົງໃນອາຍຸການ 2008-2009.

ພິເສດ, ດ້ວຍຖານະເປັນປະທານ, ຫວຽດນາມ ຈັດຕັ້ງສອງເຫດການສຳຄັນດ້ວຍສອງຫົວຂໍ້ບຸລິມະສິດແມ່ນເພີ່່ມທະວີການເຄົາລົບກົດບັດ ສປຊ ແລະຊຸກຍູ້ການຮ່ວມມືລະຫວ່າງ ສປຊ/ສະພາຄວາມໝັ້ນຄົງ ແລະອາຊຽນ.

ເຫດການຂີດໝາຍຈຸດສຸມແມ່ນວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ຈະດຳເນີນໃນວັນທີ 9 ມັງກອນ 2020 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ: ເພີ່ມທະວີການເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ”. ດ້ວຍເຫດການນີ້, ພວກເຮົາຕັດສິນໃຈຢັ້ງຢືນຄວາມສຳຄັນຂອງການເຄົາລົບບັນດາຄະຕິທຳ, ຈຸດປະສົງຂອງກົດບັດ ສປຊ, ກົດໝາຍສາກົນ, ໂດຍສະເພາະແມ່ນບັນດາຫຼັກການພື້ນຖານກ່ຽວກັບການເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ... ພິເສດແມ່ນໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍຄືໃນປະຈຸບັນ.

ເຫດການທີສອງແມ່ນຫວຽດນາມ ຈະຈັດຕັ້ງກອງປະຊຸມດ້ວຍຫົວຂໍ້ “ການຮ່ວມມືລະຫວ່າງ ສປຊ  ແລະບັນດາອົງການຈັດຕັ້ງພາກພື້ນ ແລະອະນຸພາກພື້ນໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ: ບົດບາດຂອງອາຊຽນ”. ຕາມນັ້ນແລ້ວ, ອາຊຽນ ຈະແບ່ງປັນເປັນຄັ້ງທຳອິດຢູ່ສະພາຄວາມໝັ້ນຄົງກ່ຽວກັບບັນດາການກຳນົດທິດ, ຄວາມມານະພະຍາຍາມ ແລະພຶດຕິກຳຕົວຈິງຂອງພາກພື້ນໃນການສະກັດກັ້ນການປະທະກັນ, ການແກ້ໄຂບັນດາບັນຫາພາກພື້ນ, ກໍ່ສ້າງປະຊາຄົມ, ຜ່ານນັ້ນແມ່ນຢັ້ງຢືນບົດບາດໃຈກາງ ແລະບັນດາການປະກອບສ່ວນສຳຄັນຂອງອາຊຽນ, ສ້າງພື້ນຖານໃຫ້ກົນໄກແລກປ່ຽນເປັນປະຈຳກ່ຽວກັບສັນຕິພາບ ແລະຄວາມໝັ້ນຄົງພາກພື້ນລະຫວ່າງ ສປຊ/ສະພາຄວາມໝັ້ນຄົງ ແລະອາຊຽນ. ນີ້ແມ່ນບັນຫາທີ່ມີລັກສະນະສະຖານະການ, ມີຄວາມໝາຍດ້ານການເມືອງ, ແມ່ນຄວາມເອົາໃຈໃສ່, ຜົນປະໂຫຍດຂອງຫວຽດນາມ ແລະອາຊຽນ, ພ້ອມທັງໄດ້ຮັບຄວາມເອົາໃຈໃສ່ຈາກປະເທດຕ່າງໆ. ເຫດການນີ້ກໍ່ເປັນການຢັ້ງຢືນບົດບາດຂອງຫວຽດນາມ ໃນຂະນະທີ່ທັງແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ແລະປະທານອາຊຽນ ປີ 2020, ສອງກົນໄກທົ່ວໂລກ ແລະພາກພື້ນມີຄວາມໝາຍແຖວໜ້າກັບຫວຽດນາມ.

ດ້ວຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຖານະບົດບາດໃໝ່ຂອງປະເທດຊາດ, ການສະໜັບສະໜູນຈາກປະຊາຄົມສາກົນ, ພ້ອມກັບບົດຮຽນໃນການເປັນປະທານ, ບໍລິຫານບັນດາກົນໄກຫຼາຍຝ່າຍພາກພື້ນ ແລະສາກົນ, ມານະພະຍາຍາມກະກຽມຢ່າງລະອຽດ, ການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ລະຫວ່າງພາຍໃນ ແລະຕ່າງປະເທດ, ພວກເຮົາເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດບົດບາດເປັນປະທານສະພາຄວາມໝັ້ນຄົງ ເດືອນມັງກອນ 2020 ໄດ້ເປັນຢ່າງດີ, ສາມາດບັນລຸໄດ້ບັນດາໝາກຜົນເບື້ອງຕົ້ນສຳຄັນໃນການສ້າງທ່າໃຫ້ອາຍຸການກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ປະສົບຜົນສຳເລັດ. ຄືທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ເນັ້ນໜັກໃນສານເນື່ອງໃນໂອກາດຫວຽດນາມ ດຳລົງຕຳແໜ່ງສຳຄັນໃນການເປັນປະທານອາຊຽນ 2020 ແລະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ພວກເຮົາຕັດສິນໃຈດໍາລົງຕໍາແໜ່ງທີ່ເປັນກຽດນີ້ສຳເລັດ, ກໍ່ແມ່ນການຕັດສິນໃຈຜ່ານຜ່າສິ່ງທ້າທາຍອັນໃຫຍ່ຫຼວງນີ້ສໍາເລັດເຊັ່ນດຽວກັນ, ປະກອບສ່ວນແທດຈິງເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະພາກພື້ນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາປະເທດຊາດ, ຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030 ໃຫ້ມີປະສິດທິຜົນ, ປະກອບສ່ວນປະຕິບັດແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ຢ່າງມີໄຊ.

ໂດຍ: ແສງເດືອນ