ທີ່ການຕ້ອນຮັບ, ທ່ານ Nyamaa Enkhbold ເຊື່ອໝັ້ນວ່າການຮ່ວມມືດ້ານປ້ອງກັນຊາດມົງໂກນ-ຫວຽດນາມ ຈະປະກອບສ່ວນສ້າງພື້ນຖານໄວ້ເນື້ອເຊື່ອໃຈ ເພື່ອພັດທະນາການພົວພັນລະຫວ່າງສອງປະເທດ. ທ່ານ Nyamaa Enkhbold ເນັ້ນໜັກວ່າ, ປີ 2019 ເປັນຂີດໝາຍ 65 ປີທີ່ສອງປະເທດສ້າງຕັ້ງການພົວພັນທາງການທູດ, ມົງໂກນ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ຕ້ອນຮັບທ່ານ Nyamaa Enkhbold ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ. ພາບ: ເລເຊີນ.

ສ່ວນທ່ານ ເຈືອງຮວ່າບີ່ງ ໄດ້ເນັ້ນໜັກວ່າ, ໃນໄລຍະ 65 ປີຜ່ານມາ, ການພົວພັນຫວຽດນາມ-ມົງໂກນ ຮັບການພັດທະນາໃນທຸກຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບສູງ, ການຮ່ວມມືໃນຂົງເຂດຕ່າງໆຄື: ການເມືອງ, ການທູດ, ເສດຖະກິດ, ການຄ້າການລົງທຶນ, ກະສິກໍາ, ການສຶກສາໄດ້ຮັບການເປີດກວ້າງ ແລະມີປະສິດທິຜົນຢ່າງແທດຈິງ.

ທ່ານ ເຈືອງຮ່ວມບີ່ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ມົງໂກນ ເປັນຄູ່ຮ່ວມມືສໍາຄັນໃນພາກພື້ນ ແລະປາດຖະໜາຢາກໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງມີປະສິດທິຜົນໃນໄລຍະຈະມາເຖິງກວ່າອີກ. ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຂອງພາກພື້ນ ແລະໂລກ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງມົງໂກນ ກັບອາຊຽນ.

ໂດຍ: ເກື່ອງດັ້ງ